ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຝຣັ່ງ ຍົກຍ້ອງ ສັນລະເສີນ ບັນດາຊາຍໜຸ່ມ ທີ່ໄດ້ຍັບຍັ້ງ ມືປືນ ໃນລົດໄຟຄວາມໄວສູງ


France Traine
please wait
Embed

No media source currently available

0:00 0:00:58 0:00

ຊົມວີດີໂອ ລາຍງານນີ້

ໃນ​ວັນ​ຈັນ​ມື້​ນີ້ ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande
​ ໄດ້ມອບ ຫຼຽນກຽດຕິຍົດ ສູງ​ສຸດຂອງຝຣັ່ງ ຄືຫຼຽນ Legion of
Honor ​ໃຫ້​ແກ່ ຄົນ​ອັງກິດ​ຜູ້​ໜຶ່ງ ​ແລະ ຊາວອາ​ເມ​ຣິ​ກັນ 3 ຄົນ
ຜູ້​ທີ່​ໄດ້​ຄວບ​ຄຸມ​ຕົວ​ມື​ປືນ​ທີ່​ຕິດ​ອາວຸດ​ເຕັມຕົວ ​ໃນ​ລົດ​ໄຟ​ຄວາ​ມ​
ໄວ​ສູງ​ຂອງຝຣັ່ງໃນ​ວັນ​ສຸກ​ຜ່ານ​ມາ.

ຢູ່​ທີ່ພິທີດັ່ງກ່າວ ​ໃນ​ນະຄອນຫຼວງປາຣີ ທ່ານ Hollande ​ໄດ້​ຕິດ
ຫຼຽນ​ໃສ່​ໜ້າເອິກ​ຂອງຄົນ​ອັງກິດຜູ້ໜຶ່ງ​ຊື່ວ່າ ທ່ານ Chris Norman
​ແລະ ຊາວ​ອາ​ເມຣິກັນ ທ້າວ Spencer Stone, ທ້າວ Alek
Skarlatos ​ແລະ ທ້າວ Anthony Sadler. ທ່ານ ກ່າວ​ວ່າການ
​ກະທຳ​ຂອງ​ພວກ​ເຂົາເຈົ້າ ​ເມື່ອອາທິດ​ແລ້ວ​ນີ້ ​ໃນ​ຂະນະ​ທີ່​ປະ​ເຊີນ
​ໜ້າ​ກັບ​ຄວາມ​ຢ້ານ​ກົວ​ນັ້ນ ​ໄດ້ເປັນ “ແບບຢ່າງ​ຂອງ ​ຄວາມ​ກ້າຫານ, ຄວາມ​ສາມັກຄີ ​ແລະ ຄວາມ​ຫວັງ.”

ທ່ານ Hollande ​ເວົ້າວ່າ “ຜູ້​ກໍ່​ການ​ຮ້າຍ ຕັດສິນ​ໃຈກະທຳ​ແນວນີ້. ​ເຂົາມີ​ອາວຸດ​ພຽງພໍ ​ພ້ອມ​ທັງ ລູກ​ປືນ ​ເພື່ອຈະຄາດ​ຕະກຳ​ເປັນ​ໝູ່​ອັນ​ແທ້​ຈິງ ​ແລະ ອັນ​ນັ້ນ ​ເປັນ​ສິ່ງ​ທີ່​ເຂົາອາດເຮັດ​ໄດ້ ຖ້າພວກ​ທ່ານບໍ່​ໄດ້​ຕໍ່ສູ້​ກັບເຂົາ ​ໃນ​ການ​ເອົາ​ຊີວິດ​ຂອງພວກທ່ານ​ເຂົ້າ​ໄປ​ສ່ຽງ.”

XS
SM
MD
LG