ຝຣັ່ງເວົ້າວ່າຕົນພ້ອມແລ້ວທີ່ຈະປະຕິບັດງານຮ່ວມກັບອັງກິດເພື່ອຊ່ວຍປະກອບອາວຸດ ໃຫ້ແກ່ກຸ່ມຕໍ່ຕ້ານຊີເຣຍ ເຖິງແມ່ນວ່າບໍ່ໄດ້ມີຂໍ້ຕົກລົງກັນໃດໆ ກັບປະເທດອື່ນໆ ເພື່ອສົ່ງອາວຸດໄປຊ່ວຍຝ່າຍຕໍ່ຕ້ານກໍຕາມ.
ການຫ້າມຂາຍອາວຸດຂອງສະຫະພາບຢູໂຣບທີ່ມີຜົນບັງຄັບໃຊ້ໃນປັດຈຸບັນ ນີ້ ໄດ້ສັ່ງຫ້າມປະເທດສະມາຊິກຂອງຕົນທັງຫຼາຍບໍ່ໃຫ້ສະໜອງອາວຸດຍຸດໂທປະກອນແກ່ຝ່າຍຄ້ານຊີເຣຍ.
ທ່ານ Laurent Fabius ລັດຖະມົນຕີຕ່າງປະເທດຝຣັ່ງ ເວົ້າເມື່ອວັນພະຫັດມື້ນີ້ວ່າ ຝຣັ່ງແລະອັງກິດຢາກໃຫ້ສະຫະພາບຢູໂຣບ ຫຼືອີຢູຈັດກອງປະຊຸມດ່ວນຂຶ້ນ ເພື່ອປຶກສາຫາລືກ່ຽວກັບການຍົກເລີກຂໍ້ຫ້າມຂາຍອາວຸດແລະວ່າ ການເຈລະຈາດັ່ງກ່າວອາດມີຂຶ້ນກ່ອນໝົດເດືອນນີ້.
ລັດຖະມົນຕີຕ່າງປະເທດຝຣັ່ງ ໄດ້ໃຫ້ສັນຍານວ່າ ປະເທດທັງສອງພ້ອມແລ້ວທີ່ຈະ ເຄື່ອນໄຫວໄປໜ້າດ້ວຍການສົ່ງອາວຸດຕ່າງໆໄປຊ່ວຍກຸ່ມຕໍ່ຕ້ານຊີເຣຍ ເຖິງແມ່ນປະເທດອື່ນໆບໍ່ເຫັນພ້ອມນໍາການຍົກເລີກຂໍ້ຫ້າມສະບັບນີ້ກໍຕາມ.
ເມື່ອວັນພຸດວານນີ້ ທ່ານ Sergei Lavrov ລັດຖະມົນຕີຕ່າງປະເທດຣັດ ເຊຍ ປະນາມການເຈລະຈາກັນ ທີ່ແນເປົ້າໝາຍໃສ່ເພື່ອຕິດອາວຸດໃຫ້ກຸ່ມຕໍ່ຕ້ານຊີເຣຍ ໂດຍກ່າວວ່າ ການເຄຶ່ອນໄຫວດັ່ງກ່າວນີ້ ຖືວ່າບໍ່ຖືກຕ້ອງຕາມກົດໝາຍສາກົນ.
ເມື່ອທ້າຍເດືອນຜ່ານມາ ສະຫະລັດໄດ້ປະກາດໃຫ້ເງິນຊ່ວຍເຫຼືອ ເພີ່ມຕື່ມອີກ 60 ລ້ານໂດລາແກ່ກຸ່ມຕໍ່ຕ້ານຊີເຣຍ ຊຶ່ງເປັນເທື່ອທໍາອິດທີ່ໄດ້ໃຫ້ການຊ່ວຍເຫຼືອທີ່ບໍ່ແມ່ນອາວຸດ ແກ່ກໍາລັງຂອງຝ່າຍຕໍ່ຕ້ານຊີເຣຍ. ໃນອະດີດ ຜ່ານມາ ຣັດເຊຍເຄີຍໄດ້ຂາຍອາວຸດໃຫ້ແກ່ລັດຖະບານຂອງປະທານາທິບໍ ດີຊີເຣຍ ທ່ານ Bashar al-Assad.