ເຮລີຄອບເຕີ້ໄດ້ບິນເວີ່ນໄປມາຢູ່ເໜືອຄື້ນຟອງ ແລະເຮືອໄດ້ຊອກຄົ້ນຫາຢູ່ຕາມໜ້ານ້ຳ ເວລາອາສາສະໝັກກູ້ໄພທາງທະເລ ຊາລສ໌ ເດໂວ ຂອງຝຣັ່ງ ໄດ້ສົ່ງເຮືອຂອງທ່ານໄປສົມທົບໃນການຊອກຄົ້ນຫາ ເຮືອທີ່ບໍ່ແຂງແຮງຂອງພວກຍົກຍ້າຍຖິ່ນຖານຫຼົ້ມ ໃນບໍລິເວນຊ່ອງແຄບອັງກິດ ຊຶ່ງເຮັດໃຫ້ຢ່າງໜ້ອຍ 27 ຄົນເສຍຊີວິດ ອີງຕາມລາຍງານຂອງອົງການຂ່າວເອພີ.
ສິ່ງທີ່ທ່ານເດໂວໄດ້ພົບເຫັນນັ້ນແມ່ນເປັນຕາໜ້າຢ້ານ ແຕ່ກໍບໍ່ໄດ້ ຊຶ່ງທ່ານຮັບຮູ້ດ້ວຍຄວາມເສຍໃຈໃນເວລາຕໍ່ມາວ່າ ບໍ່ແມ່ນສິ່ງທັງໝົດນີ້ເປັນເລື້ອງທີ່ບໍ່ຄາດວ່າມັນຈະບໍ່ເກີດຂຶ້ນ. ໂດຍທີ່ພວກ ຍົກຍ້າຍຖິ່ນຖານມັກຈະອອກເດີນທາງດ້ວຍເຮືອທີ່ບໍ່ແຂງແຮງແລະກໍບັນທຸກຜູ້ຄົນຫຼາຍເກີນຂອບເຂດແລ່ນໄປຕາມເສັ້ນທາງເດີນເຮືອທີ່ຂົນເຄື່ອງຂອງໄປມາ ໂດຍກຳປັ່ນບັນທຸກສິນຄ້າຂະໜາດໃຫຍ່ແລະມັກຈະມີສະພາບອາກາດ ຄື້ນຟອງຫຼືກະແສນ້ຳທີ່ປັ່ນປ່ວນ ຊຶ່ງທ່ານເດໂວກ່າວວ່າ ເປັນສິ່ງທີ່ທ່ານມີຄວາມຢ້ານກົວມາດົນນານແລ້ວວ່າຈະເກີດເຫດຮ້າຍ.
ສິ່ງເຫຼົ່ານັ້ນໄດ້ເກີດຂື້ຶ້ນໃນອາທິດນີ້ ຊຶ່ງເປັນອຸບັດຕິເຫດ ຂອງພວກຍົກຍ້າຍຖິ່ນຖານທີ່ຮ້າຍແຮງສຸດມາຮອດປັດຈຸບັນ ຢູ່ໃນເຂດທະເລທີ່ເປັນອັນຕະລາຍ ຊຶ່ງແບ່ງຝຣັ່ງອອກຈາກອັງກິດ.
ທ່ານເດໂວ ກ່າວຕໍ່ພວກນັກຂ່າວວ່າ “ພວກເຮົາໄດ້ກູ້ເອົາ 6 ສົບທີ່ລ່ອງລອຍຢູ່. ພວກເຮົາໄດ້ພົບເຫັນເຮືອຢາງທີ່ບໍ່ມີລົມແລ້ວ. ມີອາກາດເຫຼືອຢູ່ໜ້ອຍນຶ່ງທີ່ເຮັດໃຫ້ມັນຍັງຟູຢູ່ເທິງນ້ຳໄດ້.”
ທ່ານກ່າວຕື່ມວ່າ “ຂ້າພະເຈົ້າກໍຄາດຫວັງວ່າຍ້ອນຂ້າພະເຈົ້າໄດ້ເວົ້າໄປນັ້ນ ມັນຈະຈົບລົງດ້ວຍຄວາມເສົ້າໃຈ.”
ຝຣັ່ງແລະອັງກິດໄດ້ຮ້ອງຂໍຄວາມຊ່ວຍເຫຼືອໃນວັນພະຫັດວານນີ້ຈາກປະເທດຢູໂຣບໂດຍໃຫ້ຄຳໝັ້ນສັນຍາວ່າຈະເລີ້ມທຳການປາບປາມຕາໜ່າງພວກລັກລອບຂົນສົ່ງມະນຸດ ແລະກໍໄດ້ຖິ້ມໂທດ ຫຼັງຈາກທີ່ໄດ້ເກີດເຮືອຫຼົ້ມຮ້າຍແຮງໃນມື້ວັນພຸດຜ່ານມາທີ່ສ່ອງແສງໃຫ້ເຫັນເຖິງຂອບເຂດແລະຄວາມຊັບຊ້ອນຂອງບັນຫາພວກຍົກຍ້າຍຖິ່ນຖານໃນຢູໂຣບ.
ປະທານາທິບໍດີເອັມມານູແອລ ມາກົງ ຂອງຝຣັ່ງ ໄດ້ຮ້ອງຂໍໃຫ້ບັນດາປະເທດເພື່ອນບ້ານໃນຢູໂຣບດຳເນີນການເພີ້ມຕື່ມ ເພື່ອຍຸຕິການຫຼັ່ງໄຫຼຂອງພວກຍົກຍ້າຍຖິ່ນຖານຜິດກົດໝາຍເຂົ້າໄປໃນປະເທດຝຣັ່ງ ໂດຍເວົ້າວ່າ ເວລາພວກຍົກຍ້າຍຖິ່ນຖານໄປເຖິງຝັ່ງຂອງປະເທດຝຣັ່ງ ໂດຍມີຄວາມຫວັງທີ່ເດີນທາງໄປອັງກິດຕໍ່ນັ້ນ “ມັນຊ້າເກີນໄປແລ້ວ.”