ພວກຂັບລົດແທັກຊີ ພາກັນຕັນຖະໜົນຫົນທາງອ້ອມນະຄອນ
ປາຣີ ໃນມື້ວັນຈັນ ວານນີ້ ເພື່ອປະທ້ວງການຂົນສົ່ງບໍລິການ
ລົດແທັກຊີ Uber ຊຶ່ງເວລາດຽວກັນ ກະຊວງພາຍໃນຝຣັ່ງ
ໄດ້ປະກາດວ່າ ຈະໃຫ້ແທັກຊີ Uber ຢຸດເຊົາການບໍລິ ການ
ໃນວັນທີ 1 ເດືອນມັງກອນ ຈະມາເຖິງນີ້ ຊຶ່ງເປັນເວລາທີ່ມີ
ກົດລະບຽບໃໝ່ ທີ່ເຄັ່ງຄັດກວ່າເກົ່າກ່ຽວກັບບັນດາຜູ້ຂັບ
ລົດແທັກຊີ.
Uber ບໍ່ຄືກັບລົດແທັກຊີທຳມະດາຊອກຫາຜູ້ຂີ່ລົດທີ່ເໝາະ
ສົມກັນກັບຄົນຂັບລົດໂດຍຜ່ານຄຳຮ້ອງຫາທາງໂທລະສັບ
ມືຖື. ບັນດາຜູ້ຂັບລົດແທັກຊີ Uber ທີ່ບໍ່ແມ່ນນັກຂັບລົດອາ
ຊີບນັ້ນ ພາກັນໃຊ້ລົດຂອງຕົນເອງ ຮັບເອົາບັນດາຜູ້ໂດຍສານໃນລາຄາຖືກ.
ພວກຂັບລົດແທັກຊີໃນປາຣີ ຄືກັນກັບເພື່ອນຮວມງານອຶ່ນໆຢູ່ໃນໂຕເມືອງໃຫຍ່ຕ່າງໆ
ທົ່ວໂລກ ກ່າວວ່າ ເຂົາເຈົ້າພາກັນບໍ່ດີໃຈຕໍ່ສິ່ງທີ່ເຂົາເຈົ້າເຫັນວ່າ ເປັນການແຂ່ງຂັນທີ່ບໍ່
ມີຄວາມທ່ຽງທໍາ ຈາກການໃຊ້ ໂທລະສັບມືຖືສະຫລາດ ຂອງການບໍລິການລົດແທັກຊີ Uber.
ໂຄສົກກະຊວງພາຍໃນຝຣັ່ງ ທ່ານ Pierre-Henry Brandet ກ່າວວ່າ ກົດໝາຍໃໝ່ຈະມີຜົນບັງຄັບໃຊ້ ໃນການຫ້າມລົດແທັກຊີລາຄາຖືກ Uber.
Uber ກຳລັງທຳການຕໍ່ສູ້ການຟ້ອງຮ້ອງ ຢູ່ໃນຫລາຍປະເທດໃນການແຂ່ງຂັນທີ່ບໍ່ທ່ຽງທຳ.
ການຕິຕຽນຍັງຍົກເອົາເລື້ອງຄວາມເປັນຫ່ວງຂອງບັນດາຜູ້ຂັບລົດທີ່ບໍ່ຖືກກວດຢ່າງເໝາະ
ສົມຂຶ້ນມາດ້ວຍ.
ນະຄອນນິວເດລີ ໄດ້ຫ້າມການບໍລິການລົດແທັກຊີ Uber ອາທິດແລ້ວນີ້ ຢູ່ໃນນະຄອນ
ຫລວງອີນເດຍ ຫລັງຈາກຜູ້ໂດຍສານຄົນນຶ່ງ ກ່າວຫາວ່າຜູ້ຂັບລົດຄົນນຶ່ງທຳການຂົ່ມຂືນ
ສຳເລົາ.