ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ຝຣັ່ງສະຫຼອງວັນ Bastille Day (ສະໄລດ໌/ວີດີໂອ)


ສີຊາດຝຣັ່ງ ຢູ່ເທິງ Arc de Triomphe ໃນລະຫວ່າງການເດີນ ສວນສະໜາມ ໃນວັນ Bastille Day ຕາມຖະໜົນ Champs Elysees ໃນນະຄອນຫຼວງປາຣີ ວັນທີ 14 ກໍລະກົດ 2014.

ມື້​ນີ້ ປະຊາຊົນຝຣັ່ງ​ສະ​ເຫຼີ​ມສະຫຼອງ​ວັນ Bastille Day ອັນ​ເປັນ​
ວັນຢຸດພັກ​ເພື່ອ​ລະ​ລຶກ​ເຖິງ​ການ​ບຸກ​ເຂົ້າ​ຍຶດ​ເອົາ​ຄຸກ Bastille
​ໃນ​ນະຄອນຫຼວງ​ປາຣີ ເມື່ອ​ວັນ​ທີ 14 ກໍລະກົດ ​ປີ 1789 ອັນ​
ເປັນ​ຂີດ​ໝາຍ​ແຫ່ງການເລີ້ມຕົ້ນ​ການປະ​ຕິວັດ​ຂອງປະຊາຊົນ
ຝຣັ່ງ ຕໍ່ຕ້ານ​ລະບອບ​ສັກ​ດີ​ນາ ຫລື​ລາຊາທິປະ​ໄຕ.

ປະທານາທິບໍດີ Francois Hollande ​ແລະ​ແຂກ​ຜູ້​ມີ​ກຽດ​ອື່ນໆ
​ໄດ້​ ​ຮ່ວມ​ຊົມ ການ​ເດີນ​ສວນສະໜາມ​ຂອງ​ທະຫານ​ ທີ່​ປະຕິບັດ
ກັນ​ມາ​ເປັນ​ປະ​ເພນີ ​ຢູ່ຖະ​ໜົນ Champ Elysees ​ໃນ​ເຊົ້າ​ວັນ​
ຈັນ​ມື້​ນີ້.

ພວກ​ຜູ້​ຊົມ​ຫຼາຍ​ແສນ​ຄົນ ພາກັນ​ຢືນ​ເປັນ​ແຖວ ເລາະ​ຕາມ​ຖະໜົນເສັ້ນ​ນັ້ນໃນ​ນະຄອນ
ຫຼວງ​ປາຣີ ​ເພື່ອ​ຊົມ​ການ​ເດີນ​ສວນສະໜາມ​ດັ່ງກ່າວ.

ວັນ Bastille Day ​ເປັນ​ວັນ​ຢຸດ​ພັກ​ທາງ​ການ​ທີ່ໃຫຍ່​ທີ່​ສຸດ​ໃນ​ຝຣັ່ງ ​ແລະມີ​ການສະເຫຼີ​ມ
ສະຫຼອງ​ວັນ​ດັ່ງກ່າວ ​ໃນ​ທົ່ວ​ປະ​ເທດ.

ການສະ​ເຫຼີ​ມສະຫຼອງ​ຈະ​ມ້ວນທ້າຍ​ດ້ວຍການ​ຈູດ​ບັ້ງ​ໄຟ​ດອກ ​ໃນ​ແລງ​ວັນ​ຈັນ​ມື້​ນີ້ ຢູ່​ຫໍ
Tour Eiffel ​ໃນ​ຫົວ​ຂໍ້ ​ສົງຄາມ​ແລະ​ສັນຕິພາບ.

bastilleday 14july14
please wait
Embed

No media source currently available

0:00 0:00:58 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG