ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຝຣັ່ງ ຈະບໍ່ເຈລະຈາ ກັບພວກລັກພາຕົວ ພົນລະເມືອງຂອງຕົນ ຢູ່ Cameroon


ທ່ານ Jean-Yves Le Drian ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ
ທ່ານ Jean-Yves Le Drian ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ
ຝຣັ່ງເວົ້າວ່າ ຕົນຈະບໍ່ເຈລະຈາກັບພວກລັກພາຕົວ ທີ່ຈັບເອົາ
ຄົນສັນຊາດຝຣັ່ງ 7 ຄົນ ໄປໃນອາທິດແລ້ວນີ້ຢູ່ Cameroon.

ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ ທ່ານ Jean-Yves
Le Drian ເວົ້າໃນວັນອັງຄານມື້ນີ້ວ່າ ຝຣັ່ງຈະໃຊ້ “ທຸກວິທີ
ທາງທີ່ເປັນໄປໄດ້” ເພື່ອຮັບປະກັນໃຫ້ມີການປ່ອຍພວກຕົວ
ປະກັນ ແຕ່ຈະບໍ່ຫລິ້ນເກມໃນການ “ຕໍ່ລອງກັນ.”

ທ່ານໃຫ້ຄວາມເຫັນດັ່ງກ່າວ ນຶ່ງມື້ຫລັງຈາກໄດ້ມີການນຳວີດິ
ໂອອອກເຜີຍແຜ່ ທາງ YouTube ທີ່ສະແດງໃຫ້ເຫັນວ່າ ມື
ປືນຜູ້ນຶ່ງ ຊຶ່ງເວົ້າເປັນພາສາອາຣັບເຕືອນວ່າ ພວກຕົວປະກັນ ຈະຖືກສັງຫານຖ້າຫາກພວກຫົວຮຸນແຮງອິສລາມຢູ່ ໃນ Cameroon ແລະໄນຈີເຣຍ ບໍ່ຖືກປ່ອຍຕົວ.

ວີດິໂອສະແດງໃຫ້ເຫັນຜູ້ຊາຍສອງຄົນ, ຜູ້ຍິງນຶ່ງຄົນ ແລະເດັກນ້ອຍສີ່ຄົນ ນັ່ງຢູ່ໃນ ຕູບຜ້າເຕັ້ນທີ່ນ້ອຍໆຫຼັງນຶ່ງ ທີ່ຫ້ອມລ້ອມໄປດ້ວຍຜູ້ຊາຍທີ່ໃສ່ໜ້າກາກ. ຜູ້ຊາຍຊາວ ຝຣັ່ງຄົນນຶ່ງເວົ້າວ່າ ກຸ່ມດັ່ງກ່າວໄດ້ຖືກລັກພາຕົວໄປໂດຍພວກຫົວ ຮຸນແຮງອິສລາມ ນິກາຍ Boko Haram ຂອງໄນຈີເຣຍ.

ຝຣັ່ງເວົ້າວ່າ ຊາວຝຣັ່ງ 7 ຄົນນັ້ນ ຊຶ່ງມາຈາກຄອບຄົວດຽວກັນ ໄດ້ຖືກລັກພາຕົວ ໃນອາ ທິດແລ້ວນີ້ ໃນຂະນະທີ່ພາກັນໄປພັກຜ່ອນຢູ່ Cameroon ແລະອາດຖືກນໍາຕົວໄປຍັງ ໄນຈີເຣຍ ຊຶ່ງເປັນປະເທດເພື່ອນບ້ານນັ້ນ.
XS
SM
MD
LG