ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ຈະເພີ້ມວຽກ ດ້ານຄວາມໝັ້ນຄົງ 2,680 ວຽກ ໃນ 3 ປີຕໍ່ໜ້າ


ສຳນັກງານວາລະສານ Charlie Hebdo
ສຳນັກງານວາລະສານ Charlie Hebdo

ນາຍົກລັດຖະມົນຕີຝຣັ່ງ ທ່ານ Manuel Valls ກ່າວວ່າ ຝຣັ່ງ
ຈະສ້າງຕັ້ງຕຳແໜ່ງທາງດ້ານ ຄວາມໝັ້ນຄົງໃໝ່ 2,680 ໜ້າວຽກ
ພາຍໃນໄລຍະ 3 ປີຕໍ່ໜ້າ ເພື່ອຮັບມືກັບໄພຂົ່ມຂູ່ຈາກ ພວກຫົວ
ຮຸນແຮງຈັດອິສລາມ.

ທ່ານ Valls ໄດ້ປະກາດກ່ຽວກັບມາດຕະການໃໝ່ ໃນວັນພຸດມື້ນີ້
ຫລັງຈາກ ການປະຊຸມຄະນະ ລັດຖະບານປະຈຳສັບປະດາຂອງ
ທ່ານ ໂດຍເວົ້າວ່າ ປາຣີຈະໃຊ້ຈ່າຍເງິນ 500 ລ້ານໂດລາ ໃນ ການດຳເນີນຄວາມພະຍາຍາມເພື່ອເສີມຄວາມເຂັ້ມແຂງໃຫ້ກັບ
ການຕໍ່ສູ້ຕ້ານພວກກໍ່ການຮ້າຍ ຫຼັງ ຈາກໄດ້ມີການໂຈມຕີຢ່າງ
ຮ້າຍແຮງເມື່ອຕົ້ນເດືອນນີ້.

ນອກນັ້ນ ໃນວັນພຸດມື້ນີ້ ຄະນະ​ສອບ​ສວນຂອງຝຣັ່ງ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ກ່າວຫາ 4 ຄົນ ທີ່ພົວພັນ​ກັບ​ການ​ໂຈມ​ຕີ​ຕະຫຼາດຊາວຢິວ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ນະຄອນ​ປາຣີ
ທີ່​ຍັງ​ຜົນໃຫ້​ມີ 4 ຄົນ ​ເສຍ​ຊີວິດ​ນັ້ນ.

​ໄອ​ຍະ​ການ​ສານ​ໄດ້​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຊາຍ​ທັງ 4 ຄົນນັ້ນ​ແມ່ນ ​ໄດ້​ຖືກ​ກ່າວ​ວ່າ ມີສ່ວນ
ພົວ ພັນ​ກັບ​ທ້າວ Amedy Coulibaly ​ຊຶ່ງ​ໄດ້​ສັງຫານ 4 ຄົນ ​ໃນ​ການ​ປະ​ທະ​ກັນ​ກັບ​ຕຳຫຼວດ
​ໃນ​ຕະຫຼາດ​ຂອງ​ຊາວ​ຢິວ ​ໃນ​ວັນ​ທີ 9 ມັງກອນ ຜ່ານ​ມາ​ນີ້ ນຶ່ງ​ມື້ກ່ອນ​ໜ້າ​ນັ້ນ ​ລາວ​ໄດ້​ສັງຫານ
ຕຳຫຼວດ​ແມ່ຍິງຄົນນຶ່ງ.

ຊາຍ​ທັງ 4 ຄົນ​ແມ່ນ ​ໄດ້ຖືກ​ກ່າວ​ຫາ​ໃນ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ທ້າວ Coulibaly ຊຶ່ງ​ຖືກ​ຕຳຫຼວດ​ສັງຫານ ​ໃນ​ເວລາ​ຕໍ່​ມາ.

ການ​ຍິງ​ກັນ​ທີ່​ວ່າ​ນີ້ ​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ປະ​ທະ​ກັນ 3 ມື້​ ໃນ​ການ​ໂຈ​ມຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ໃນ​ນະຄອນ​ປາຣີ ທີ່​ໄດ້​ເລີ້ມ​ຕົ້ນ​ດ້ວຍ​ການ​ຍິງ​ສັງຫານ 12 ຄົນ​ຢູ່ທີ່ສຳນັກງານ​ວາລະສານ​ເຍາະ​ເຍີ້​ຍ ຊວນ​ຫົວ ລາຍ​ສັບປະດາ Charlie Hebdo ໃນວັນພຸດ ທີ 7 ມັງກອນ ຜ່ານມານີ້.

France Terror SOTVO
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG