ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໓ ເມສາ ໒໐໒໕

ຝຣັ່ງ ແລະ ອັງກິດ ຈະສົ່ງກຳປັ່ນລົບ ໄປຍັງ ທະເລຈີນໃຕ້ ທີ່ເຮັດໃຫ້ຈີນ ບໍ່ພໍໃຈ


ກຳປັ່ນລົບ Montcalm ຂອງຝຣັ່ງ ໄປເຖິງທ່າເຮືອ ຕູລົງ. (ວັນທີ 1 ສິງຫາ 2014)
ກຳປັ່ນລົບ Montcalm ຂອງຝຣັ່ງ ໄປເຖິງທ່າເຮືອ ຕູລົງ. (ວັນທີ 1 ສິງຫາ 2014)

ກຳປັ່ນລົບຂອງອັງກິດແລະຝຣັ່ງ ຈະເດີນທາງໄປສູ່ເຂດທະເລຈີນໃຕ້ທີ່ຍັງມີການຂັດ
ແຍ້ງ ເພື່ອສະແດງກຳລັງ ທີ່ອາດສ້າງຄວາມເພິງພໍໃຈ ໃຫ້ແກ່ປະຊາຊົນ ພາຍໃນປະ
ເທດ ແຕ່ໄດ້ສ້າງຄວາມບໍ່ພໍໃຈ ໃຫ້ແກ່ປະເທດ ທີ່ມີສ່ວນໄດ້ສ່ວນເສຍ ຫຼາຍກວ່າໃນ ທະເລດັ່ງກ່າວເຊັ່ນຈີນ ແລະອາດຈະພາໃຫ້ມີການສ້າງເຂດຈັດຕັ້ງທາງທະຫານເພີ້ມ
ຂຶ້ນ ອີງຕາມຄຳເວົ້າຂອງພວກນັກຊ່ຽວຊານ.

ເຮືອພິຄາດ HMS Duncan ຂອງກອງທັບເຮືອອັງກິດ ທີ່ກຳລັງຈອດຢູ່ ທ່າກຳປັ່ນ ນະຄອນອິສຕັນບູລ ປະເທດເທີກີ
ເຮືອພິຄາດ HMS Duncan ຂອງກອງທັບເຮືອອັງກິດ ທີ່ກຳລັງຈອດຢູ່ ທ່າກຳປັ່ນ ນະຄອນອິສຕັນບູລ ປະເທດເທີກີ

ພວກນັກຊ່ຽວຊານ ກ່າວວ່າ ກຳປັ່ນລົບຈາກກອງທັບເຮືອ ຂອງສອງປະເທດມະຫາອຳ
ນາດໃນຢູໂຣບດັ່ງກ່າວ ຊຶ່ງບໍ່ໄດ້ມີສ່ວນໃນການອ້າງກຳມະສິດ ຢູ່ທະເລຈີນໃຕ້ນັ້ນ ຈະ
ໃຊ້ການສະແດງກຳລັງຂອງຕົນ ເພື່ອເປັນເຫດຜົນໃນການຂໍງົບປະມານທາງທະຫານ ຂອງປະເທດເພີ້ມຂຶ້ນ. ການເດີນທາງ ຂອງກຳປັ່ນລົບທີ່ວ່ານີ້ ຍັງຈະພິສູດໃຫ້ເຫັນເຖິງ ຄວາມສາມາດກ່ຽວກັບເທັກໂນໂລຈີ ໃນດ້ານປ້ອງກັນປະເທດຂອງຝຣັ່ງ ແລະຊ່ອຍສະ
ຫະລັດໃນການເຮັດໃຫ້ທະເລດັ່ງກ່າວເປີດກວ້າງສຳລັບສາກົນ ທັງໆທີ່ຈີນໄດ້ຄວບຄຸມ
ຫຼາຍຂຶ້ນກໍຕາມ.

ການອ້າງເອົາດິນແດນ ໃນທະເລຈີນໃຕ້
ການອ້າງເອົາດິນແດນ ໃນທະເລຈີນໃຕ້

​ການສະເໜີ ທີ່ຈະແລ່ນຜ່ານທະເລຈີນໃຕ້ ທີ່ມີພື້ນທີ່ກວ້າງກວ່າ 3 ລ້ານ 5 ແສນ ກິໂລ
ແມັດມົນທົນນັ້ນ ໄດ້ມີການປະກາດໃນຕົ້ນເດືອນນີ້ ທີ່ກອງປະຊຸມຄວາມໝັ້ນຄົງພວກ
ຜູ້ນຳທະຫານ ແສງກຣີລາ ຢູ່ສິງກະໂປ ທີ່ໄປຮ່ວມໂດຍລັດຖຸມົນຕີກະຊວງປ້ອງກັນປະ
ເທດຝຣັ່ງ ທ່ານຟລໍຣັງ ປາກລີ ແລະ ຄູ່ຕຳແໜ່ງຝ່າຍອັງກິດ ທ່ານແກວິນ ວິລລຽມສັນ.

ທ່ານຮວາງ ເວ ໂບ ຮອງຫົວໜ້າຄະນະອາຈານ ຝ່າຍກິດຈະການສາກົນ ຂອງມະຫາວິ
ທະຍາໄລແຫ່ງຊາດເຈັງດີທີ່ນະຄອນໄທເປ ກ່າວວ່າ “ໃນທາງກົດໝາຍແລ້ວ ພວກເຂົາ
ເຈົ້າມີສິດແລ່ນຜ່ານທະເລຈີນໃຕ້ ແຕ່ໃນທາງການເມືອງແລະຍຸດທະສາດແລ້ວມັນເຮັດ
ໃຫ້ສະຖານະການມີຄວາມຊັບຊ້ອນ ແລະການໃຫ້ຄວາມຊ່ອຍເຫຼືອແກ່ສະຫະລັດທີ່ຈະ
ດຳເນີນການໃນຍຸດທະສາດຕໍ່ຕ້ານ ໃນການອ້າງເອົາກຳມະສິດ ແບບໝັ້ນໃຈຫຼາຍຂຶ້ນ
ຂອງປັກກິ່ງນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG