ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຝຣັ່ງເລືອກຕັ້ງເອົາ ປະທານາທິບໍດີຄົນໃໝ່ (ເບິ່ງສະໄລດ໌)


ທ່ານ Francois Hollande (ຂ້າງຊ້າຍ) ປະທານາທິບໍດີທີ່ຖືກເລືອກຕັ້ງໃໝ່
ແລະທ່ານ Sarkozy ທີ່ກໍາລັງປົກຄອງປະເທດຝຣັ່ງໃນປັດຈຸບັນ.
ວັນທີ 7 ພຶດສະພາ 2012.
ທ່ານ Francois Hollande (ຂ້າງຊ້າຍ) ປະທານາທິບໍດີທີ່ຖືກເລືອກຕັ້ງໃໝ່ ແລະທ່ານ Sarkozy ທີ່ກໍາລັງປົກຄອງປະເທດຝຣັ່ງໃນປັດຈຸບັນ. ວັນທີ 7 ພຶດສະພາ 2012.


















ຝຣັ່ງມີ​ຜູ້​ນໍາ​ຄົນ​ໃໝ່ ຫຼັງ​ຈາກ​ທ່ານ Francois Hollande ຜູ້​ທ້າທາຍ​ຫົວ​ສັງຄົມ​ນິຍົມ ຊະນະ​ທ່ານ Nicolas Sarkozy ຫົວ​ນິຍົມ​ແນວທາງ​ເດີມ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຝຣັ່ງນັ້ນ.

ຜົນ​ຂອງ​ການ​ເລືອກ​ຕັ້ງ​ຂັ້ນ​ສຸດ​ທ້າຍ​ໃນ​ວັນ​ຈັນ​ມື້​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າທ່ານ Hollande ​ໄດ້ຮັບ​ຄະ​ແນນ​ສຽງໃນ​ຈໍານວນ 51.6 ​ເປີ​ເຊັນຕໍ່ 48.4 ​ເປີ​ເຊັນ​ສໍາລັບ​ທ່ານ ຊາກ​ໂກ​ຊີ​ໃນ​ການ​ເລືອກ​ຕັ້ງ​ຮອບ​ຊີ້ຂາດ​ໃນ​ວັນ​ອາທິດ​ວານ​ນີ້. ສື​ມວນ​ຊົນ​ຝຣັ່ງກ່າວ​ວ່າ ທ່ານ​ຊາກ​ໂກ​ຊີ ທີ່​ຈະ​ພົ້ນ​ຈາກ​ຕໍາ​ແໜ່​ງ​ໄປ ຈະ​ໂອນ​ອໍານາດ​ຢ່າງ​ເປັນ​ທາງ​ການ​ໃຫ້​ທ່ານ Hollande ​ໃນ​ວັນ​ທີ 15 ​ເດືອນ​ນີ້.

ການ​ປ່ອນ​ບັດ​ຄັ້ງ​ນີ້​ສະທ້ອນ​ເຖິງ​ຄວາມ​ບໍ່ພໍ​ໃຈ​ຂອງ​ປະຊາຊົນ​ໃນ​ການ​ຕັດ​ຄ່າ​ໃຊ້​ຈ່າຍ​ຂອງ​ປະ​ເທດ​ລົງ​ແລະ​ອັດຕາ​ຄົນ​ຫວ່າງ​ງານ​ທີ່​ສູງ. ປະທາ​ນາ​ທິບໍດີ​ຊາກ​ໂກ​ຊີ ທີ່​ຈະ​ພົ້ນ​ຈາກ​ຕໍາ​ແໜ່​ງ​ໄປ​ນັ້ນ​ກ່າວ​ວ່າ ທ່ານຮັບ​ເອົາ​ຄວາມ​ຮັບຜິດ
ຊອບ​ໃນ​ການ​ປາ​ໄຊ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້.

ທ່ານ Hollande ​ໄດ້​ຄັດຄ້ານ​ຕໍ່​ການ​ເອົາ​ມາດ​ຕະການ​ປະຢັດ​ມັທະ​ຍັດທາງ​ດ້ານ​ເສດຖະກິດ​ທີ່​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ຝຣັ່ງນັ້ນ. ທ່ານ​ຈະ​ເປັນຜູ້​ນໍາ​ຝຣັ່ງຫົວ​ອຽງ​ຊ້າຍ​ຄົນ​ທໍາ​ອິດ​ໃນ​ຮອບ​ເກືອບ 20 ປີ​ຜ່ານ​ມາ.

ມີ​ການ​ເບິ່ງ​ກັນ​ວ່າ ທ່ານ Hollande ​ເປັນ​ນັກ​ການ​ເມືອງ​ຫົວ​ອ່ອນ​ໂຍນ. ທ່ານ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ທໍາ​ການ​ເຄື່ອນ​ໄຫວ​ຢ່າງ​ໄວ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຕາມ​ໂຄງການ​ເກັບ​ພາສີ​ແລະ​ໃຊ້​ຈ່າຍ​ຕາມ​ປະ​ເພນີຂອງ​ນັກ​ສັງຄົມ​ນິຍົມ ດ້ວຍ​ການ​ເກັບ​ພາສີ​ສູງ​ຂຶ້ນ​ຕໍ່​ພວກ​ຄົນ​ຮັ່ງມີ ​ເພື່ອ​ຊ່ອຍ​ໃນ​ການ​ໃຊ້​ຈ່າຍ​ຂອງ​ລັດ​ທີ່​ເພີ່ມ​ຂຶ້ນ​ນັ້ນ.

ນອກ​ນັ້ນ ທ່ານ​ຄາດ​ວ່າ​ຈະ​ພະຍາຍາມ​ທໍາ​ການ​ເຈລະຈາ​ຄືນ​ເລື້ອງການ​ເອົາ​ມາດ​ຕະການ​ປະຢັດ​ມັດທະຍັດ​ທີ່​ທາງ​ສະຫະພາບ​ຢູ​ໂຣບວາງ​ໄວ້​ນັ້ນ​ເຊ່ນ​ກັນ.

ປະທານາທິບໍດີ ບາຣັກ ​ໂອ​ມາ​ມາ ​ແຫ່ງ​ສະຫະລັດ ​ໄດ້​ໂທລະສັບສະ​ແດງ​ຄວາມ​ຊົມ​ເຊີຍຂອງ​ທ່ານ​ຕໍ່​ທ່ານ Hollande ​ໃນ​ວັນ​ອາທິດວານ​ນີ້ ​ແລະ​ເຊື້ອ​ເຊີນ​ທ່ານ​ມາ​ຢ້ຽມຢາມ​ທໍານຽບຂາວ ກ່ອນ​ກອງປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ G-8 ​ແລະ​ກຸ່ມ​ເນ​ໂຕ້​ໃນ​ທ້າຍ​ເດືອນ​ນີ້.

XS
SM
MD
LG