ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຊາວອົບພະຍົບ ເລີ່ມຍົກຍ້າຍອອກໄປຈາກ ສູນຊົ່ວຄາວ ຊື່ວ່າ 'ປ່າດົງ' ຂອງຝຣັ່ງ

ພວກຊາວອົບພະຍົບ ທີ່ຖືເຄືອງຂອງສ່ວນຕົວ ຂອງພວກເຂົາ
ເຈົ້າ ກຳລັງພາກັນ ຍົກຍ້າຍອອກຈາກສູນຊົ່ວຄາວ ທີ່ຮູ້ຈັກ
ກັນວ່າ "the jungle" ຫຼື ປ່າດົງ ຢູ່ໃກ້ກັບເມືອງທ່າ Calais, ທາງພາກເໜືອຂອງ ຝຣັ່ງ, ວັນທີ 24 ຕຸລາ 2016.
ພວກຊາວອົບພະຍົບ ທີ່ຖືເຄືອງຂອງສ່ວນຕົວ ຂອງພວກເຂົາ ເຈົ້າ ກຳລັງພາກັນ ຍົກຍ້າຍອອກຈາກສູນຊົ່ວຄາວ ທີ່ຮູ້ຈັກ ກັນວ່າ "the jungle" ຫຼື ປ່າດົງ ຢູ່ໃກ້ກັບເມືອງທ່າ Calais, ທາງພາກເໜືອຂອງ ຝຣັ່ງ, ວັນທີ 24 ຕຸລາ 2016.

ພວກຜູ້ຊາຍ ແລະແມ່ຍິງ ທີ່ພາກັນຖືຫີບເດີນທາງ ແລະເຄື່ອງຂອງສ່ວນຕົວ ຂອງ ພວກເຂົາເຈົ້າ ໄດ້ເລີ່ມຕົ້ນຍົກຍ້າຍອອກໄປຈາກສູນອົບພະຍົບ ທີ່ຮູ້ຈັກກັນວ່າ
“The Jungle” ຫຼື ປ່າດົງ ຊຶ່ງຕັ້ງຢູ່ໃນເມືອງທ່າ ກາແລ ທາງພາກເໜືອ ຂອງຝຣັ່ງ ທີ່ຈະຖືກທັບມ້າງລົງໃນໄວໆນັ້ນ.

ຊາຍອົບພະຍົບຜູ້ບໍ່ຮູ້ມາຈາກໃສ ແບກຫີບເດີນທາງ ອອກໄປຈາກສູນອົບພະຍົບຊົ່ວຄາວ ທີ່ຮູ້ຈັກກັນຄື "the jungle" ຫຼື ປ່າດົງ ຢູ່ໃກ້ກັບເມືອງທ່າ Calais, ທາງພາກເໜືອຂອງ ຝຣັ່ງ ເພື່ອໄປຂຶ້ນທະບຽນ ຢູ່ທີ່ສູນຕ້ອນຮັບອົບພະຍົບ, ວັນທີ 24 ຕຸລາ 2016.

ລັດຖະບານຝຣັ່ງ ກ່າວວ່າ ພາລະກິດການຍົກຍ້າຍໄປສະຖານທີ່ແຫ່ງໃໝ່ ຖືວ່າເປັນ “ການຊ່ອຍເຫຼືອດ້ານມະນຸດສະທຳ” ແລະ ຈະເປັນການອະນຸຍາດໃຫ້ປິດເມືອງ ອັນເຕັມໄປດ້ວຍຕູບ ແລະ ຖຽງ ທີ່ໃຫຍ່ທີ່ສຸດຂອງປະເທດດັ່ງກ່າວ.

ການເຄື່ອນຍ້າຍຄົນເຂົ້າເມືອງປະມານ 8,000 ຄົນ ຜູ້ທີ່ອາໄສຢູ່ໃນສະພາບທີ່ໜ້າ
ສົງສານ ໃນສູູນອົບພະຍົບຊົ່ວຄາວດັ່ງກ່າວ ແມ່ນຄາດວ່າ ຈະໃຊ້ເວລາປະມານ ອາທິດໜຶ່ງ.

