ລັດຖະມົນຕີກະຊວງພາຍໃນຂອງ ຝຣັ່ງ ທ່ານ ຄຣິສໂຕຟ ກາສຕາເນ (Christophe Castaner)ເວົ້າວ່າ ຄວາມຮຸນແຮງທີ່ເກີດຂຶ້ນຢູ່ໃນນະຄອນຫຼວງ ປາຣີແມ່ນ “ຕົກຢູ່
ໃນສະພາບຄວບຄຸມໄດ້” ເຖິງແມ່ນຈະມີການກະທຳທີ່ບໍ່ເປັນລະບຽບຫຼາຍຢ່າງຕາມທີ່
ທ່ານໄດ້ປະກາດໄປວ່າ “ເປັນທີ່ຍອມຮັບບໍ່ໄດ້ຢ່າງສິ້ນເຊີງນັ້ນກໍຕາມ.”
ຕຳຫຼວດ ຝຣັ່ງ ທີ່ສະໜັບສະໜູນໂດຍລົດຫຸ້ມເກາະໄດ້ຍິງລະເບີດນໍ້າຕາໃສ່ພວກປະ
ທ້ວງເສື້ອໜາວສີເຫຼືອງຢູ່ຄຸ້ມ ຊັອງ ເອລີເຊ (Champs Elysees). ພວກເດີນຂະບວນ
ດັ່ງກ່າວພາກັນປະທ້ວງເລື້ອງຄ່າຄອງຊີບສູງໃນປະເທດຝຣັ່ງ.
ທ່ານ ກາສຕາແນກ ຄຳນວນວ່າມີພວກປະທ້ວງລົງສູ່ຖະໜົນປະມານ 10,000 ຄົນໃນ
ນະຄອນ ປາຣີ ແລະ ລວມທັງໝົດໃນທົ່ວປະເທດ ແມ່ນມີປະມານ 125,000 ຄົນ.
ທ່ານເວົ້າວ່າ ມີເກືອບເຖິງ 1,000 ຄົນຖືກຈັບກຸມໃນ ປາຣີ ແລະ 135 ຄົນໄດ້ຮັບບາດ
ເຈັບ ລວມທັງເຈົ້າໜ້າທີ່ຕຳຫຼວດ 17 ຄົນນຳ.
ໃນທ່າມກາງຄວາມຮຸນແຮງຂອງພວກປະເທ້ວງທີ່ຕົກມາເປັນອາທິດທີສີ່ນີ້ ປະເທດ
ຝຣັ່ງ ໄດ້ອັດຫໍໄອແຟລ (Eiffel) ແລະສູນກາງທ່ອງທ່ຽວອື່ນໆນຳ ທັງໄດ້ສົ່ງກຳລັງຮັກ
ສາຄວາມປອດໄພອອກໄປປະຈຳການເປັນຢູ່ຫຼາຍພັນຄົນ.
ຮ້ານຄ້າຮ້ານຂາຍໃນ ປາຣີ ຫຼາຍແຫ່ງ ຖືກອັດລົງກ່ອນການປະທ້ວງໃນວັນເສົາວານ
ນີ້ເພື່ອຫຼີກເວັ້ນການທັບມ້າງ ແລະການລັກຂະໂມຍ ແລະຕຳຫຼວດກໍໄດ້ພາກັນເຝົ້າ
ຍາມຢ່າງເຄັ່ງຄັດໃນຖະໜົນສາຍໃຫຍ່ໆຂອງນະຄອນດັ່ງກ່າວ.
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