ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ເສີມການ ສືບສວນ ສອບສວນ ການໂຈຕີ ປາຣີ ແລະ ໄວ້ອາໄລແກ່ ຜູ້ເຄາະຮ້າຍ


ທະຫານ ຝຣັ່ງ ຢືນເຝົ້າຍາມທີ່ ຫໍ ໄອແຟລ ເຊິ່ງຍັງຖືກປິດ ໃນມື້ທຳອິດຂອງວັນໄວ້ອາໄລແຫ່ງຊາດ 3 ມື້ໃນນະຄອນຫຼວງ ປາຣີ, 15 ພະຈິກ, 2015.
ທະຫານ ຝຣັ່ງ ຢືນເຝົ້າຍາມທີ່ ຫໍ ໄອແຟລ ເຊິ່ງຍັງຖືກປິດ ໃນມື້ທຳອິດຂອງວັນໄວ້ອາໄລແຫ່ງຊາດ 3 ມື້ໃນນະຄອນຫຼວງ ປາຣີ, 15 ພະຈິກ, 2015.

ຕຳຫຼວດ ຝຣັ່ງ ໄດ້ກັກຕົວ 6 ຄົນຜູ້ທີ່ໃກ້ຊິດກັບໜຶ່ງໃນຜູ້ກໍ່ການຮ້າຍ ທີ່ໄດ້ໂຈມຕີ ນະຄອນຫຼວງ ປາຣີ ໃນຕອນຄ່ຳຂອງວັນສຸກທີ່ຜ່ານ ມາ. ຕຳຫຼວດໄດ້ກ່າວໃນວັນ ອາທິດມື້ນີ້ວ່າຜູ້ເປັນ ພໍ່, ເອື້ອຍ ແລະ ເອື້ອຍໄພ້ຂອງທ້າວ Omar Ismail Mostefai ກໍແມ່ນຈຳນວນ ຜູ້ທີ່ຖືກກັກຕົວ.

ທ້າວ Mostefai ແມ່ນໜຶ່ງໃນຜູ້ໂຈມຕີ 7 ຄົນທີ່ໄດ້ເສຍຊີວິດໃນ ການໂຈມຕີພ້ອມ ກັນຫຼາຍຄັ້ງ. ໄອຍະການ ຝຣັ່ງ ທ່ານ Francois Molins ໄດ້ກ່າວວ່າຕຳຫຼວດ ຮູ້ຈັກ ທ້າວ Mostefai ໃນການກະ ທຳຜິດເລັກນ້ອຍ, ແຕ່ “ບໍ່ເຄີຍຖືກສືບສວນທີ່ ກ່ຽວພັນກັບພວກ ກໍ່ການຮ້າຍ.”

ບັນດາເຈົ້າໜ້າທີ່ ຝຣັ່ງ ກ່າວວ່າໜັງສືເດີນທາງ ຊີເຣຍ ໄດ້ຖືກພົບເຫັນຢູ່ທາງຂ້າງ ສົບຂອງໜຶ່ງ ໃນພວກໂຈມຕີ, ເຊິ່ງເພີ່ມຄວາມສົງໄສວ່າຜູ້ຊາຍຄົນດັ່ງກ່າວອາດໄດ້ ເດີນທາງເຂົ້າໄປ ຢູໂຣບ ໃນຈຳນວນອົບພະຍົບທີ່ຫຼັ່ງໄຫຼໜີຈາກສົງຄາມ ກາງເມືອງຂອງ ຊີເຣຍ.

ລັດຖະມົນຕີເພື່ອການປົກປ້ອງພົນລະເມືອງຂອງ ກຣິສ ທ່ານ Nikos Toskas ກ່າວວ່າ “ພວກ ເຮົາຂໍຢືນຢັນວ່າເຈົ້າຂອງໜັງສືເດີນທາງປະເທດ ຊີເຣຍ ແມ່ນ ໄດ້ເດີນທາງຜ່ານເກາະ Leros ຂອງ ກຣິສ ໃນວັນທີ 3 ຕຸລາທີ່ຜ່ານມາ, ເຊິ່ງ ເປັນບ່ອນທີ່ລາວໄດ້ລົງຖະບຽນພາຍ ໃຕ້ກົດລະບຽບຂອງ EU.”

ໃນຄວາມກ້າວໜ້າອັນໃໝ່, ຕຳຫຼວດໄດ້ກ່າວໃນວັນອາທິດມື້ນີ້ວ່າ ລົດທີ່ໄດ້ຖືກໃຊ້ ໂດຍມືປືນ ຜູ້ທີ່ໄດ້ຍິງປືນໃສ່ຄົນຢູ່ຮ້ານອາຫານໃນລະຫວ່າງການໂຈມຕີແມ່ນໄດ້ ຖືກພົບເຫັນໃນພາກຕາ ເວັນອອກນອກເມືອງ Montreuil.

ຢ່າງເຂົ້າສູ່ມື້ທີສອງແຫ່ງວັນໄວ້ອາໄລແຫ່ງຊາດສຳລັບ ຝຣັ່ງໃນວັນອາທິດມື້ນີ້, ພາຍຫຼັງການ ສັງຫານນອງເລືອກໃນນະຄອນຫຼວງ ປາຣີ ເມື່ອວັນສຸກທີ່ຜ່ານມາ ລົງມືໂດຍມືປືນສາມຄົນ, ບາງຄົນນຸ່ງເສື້ອເກາະສະຫຼະຊີບໃນຫຼາຍສະຖານທີ່. ມີຢ່າງໜ້ອຍ 129 ຄົນເສຍຊີວິດຈາກ ການກໍ່ຄວາມຮຸນແຮງທີ່ໂຫດຮ້າຍນີ້. ແລະ ອີກ 352 ຄົນແມ່ນໄດ້ຮັບບາດເຈັບໃນການຂ້າຢ່າງ ເມົາມັນ ລວມທັງ 99 ຄົນຢູ່ ໃນອາການສາຫັດ.

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໄດ້ກ່າວວ່າການໂຈມຕີເຊິ່ງ ອ້າງຄວາມຮັບ ຜິດຊອບໂດຍພວກ ລັດອິສລາມ ແມ່ນ “ການກະທຳເຊິ່ງນຳໄປ ສູ່ສົງຄາມ” ກັບປະເທດຂອງ ທ່ານ, ແລະ ທ່ານກໍຢ້ານວ່າພວກກໍ່ການຮ້າຍອາດ ວາງແຜນໂຈມຕີເພີ່ມເຕີມອີກ.

ໃນການອ້າງເອົາຄວາມຮັບຜິດຊອບນີ້, ພວກ ລັດອິສລາມ ໄດ້ກ່າວປະນາມບັນ ດາປະເທດທີ່ ພະຍາຍາມປາບປາມຄວາມພະຍາຍາມຂອງພວກເຂົາເພື່ອສ້າງຕັ້ງ “ເຂດແດນ” ຂອງພວກ ເຂົາໃນ ຊີເຣຍ ແລະ ອີຣັກ, ແລະໄດ້ກ່າວວ່າ ຝຣັ່ງ ແມ່ນຍັງ “ຢູ່ໃນອັນດັບຕົ້ນໆ" ຂອງລາຍຊື່ ທີ່ເລືອກເປັນເປົ້າໝາຍການໂຈມຕີ.

France Shooting
please wait
Embed

No media source currently available

0:00 0:01:52 0:00

XS
SM
MD
LG