ເມື່ອງທ່າ ກາແລ ຢູ່ທາງພາກເໜືອຂອງຝຣັ່ງ
ເມື່ອງທ່າ ກາແລ ຢູ່ທາງພາກເໜືອຂອງຝຣັ່ງ

ກ່ອນໜ້ານີ້ ພວກອົບພະຍົບບາງສ່ວນ ໄດ້ປະທະກັບເຈົ້າໜ້າທີ່ຕຳຫຼວດ ແລະ ພວກເຂົາ ໄດ້ແກວ່ງກ້ອນຫີນໃສ່ກຳລັງຮັກສາຄວາມປອດໄພ ອັນເປັນການສະແດງອອກເຖິງ ການປະທ້ວງ ຕໍ່ແຜນການມ້າງສູນອົບພະຍົບດັ່ງກ່າວ.

ທ້າວ Amadou Diallo ຈາກປະເທດກີນີ ຢູ່ທາງຕາເວັນຕົກຂອງທະວີບອາຟຣິກາ ໄດ້ເວົ້າວ່າ “ຂ້ອຍຫວັງວ່າ ມັນຈະເປັນໄປດ້ວຍດີ. ຂ້ອຍຕົວຄົນດຽວ ແລະ ຂ້ອຍພຽງ ແຕ່ຕ້ອງການຢາກຮ່ຳຮຽນຊື່ໆ. ມັນບໍ່ເປັນຫຍັງເລີຍ ທີ່ຂ້ອຍຈະໄປຢູ່ບ່ອນໃດບ່ອນໜຶ່ງ ຂ້ອຍບໍ່ສົນໃຈຫຍັງແທ້ໆ.”

ພວກຊາວອົບພະຍົບ ຖືເຄືອງຂອງສ່ວນຕົວ ຂອງພວກເຂົາເຈົ້າ ກຳລັງພາກັນ ຍ່າງຜ່ານພວກຊາວ ອົບພະຍົບອື່ນໆ ທີ່ກຳລັງຝີກໄຟ ຢູ່ອ້ອມເຕົາໄຟ ໃນຂະນະທີ່ພວກເຂົາເຈົ້າອອກໄປຈາກສູນອົບພະຍົບ ຊົ່ວຄາວ ທີ່ຮູ້ຈັກກັນຄື "the jungle" ຫຼື ປ່າດົງ ຢູ່ໃກ້ກັບເມືອງທ່າ Calais, ທາງພາກເໜືອຂອງ ຝຣັ່ງ, ວັນທີ 24 ຕຸລາ 2016.

ພວກອົບພະຍົບ ຈະໄດ້ຖືກນຳໄປຢູ່ແຫ່ງອື່ນໆ ໃນທົ່ວປະເທດຝຣັ່ງ ແລະ ຈະມີໂອກາດ ໄດ້ຂໍລີ້ໄພ. ແຕ່ກໍຍັງມີຄວາມເປັນຫ່ວງວ່າ ພວກອົບພະຍົບບາງສ່ວນ ຈະປະຕິເສດ ບໍ່ຍອມໄປ ຍ້ອນວ່າ ພວກເຂົາຍັງຢາກຈະໄປປະເທດອັງກິດ ຂ້າມຊ່ອງທະເລອັງກິດ ຈາກເມືອງທ່າ Calais ຂອງຝຣັ່ງ.

ອັງກິດໄດ້ເລີ່ມຕົ້ນຮັບເອົາ ພວກເດັກນ້ອຍບາງສ່ວນ ທີ່ບໍ່ມີຜູ້ປົກຄອງຕິດຕາມມາ ກະປະມານວ່າ ມີຢູ່ 1,300 ຄົນ ທີ່ອາໄສຢູ່ໃນສູນອົບພະຍົບດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

France Migrants
please wait
Embed

No media source currently available

0:00 0:01:40 0:00

XS
SM
MD
LG