ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຝຣັ່ງປະຕິເສດ ການປະກາດເອກກະລາດ ຂອງກຸ່ມກະບົດ Tuareg ໃນມາລີ (ເບິ່ງສະໄລດ໌)


Меморіал В'єтнамської війни у Вашингтоні.
Меморіал В'єтнамської війни у Вашингтоні.

ກຸ່ມ​ກະ​ບົດ Tuareg ຢູ່​ພາກ​ເໜືອ​ຂອງ Mali ​ໄດ້​ປະກາດເອກ​ກະລາດ ​ໃນ​ວັນ​ສຸກນີ້
ແລະ​ຮ້ອງຂໍ​ໃຫ້​ນາໆ​ຊາດ​ຮັບ​ຮູ້ປະ​ເທດ​ໃໝ່​ຂອງ​ເຂົາ​ເຈົ້າ​ທີ່ ເຂົາ​ເຈົ້າ​ເອີ້ນ​ວ່າ
“Azawad” ນັ້ນ.

ສະຫະ​ພາບ​ອາ​ຟຣິກາ​ໄດ້​ປະຕິ​ເສດ​ໂດຍ​ທັນທີ ຕໍ່​ຄໍາ​ປະກາດ​ຂອງ​ພວກ​ກະບົດ ​ໂດຍ
ກ່າວ​ວ່າ ​ເປັນ​ໂມຄະ​ແລະ​ບໍ່​ມີ​ຄຸນຄ່າ​ຫຍັງ​ທັງ​ສິ້ນ.

ຝຣັ່ງ ອະດີດ​ອໍານາດ​ຫົວ​ເມືອງ​ຂື້ນທີ່​ຄອບ​ຄອງ​ດິນ​ແດນ​ໃນ​ຂົງ​ເຂດ​ນັ້ນ ​ກໍ​ໄດ້​ປະຕິ​
ເສດການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງກຸ່ມກະບົດ​ເຊ່ນ​ກັນ. ລັດຖະມົນຕີ​ປ້ອງ​ກັນ​ປະ​
ເທດຝຣັ່ງ ທ່ານ Gerard Longuet ກ່າວ​ວ່າ ການ​ປະກາດຕົນ​ເອງເປັນ​ເອກ​ກະລາດ​
ແຕ່​ຝ່າຍ​ດຽວ ​ໂດ​ຍ​ບໍ່​ໄດ້​ຖືກ​ຮັບ​ຮູ້​ຈາກ​ບັນດາ​ປະ​ເທດອາ​ຟຣິການັ້ນ ​ແມ່ນບໍ່​ມີ​ຄວາມ​
ໝາຍຫຍັງ​ໝົດ.

ຢູ່​ໃນ​ຖະ​ແຫລ​ງການປະກາດ​ເອກ​ກະລາດທາງ​ເວັບ​ໄຊ້ທ໌ຂອງ​ເຂົາ​ເຈົ້າ ກຸ່ມມ​ກະບົດຂອງ
ຂະ​ບວນການປົດ​ປ່ອຍ Azawad ​ແຫ່ງ​ຊາດ ຫລື MNLA ກ່າວ​ວ່າ​ ເຂົາ​ເຈົ້າ​ຈະ​ໃຫ້ການ​
ນັບຖື​ຊາຍ​ແດນ​ ທີ່​ຕິດ​ກັບປະ​ເທດ​ອື່ນໆ.

ກູ່​ມກະບົດ MNLA ​ໄດ້​ປະກາດ​ການ​ຢຸດ​ຍິງ​ໃນ​ວັນພ​ະຫັດ ​ໂດຍ​ກ່າວ​ວ່າ ​ພວກ​ຕົນ​ໄດ້
ບັນລຸເປົ້າ​ໝາຍ​ແລ້ວ.

ກຸ່​ມກະບົດ Tuareg ພ້ອມ​ດ້ວຍ​ພວກນັກ​ລົບ​ອິສລາ​ມ ​ໄດ້​ເຂົ້າຍຶດ​ເອົາ​ເມືອງ Kidal,
Gao ​ແລະ Timbuktu ​ໃນ​ການ​ບຸກຄືບ​ໜ້າ​ຢ່າງ​ວອງໄວ​ເປັນ​ເວລາ​ສາມ​ວັນ​ ທີ່​ເລີ່​ມ
ຂຶ້ນ​ຕັ້ງແຕ່​ວັນ​ສຸກ​ແລ້ວ​ນີ້.

ມັນ​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ກຸ່​ມ Ansar Dine ທີ່ຕໍ່ສູ້​ຄຽງບ່າ​ຄຽງ​ໄຫ່ລກັບ​ພວກ
ກະບົດ​ນັ້ນ ຈະ​ພາກັນ​ວາງອາວຸດ​ຫລື​ບໍ່? ກຸ່​ມດັ່ງກ່າວ​ນີ້ ມີ​ການ​ພົວພັນ​ກັບ​ກຸ່ມ AQIM
ທີ່​ເປັນສາຂາ​ພວກ​ກໍ່​ການ​ຮ້າຍ al-Qaida ຢູ່​ພາກ​ເໜືອ​ຂອງ ອາ​ຟຣິກາ ທີ່ໄດ້​ປະກາດ
ໃຊ້ກົດ​ໝາຍ​ເຂ້​ມງວດຂອງ​ສາສະໜາອິສລາ​ມ ຢູ່​ໃນ​ບາງ​ເຂດ.

ວັນ​ພະຫັດວານ​ນີ້ ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ Alain Juppe ​ກ່າວເຕືອນວ່າ
ບັນຫາ​ຂອງກຸ່​ມກະບົດ Tuareg ສາມາດ​ແກ້ໃຂ​ໄດ້​ທາງດຽວ​ເທົ່າ​ນັ້ນກໍ​ຄື ​ຜ່ານ​ການ​
ເຈລະຈາ ​ບໍ່​ແມ່ນ​ຜ່ານ​ທາງການໃຊ້ກໍາລັງ​ທະ​ຫານ.

XS
SM
MD
LG