ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ການເລືອກຕັ້ງ ຮອບຊີ້ຂາດ ຂອງຝຣັ່ງ ຈະມີຂຶ້ນ ໃນມື້ອື່ນນີ້


ພວກສະໜັບສະໜຸນປະທານາທິບໍດີ Nicolas Sarkozy ພາກັນໂບກທຸງຊາດ ໃນລະຫວ່າງການໂຄສະນາຫາສຽງ ໃນພາກໃຕ້ຂອງປະເທດຝຣັ່ງ (3 ພຶດສະພາ 2012)
ພວກສະໜັບສະໜຸນປະທານາທິບໍດີ Nicolas Sarkozy ພາກັນໂບກທຸງຊາດ ໃນລະຫວ່າງການໂຄສະນາຫາສຽງ ໃນພາກໃຕ້ຂອງປະເທດຝຣັ່ງ (3 ພຶດສະພາ 2012)

ຝຣັ່ງຈັດການ​ເລືອກຕັ້ງປະທານາທິບໍດີ​ຮອບ​ຕັດສິນ​ຊີ້ຂາດ​ໃນ​ວັນ​ອາທິດ​ມື້ອື່ນ​ນີ້ ໂດຍ​ທີ່​ຄາດ​ກັນ
​ວ່າທ່ານ Francois Hollande ຜູ້​ທ້າ​ທາຍຈາກ​ພັກ​ສັງຄົມ​ນິຍົມ​ຈະ​ຊະນະປະທານາທິບໍດີ Ni-
colas Sarkozy ທີ່​ສະມັກ​ເຂົ້າ​ແຂ່ງຂັນ​ເອົາຕຳ​ແໜ່​ງຕື່ມ​ອີກ​ສະ​ໄໝ​ນຶ່ງ​ນັ້ນ.

ການ​ຢັ່ງ​ຫາງ​ສຽງ​ເທື່ອ​ຫຼ້າ​ສຸດ ສະ​ແດງ​ໃຫ້​ເຫັນ​ວ່າ ປະທານາທິບໍດີ Sarkozy ສາມາດ​ເຮັດ​ໃຫ້
ຊ່ອງ​ຫວ່າງໃນ​ການ​ມີ​ຄະ​ແນນ​ສຽງ​ເປັນ​ຮອງ​ນັ້ນຫຼຸດນ້ອຍ​ລົງ ​ແຕ່ກໍ​ຍັງ​ມີ​ການ​ຄາດ​ຄະ​ເນ​ກັນ​ວ່າ
ທ່ານ Hollande ຈະ​ເປັນ​ຜູ້​ໄດ້​ຮັບ​ໄຊຊະນະ.

​ໃນ​ລະຫວ່າງ​ທີ່​ເຂົ້າກຳ​ຕຳ​ແໜ່​ງ​ ເປັນ​ເວລາ 5 ປີນັ້ນ ປະທານາທິບໍດີ Sarkozy ​ໄດ້​ຖືກ​ຕຳ​ໜິຕິ
ຕຽ​ນ ​ໃນ​ການ​ຮັບ​ມື​ກັບ​ເລື່ອງ​ເສດຖະກິດ ຕະຫຼອດທັງ​ວິທີ​ການ​ດຳເນີນ​ງານ ແບບ​ບໍ່​ມີ​ການ​ໄຕ່
ຕອງ​ຢ່າງຮອບ​ຄອບ​ຂອງ​ທ່ານ.

ທ່ານ Charles Kupchan ນັກວິ​ເຄາະ​ຈາກ​ສະພາ​ຄວາມ​ສຳພັນ​ຕ່າງປະ​ເທດກ່າວ​ວ່າ ປະທາ
ນາທິບໍດີ Sarkozy ​ໄດ້​ສູນ​ເສຍ​ຄວາມ​ນິຍົມ​ຂອງ​ມະຫາຊົນ​ຊຶ່ງ​ຄັ້ງນຶ່ງທ່ານ​ເຄີຍ​ໄດ້​ຮັບ​ນັ້ນ.

​ທ່ານ Hollande ​ເປັນ​ນັກ​ການ​ເມືອງ ​ທີ່​ມີ​ປະສົບ​ພະກາ​ນ ທີ່​ໄດ້​ນຳພາ​ພັກ​ສັງຄົມນິຍົມ​ມາ​ໄດ້​
ຫຼາຍປີ​ແລ້ວ ​ແຕ່​ທ່ານ​ບໍ່​ເຄີຍ​ກຳ​ຕຳ​ແໜ່​ງທີ່​ສຳຄັນໆ​ໃນ​ລັດຖະບານມາ​ກ່ອ​ນ.

XS
SM
MD
LG