ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ປ່ອນບັດເລືອກຕັ້ງ ສະພາແຫ່ງຊາດ ຮອບສອງ


ການເລືອກຕັ້ງທີ່ຝຣັ່ງ.
ວັນທີ 17 ມິຖຸນາ 2012.
ການເລືອກຕັ້ງທີ່ຝຣັ່ງ. ວັນທີ 17 ມິຖຸນາ 2012.

















ທີ່​ປະ​ເທດຝຣັ່ງນັ້ນ ການ​ປ່ອນ​ບັດກໍາລັງ​ດໍາ​ເນີນ​ໄປເຊ່ນ​ກັນ ​ໃນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​
ຊາດຮອບ​ສອງ​ ຊຶ່ງຄາດກັນວ່າ ພັກ​ສັງຄົມ​ນິຍົມ​ຂອງ​ປະທານາທິບໍດີ Francois Hollande
ຈະ​ໄດ້​ຮັບ​ບ່ອນ​ນັ່ງ​ຂ້າງ​ຫຼາຍຢ່າງ​ຂາດ​ຮອຍ​ ໃນ​ສະພາ​ແຫ່ງ​ຊາດທີ່​ມີ​ບ່ອນ​ນັ່ງ​ທັງ​ໝົດ 577
ບ່ອນ​ນັ້ນ.

ຜົນການ​ສໍາ​ຫຼວດຫາງ​ສຽງ​ປະຊາຊົນ​ ແລະ​ການ​ທໍານາຍຈາກ​ຈໍານວນບ່ອນ​ນັ່ງທີ່​ພັກສັງຄົມ​
ນິຍົມ​ໄດ້​ຮັບໃນ​ການ​ປ່ອນ​ບັດ​ຮອບ​ທໍາ​ອິດເມື່ອ​ວັນ​ອາທິດແລ້ວ​ນີ້ ສະເໜີ​ແນະ​ວ່າ ພັກດັ່ງ
ກ່າວສາມາດ​ໄດ້​ຮັບ​ບ່ອນນັ່ງເຖິງ 287 ບ່ອນຢູ່​ໃນ​ສະພາ​ແຫ່ງ​ຊາດ ຫລື​ສະພາ​ຕໍ່າ​ຂອງຝຣັ່ງ
ນັ້ນ. ສ່ວນສະພາ Senate ຫລື​ສະພາ​ສູງ​ ​ແມ່ນຢູ່​ພາຍ​ໃຕ້​ການ​ຄວບ​ຄຸມຂອງຝ່າຍ​ທີ່ນິຍົມ
​ຊ້າຍ​ ກໍ​ຄື​ພັກ​ສັງຄົມ​ນິຍົມ​ນັ້ນຢູ່​ແລ້ວ.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ​ໄຊຊະນະໃນ​ມື້​ນີ້ ຈະ​ອໍານວຍ​ໃຫ້​ທ່ານ Hollande ສາມາດອອກ
​ມາດ​ຕະການ​ຕ່າງໆ​ທີ່​ທ່ານ​ຫວັງ​ວ່າ ຈະ​ຊ່ອຍຄວບ​ຄຸມ​ການ​ຫວ່າງ​ງານ​ ແລະ​ກະຕຸກ​ຊຸກຍູ້
​ເສດຖະກິດທີ່​ໃຫຍ່ອັນ​ດັບ​ສອງຂອງເຂດ​ທີ່​ໃຊ້​ເງິນ​ຢູ​ໂຣນັ້ນ.

ທ່ານ Hollande ​ໄດ້​ຊະນະ​ອະດີດ​ປະທານາທິບໍດີ Nicolas Sarkozy ຫົວ​ນິຍົມ​ແນວທາງ
​ເດີມ ​ໃນ​ການ​ເລືອກ​ຕັ້ງ​ຮອບ​ພິ​ເສດ​ເມື່ອວັນ​ທີ 6 ພຶດສະພາ​ຜ່ານ​ມາ. ປະທານາທິບໍດີ​ໃໝ່​
ຂອງຝຣັ່ງຕ້ອງ​ການ​ຄວາມ​ສະໜັບສະໜຸນ​ຈາກ​ພວກຜູ້​ແທນ​ໃນ​ສະພາ ​ສໍາ​ລັບ​ຄວາມ​ພະຍາ
ຍາມ​ຂອງ​ທ່ານ ​ເພື່ອ​ເກ້​ຍກ່ອມ​ໃຫ້​ບັນດາ​ຜູ້​ນໍາອີ​ຢູ ​ໂດຍສະ​ເພາະ ​ແມ່ນ​ ທ່ານ​ນາງ Angela
Merkel ນາຍົກລັດຖະມົນຕີ​ເຢຍຣະມັນນັ້ນໃຫ​ເພ່ງ​ເລັງ​ໃສ່​ການ​ຊຸກຍູ້ການ​ເຕີບ​ໂຕຂອງ​ເສດ
ຖະກິດ ​ແທນ​ທີ່​ຈະ​ເພ່ງ​ເລັງ​ໃສ່​ການບັງຄັບໃຫ້ປະຕິບັດມາດ​ຕະການ​ປະຢັດ​ມັດທະຍັດ​ຢ່າງ​
ເຄ່ງ​ຄັດ​ ຢູ່​ໃນ​ບັນດາປະ​ເທດ​ສະມາຊິກ​ຂອງ​ອີ​ຢູ ທີ່​ກໍາລັງ​ປະ​ເຊີນກັບ​ບັນຫາ​ເສດຖະກິດ​ຢ່າງ​
ໜັກ​ນັ້ນ.

XS
SM
MD
LG