ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ​ຣັ່ງ ສົ່ງ​ເຮືອ​ບິນ​ສາມ​ລ​ຳທີ່​ມີ​ການ​ຊ່ວຍ​ເຫຼືອ​ໄປ​ໃຫ້​ເຂດ ກາ​ຊາ, ກຳ​ປັ່ນ ຝ​ຣັ່ງ ຢູ່ໃນ​ທະ​ເລ ເມ​ດີ​ເທີ​ເຣ​ນຽນ


ການ​ຊ່ວ​ຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ຈະ​ຖືກ​ສົ່ງ​ໄປ​ເຂດ ກາ​ຊາ ແມ່ນ​ຖື​ກ​ຂົນ​ຂຶ້ນ​ເຮືອ​ບິນ​ຂອງກອງ​ທັບ​ອາ​ກາດ ຝ​ຣັ່ງ ກ່ອນ​ບິນ​ຂຶ້ນ​ຢູ່​ຖານ​ທັບ ອອກ​ເລອອງ, ຝ​ຣັ່ງ, 4 ພະ​ຈິກ 2023.
ການ​ຊ່ວ​ຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ຈະ​ຖືກ​ສົ່ງ​ໄປ​ເຂດ ກາ​ຊາ ແມ່ນ​ຖື​ກ​ຂົນ​ຂຶ້ນ​ເຮືອ​ບິນ​ຂອງກອງ​ທັບ​ອາ​ກາດ ຝ​ຣັ່ງ ກ່ອນ​ບິນ​ຂຶ້ນ​ຢູ່​ຖານ​ທັບ ອອກ​ເລອອງ, ຝ​ຣັ່ງ, 4 ພະ​ຈິກ 2023.

ເຮືອ​ບິນ ຝ​ຣັ່ງ ສາມ​ລຳ​ທີ່​ຂົນ​ສົ່ງ​ການ​ຊ່ວຍ​ເຫຼືອ​ໜັກ 54 ໂຕນສຳ​ລັບ​ເຂດ​ກາ​ຊາ ໄດ້​ເດີນ​ທາງ​ຮອດ​ປະ​ເທດ ອີ​ຈິບ ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ ແລະ ຝ​ຣັ່ງ ມີ​ກຳ​ປັ່ນ​ນາ​ວິ​ກະ​ໂຍ​ທິນ​ສາມ​ລຳ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ທະ​ເລ​ເມ​ດີ​ເທີ​ເຣ​ນຽນ ທີ່​ກຽມພ້ອມ​ຈະ​ຕອບ​ສະ​ໜອງ​ຕໍ່​ສະ​ຖາ​ນະ​ການ​ທີ່​ກຳ​ລັງ​ຮຸນ​ແຮງ​ຂຶ້ນ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ໃນ​ວັນ​ອາ​ທິດ​ວານນີ້.

ການ​ປະ​ກາດ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຝ​ຣັ່ງ ທ່ານ​ນາງ ກາ​ເຕ​ຣີນ ໂຄ​ລົນ​ນາ ໄດ້​ຮຽກ​ຮ້ອງສຳ​ລັບ “ການ​ສະ​ຫງົບ​ເສິກ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ທັນ​ທີ,” ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ນະ​ຄອນຫຼວງ ໂດ​ຮາ, ປະ​ເທດ ກາ​ຕ້າ, ແລະ ໄດ້​ເຕືອນ​ຕໍ່​ການ​ອະ​ນຸ​ຍາດ​ໃຫ້​ຄວາມ​ຂັດ​ແຍ້ງ​ແຜ່ນ​ລາມ​ໃນ​ພາກ​ພື້ນ.

ເ​ຮືອ​ບິນ​ທະ​ຫານ A400M ຂອງກອງ​ທັບ​ອາ​ກາດ ຝ​ຣັ່ງ ກ່ອນ​ບິນ​ຂຶ້ນ ​ເພື່ອ​ນຳ​ສົ່ງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ​ໄປ​ເຂດ ກາ​ຊາ, ຢູ່​ຖານ​ທັບ ອອກ​ເລ​ອອງ, ຝ​ຣັ່ງ, 4 ພະ​ຈິກ 2023.
ເ​ຮືອ​ບິນ​ທະ​ຫານ A400M ຂອງກອງ​ທັບ​ອາ​ກາດ ຝ​ຣັ່ງ ກ່ອນ​ບິນ​ຂຶ້ນ ​ເພື່ອ​ນຳ​ສົ່ງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ​ໄປ​ເຂດ ກາ​ຊາ, ຢູ່​ຖານ​ທັບ ອອກ​ເລ​ອອງ, ຝ​ຣັ່ງ, 4 ພະ​ຈິກ 2023.

ອິ​ສ​ຣາ​ແອ​ລ ໄດ້​ປະ​ຕິ​ເສດ​ກາ​ນ​ຮຽກ​ຮ້ອງ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຂອງສາ​ກົນ ສຳ​ລັບ​ການ​ຢຸດ​ຍິງ​ ເປັນ​ເວ​ລາ​ສີ່​ອາ​ທິດ​ ນັບ​ຕັ້ງ​ແຕ່​ພວກ​ນັກ​ລົບ​ຈາກ​ກຸ່ມ​ຮາ​ມາ​ສ, ເຊິ່ງ​ຄວບ​ຄຸມ​ເຂດ​ກາ​ຊາ, ໄດ້​ບຸກ​ຂ້າມ​ເຂດ​ຊາຍ​ແດນ, ຂ້າ​ປະ​ຊາ​ຊົນ 1,400 ຄົນ ແລະ ໄດ້​ຈັບຫຼາຍກວ່າ 240 ຄົນ​ເປັນ​ຕົວ​ປະ​ກັນ.

ອິ​ສ​ຣາ​ແອ​ລ ນັບ​ຕັ້ງ​ແຕ່​ນັ້ນ​ມາ​ໄດ້​ໂຈມ​ຕີ​ເຂດ​ກາ​ຊາ​ຈາກ​ອາ​ກາດ, ທຳ​ການ​ປິດ​ລ້ອມ ແລະ ເປີດ​ການ​ໂຈມ​ຕີ​ຢູ່​ພາກ​ພື້ນ​ດິນ, ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ທົ່ວ​ໂລກ​ກ່ຽວ​ກັບ ສະ​ຖາ​ນະ​ການ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ດິນ​ແດນ​ທີ່​ຖືກ​ປິດ​ລ້ອ​ມ​ນັ້ນ ແລະ ພວກ​ເຈົ້າ​ໜ້າ​ທີ່ ກາ​ຊາ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້ວ່າ, ໄດ້​ສັງ​ຫານ​ຊາວ​ປາ​ແລັ​ສ​ໄຕ​ນ໌ ຫຼາຍກວ່າ 9,770 ຄົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG