ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຝຣັ່ງວ່ານັກຮຽນ ປລິນຍາເອກຈາກ ອາລ​ຈີ​ເຣຍເປັນຜູ້ທໍາການໂຈມຕີຢູ່ປາຣີ


ຕໍາຫລວດຝຣັ່ງຢືນຢູ່ສະຖານທີ່ເກີດເຫດຢູ່ໃກ້ໆໂບດ Notre Dame ຢູ່ນະຄອນຫລວງ Paris ຂອງຝຣັ່ງໃນວັນທີ 6 ມິຖຸນາ 2017.
ຕໍາຫລວດຝຣັ່ງຢືນຢູ່ສະຖານທີ່ເກີດເຫດຢູ່ໃກ້ໆໂບດ Notre Dame ຢູ່ນະຄອນຫລວງ Paris ຂອງຝຣັ່ງໃນວັນທີ 6 ມິຖຸນາ 2017.

ໂຄສົກລັດຖະບານຝຣັ່ງກ່າວ​ໃນ​ວັນ​ພຸດ​ມື້ນີ້ວ່າ ຜູ້​ຊາຍ​ທີ່​ໃຊ້ຄ້ອນຕີໂຈມ​ຕີ​ເຈົ້າໜ້າທີ່​
ຕໍາຫລວດ​ຝຣັ່ງ ທີ່​ໂບດ Notre Dame Cathedral ​ແມ່ນ​ນັກ​ສຶກສາລະ​ດັບ​ປະລິນ
ຍາ​ເອກ ທີ່​ກໍາລັງ​ຂຽນບົດ​ວິທະຍາ​ນິພົນ​ຢູ່ ​ແລະ​ບໍ່ມີ​ການ​ສົງ​ໄສ​ໃດໆເລີຍວ່າ ລາວ
ໄດ້​ຖືກ​ຫັນ​ໄປ​ເປັນ​ຄົນ​ທີ່​ມີ​ຫົວ​ຮຸນ​ແຮງ​.

ທ່ານ Christopher Castaner ກ່າວ ​ໃນ​ການ​ໃຫ້​ສໍາພາດ​ກັບ​ວິທະຍຸ RTL ວ່າ
ຕໍາຫລວດ​ຖືວ່າການ​ໂຈມ​ຕີ​ດັ່ງ​ກ່າວ ​ແມ່ນ​ເປັນ​ການ​ກະທໍາ​ກໍ່ການ​ຮ້າຍຍ້ອນ​ຄໍາ​ເວົ້າ
ຂອງ​ຜູ້​ຊາຍ​ຄົນ​ນັ້ນ.

ທ່ານ Gerard Collomb ລັດຖະມົນຕີ​ກະຊວງ​ພາຍ​ໃນ ໄດ້​ເວົ້າພາຍຫລັງ​ການ​ໂຈມ​
ຕີ ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ ຜູ້​ຊາຍ​ດັ່ງກ່າວ​ຮ້ອງ​ຂຶ້ນວ່າ "ອັນ​ນີ້​ແມ່ນ​ເພື່ອ​ຊີ​ເຣຍ​ເດີ້.
"ທ່ານ Collomb ຍັງ​ກ່າວ​ຕໍ່ນັກ​ຂ່າວ​ວ່າ ບັດປະ​ຈໍາ​ຕົວ​ທີ່​ບອກ​ກ່ຽວກັບ​ຜູ້​ທໍາ​ການ
​ໂຈມ​ຕີນັ້ນ ໄດ້ບົ່ງ​ບອກ​ວ່າ​ ຜູ້ກ່ຽວ​ແມ່ນ​ນັກຮຽນອາລ​ຈີ​ເຣຍ.

ການ​ຊອກ​ຄົ້ນຢູ່ເຮືອນຫ້ອງແຖວຜູ້ກ່ຽວ ​ໄດ້​ພົບ​ເຫັນວີ​ດິ​ໂອ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ຜູ້​ຊາຍ
​ດັ່ງກ່າວ ​ໄດ້​ໃຫ້​ຄໍາ​ສາບານ​ວ່າ ຈະ​ຈົງ​ຮັກ​ພັກດີ​ຕໍ່ ກຸ່ມລັດອິສລາມ.

