ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Hollande ມີສຽງນໍາໜ້າ ໃນການເລືອກຕັ້ງ ປະທານາທິບໍດີຝຣັ່ງ (ເບິ່ງສະໄລດ໌)


ທ່ານ Francois Hollande ຫົວໜ້າພັກສັງຄົມນິຍົມ ທີມີສຽງນໍາໜ້າໃນການ
ເລືອກຕັ້ງປະທານາທິບໍດີຮອບທີນຶ່ງ ທີ່ຝຣັ່ງ.
ວັນທີ 23 ເມສາ 2012.
ທ່ານ Francois Hollande ຫົວໜ້າພັກສັງຄົມນິຍົມ ທີມີສຽງນໍາໜ້າໃນການ ເລືອກຕັ້ງປະທານາທິບໍດີຮອບທີນຶ່ງ ທີ່ຝຣັ່ງ. ວັນທີ 23 ເມສາ 2012.

ທ່ານ Francois Hollande ຫົວໜ້າພັກ​ສັງຄົມ​ນິຍົມ​ໄດ້​ໂຜ່​ໂຕ​ຂຶ້ນ​ມາ ເປັນ​ຜູ້​ມີ​ສຽງ​ນໍາ​ໜ້າ
ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງຝຣັ່ງ ຫຼັງຈາກ​ໄດ້​ຮັບ​ຄະ​ແນນ​ນໍາ​ໜ້າ​ປະທານາທິບໍດີ
Nicolas Sarkozy ທີ່​ປົກຄອງປະ​ເທດ​ໃນ​ປັດຈຸບັນ ​ໃນ​ການ​ປ່ອນ​ບັດ​ຮອບທີ​ນຶ່ງ​ໃນວັນ​ອາ
ທິດ​ວານ​ນີ້.

ພ້ອມກັບທີ່ການ​ນັບ​ບັດ​ຄະ​ແນນ​ສຽງ​ເກືອ​ບສໍາ​ເລັດໝົດ​ແລ້ວນັ້ນ ທ່ານ Hollande ​ໄດ້​ຮັບ​
ສຽງ​ສະໜັບສະໜຸນ​ຫຼາຍ​ກວ່າ 28​ ເປີ​ເຊັນ ​ໃນ​ຂະນະທີ່​ທ່ານ Sarkozy ນິຍົມ​ແນວທາງ​
ເດີມ​ ໄດ້​ຮັບ 27 ​ເປີ​ເຊັນ. ​ຜູ້ສະມັກ​ແຂ່ງຂັນ​ 2 ​ທ່ານນີ້ ​ຈະ​ປະ​ເຊີນ​ໜ້າ​ກັນ​ອີກ​ໃນ​ການ​
ແຂ່ງຂັນ​ຮອບຊີ້ຂາດ​ໃນ​ວັນ​ທີ 6 ພຶດສະພາ​ໜ້າ​ນີ້.

ພວກ​ຜູ້​ສະມັກ​ແຂ່ງຂັນ​ອີກ 8 ຄົນ​ແມ່ນ​ໄດ້​ຕົກ​ຮອບໄປ​ແລ້ວ. ​ແຕ່​ທ່ານ ນາງ Marine Le
Pen ຫົວ​ນິຍົມ​ຂວາ​ຈັດ ​ໄດ້​ເຮັດ​ໃຫ້​ພວກ​ຢັ່ງ​ສຽງແປກ​ໃຈ ຍ້ອນໄດ້​ຮັບ​ສຽງ​ສະໜັບສະ
ໜຸນມາໃນອັນ​ດັບ 3 ​ໂດຍໄດ້​ຮັບຫຼາຍ​ກວ່າ 18 ​ເປີ​ເຊັນ ​ຊຶ່ງ​ແມ່ນ​ຫຼາຍ​ທີ່​ສຸດ​ສໍາລັບ​ຜູ້​ສະ
ມັກ​ສັງກັດ​ພັກ​ແນວ​ໂຮມ​ແຫ່ງ​ຊາດ ທີ່​ຕໍ່​ຕ້ານ​ພວກ​ຄົນ​ເຂົ້າ​ເມືອງ ທີ່​ທ່ານ Jean-Marie
Le Pen ບິດາ​ຂອງທ່ານ​ນາງ ໄດ້​ກໍ່​ຕັ້ງ​ຂຶ້ນ​ມາ​ນັ້ນ. ທ່ານ​ນາງ Marine Le Pen ກ່າວ​ວ່າ
ທ່ານ​ນາງ​ຈະແນະ​ນໍາ​ພວກ​ສະໜັບສະໜຸນ​ທ່ານ​ນາງກ່ຽວ​ກັບ​ວ່າ ຄວນ​ຈະ​ລົງ​ຄະ​ແນນ​
ສຽງ​ໃຫ້​ໃຜ​ໃນ​ການເລືອກ​ຕັ້ງ​ຮອບຕໍ່​ໄປ​ ໃນ​ສັບປະດາ​ໜ້າ​ນີ້.

ທ່ານ Hollande ກ່າວ​ວ່າ ຜົນ​ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ວານ​ນີ້ເຮັດ​ໃຫ້​ທ່ານ​ເປັນ​ຜູ້​
ສະມັກ​ທີ່​ແຂງ​ແຮງ​ທີ່​ສຸດ ​ແຕ່​ເຕືອນ​ພວກ​ສະໜັບສະ​ໜຸນ​ທ່ານ ​ໃຫ້​ຄາດ​ໝາຍການ​ໂຈມ
ຕີ​ຢ່າງ​ແຂງ​ແຮງ​ຈາກ​ປະທານາ​ທິບໍດີ Sarkozy ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນວັນທີ 6
ເດືອນ​ໜ້າ​ນີ້.

ທ່ານ Hollande ກ່າວ​ວ່າ ທ່ານ​ຢາກ​ທ້ອນ​ໂຮມ​ ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ປະ​ເທດ​ທີ່​ຖືກ
ແບ່ງແຍກໂດຍ​ນະ​ໂຍບາຍ ​ທີ່ລົ້ມ​ແຫຼວຂອງ​ທ່ານ Sarkozy ນັ້ນ. ທ່ານ​ກ່າວ​ຕື່ມ​ວ່າ
ທ່ານ​ຢາກ​ຂຶ້ນ​ພາສີ​ ທີ່ພວກ​ມະຫາ​ເສດຖີ​ ຈ່າຍ​ໃຫ້​ລັດຖະບານ​ນັ້ນ.

ສ່ວນທ່ານ Sarkozy ນັ້ນ ກໍຍັງ​ຄົງ​ມີ​ກໍາລັງ​ໃຈດີ​ແລະ​ກະຕືລື​ລົ້ນ ​ກ່ຽວ​ກັບ​ການ​ເລືອກ
ຕັ້ງ​ຮອບ​ທີ​ສອງ ​ເຖິງ​ແມ່ນ​ທ່ານ​ໄດ້ເປັນ​ປະທານາທິບໍດີ ຄົນ​ທໍາ​ອິດ​ທີ່​ປົກຄອງ​ປະ​ເທດ
ຢູ່ ​ທີ່ໄດ້​ເສຍໄຊ​ໃນ​ການ​ເລືອກ​ຕັ້ງ​ຮອບ​ທີ​ນຶ່ງ​ໃນ​ປະວັດ​ສາດສະ​ໄໝ​ໃໝ່ຂອງຝຣັ່ງ.
ທ່ານ Sarkozy ​ໄດ້ໃຫ້​ເຫດຜົນສໍາລັບ​ຜົນການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ​ເປັນ
ຍ້ອນ​ຄວາມ​ເປັນ​ຫ່ວງ​ກັງວົນຂອງ​ປະຊາຊົນ​ ກ່ຽວ​ກັບຄວາມ​ໝັ້ນຄົງດ້ານ​ວຽກ​ການຂອງ
​ເຂົາເຈົ້າ ແລະ​ຄວາມ​ສົມບູນ​ຂອງ​ເຂດ​ນໍ້າ​ແດນ​ດິນຂອງ​ຊາດ​.

XS
SM
MD
LG