ຜູ້​ທໍາ​ການ​ໂຈມ​ຕີນັ້ນ ​ໄດ້​ຍ່າງ​ໄປ​ທາງ​ຫລັງ​ຂອງ​ຕໍາຫລວດ​ສາມ​ຄົນ​ທີ່​ກໍາລັງ​ທໍາ​ການ​
ລາດຕະ​ເວັນ​ຢູ່​ໃນ​ຕອນ​ແລງ ​ໃນ​ຂະນະ​ທີ່​ຈະຕຸ​ລັດ ທີ່ຢູ່​ຕໍ່ໜ້າ​ໂບດທີ່​ເຕັມ​ໄປ​ດ້ວຍ​ນັກ
​ທ່ອງ​ທ່ຽວຢູ່​ຢ່າງ​ຄັບຄາໜາ​ແໜ້ນ.

ຫ້ອງການໄອ​ຍະ​ການ​ຝຣັ່ງ​ເວົ້າວ່າ ໜ່ວຍງານ​ຕ້ານ​ການກໍ່ການ​ຮ້າຍ ​ໄດ້​ເລີ້ມທໍາ​ການ
​ສືບສວນການ​ໂຈມ​ຕີ​ດັ່ງກ່າວ ທີ່​ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ເຈົ້າໜ້າທີ່​ໄດ້​ເດີນ​ລາດຕະ​ເວນ​ໃນ
​ເດີ່ນ​ກວ້າງໆ ຢູ່​ຕໍ່ໜ້າ​ໂບດນັ້ນ.

​ໃນ​ຂະນະ​ທີ່​ການ​ໂຈມ​ຕີ​ດໍາ​ເນີນ​ໄປ ນັກ​ທ່ອງ​ທ່ຽວທີ່​ກໍາລັງ​ລໍຖ້າ​ເຂົ້າ​ໄປ​ໃນ​ໂບດ ​ໄດ້​
ຖືກ​ພະນັກງານ​ຍາມ ບອກ​ໃຫ້​ເຂົ້າ​ໄປ​ທາງ​ໃນ​ໂດຍ​ດ່ວນ. ປະຕູ​ໂບດ​ຖືກ​ອັດ​ໄວ້​ໃນ
​ຂະນະ​ທີ່ ການ​ເພີ້ມກໍາລັງຂອງ​ຕໍາ​ຫລວດໄດ້​ເຮັດ​ໃຫ້​ຈະຕຸ​ລັດ​ດັ່ງກ່າວ​ເປົ່າ​ແປນ​ຈາກ
​ຜູ້​ຄົນ ​ເພື່ອ​ຊອກ​ຫາວ່າ ມີ​ຜູ້​ສົມຮູ້​ຮ່ວມ​ຄິດ ​ແລະ​ວັດຖຸ​ລະ​ເບີ​ດ​ໃດ​ອີກ​ບໍ່.

ກົມຕໍາຫລວດ​ຂອງ​ນະຄອນ​ປາຣີ ​ເວົ້າວ່າ ​ເຈົ້າໜ້າທີ່​ຄົນ​ນຶ່ງ​ໄດ້ຍິງ ​ແລະ​ເຮັດ​ໃຫ້​ຜູ້​ຊາຍ
​ດັ່ງກ່າວ ​ໄດ້​ຮັບ​ບາດ​ເຈັບ ພາຍຫລັງ​ທີ່​ລາວ​ໄດ້ໃຊ້​ຄ້ອນຕີ​ທໍາ​ການ​ໂຈມ​ຕີ ​ເຈົ້າໜ້າທີ່​ຄົນ​ນຶ່ງ.
ທ່ານ Collomb ​ເວົ້າວ່າ ຕໍາຫລວດ​ຄົນນັ້ນ​ມີ​ອາການ​ປົກ​ກະຕິ ​ແລະ​ວ່າ ທັງ​ຕໍາຫລວດ
​ແລະ​ຜູ້​ທໍາ​ການ​ໂຈມ​ຕີ​ລາວ ​ໄດ້​ຖືກ​ນໍາ​ສົ່ງໄປ​ໂຮງໝໍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Paris Police Attack
please wait
Embed

No media source currently available

0:00 0:02:08 0:00

XS
SM
MD
LG