ຜູ້ຊາຍຊາວແບລຢ້ຽມຄົນນຶ່ງທີ່ທາງການຕ້ອງການໂຕ ໃນຖານພົວພັນກັບການໂຈມ
ຕີຂອງພວກກໍ່ການຮ້າຍ ຢູ່ Champs Elysees ໃນນະຄອນຫຼວງປາຣີໄດ້ເຂົ້າມອບ
ໂຕ ຕໍ່ເຈົ້າໜ້າທີ່ແລ້ວ ທີ່ເມືອງ Antwerp.
ໄອຍະການຂອງແບລຢ້ຽມກ່າວໃນວັນສຸກມື້ນີ້ວ່າ “ຜູ້ຊາຍຄົນນີ້ໄດ້ເຂົ້າມອບໂຕຕໍ່ຕຳ
ຫຼວດໃນແລງວານນີ້ ຫລັງຈາກໄດ້ເຫັນຂ່າວ ທີ່ວ່າຜູ້ກ່ຽວປາກົດໂຕຢູ່ໃນສື່ສັງຄົມ ໃນ
ຖານເປັນຜູ້ຕ້ອງສົງໄສກໍ່ການຮ້າຍ ນ້ຳເບີນຶ່ງ.” ສ່ວນຂໍ້ມູນເພີ່ມຕື່ມກ່ຽວກັບຜູ້ຕ້ອງສົງ
ໄສ ແລະການພົວພັນຂອງລາວກັບການໂຈມຕີ ແມ່ນຍັງບໍ່ທັນມີການເປີດເຜີຍເທື່ອ.
ກຸ່ມລັດອິສລາມ ທີ່ໄດ້ອ້າງເອົາຄວາມຮັບຜິດຊອບ ຜ່ານທາງເວັບໄຊຂອງຕົນນັ້ນໄດ້
ລະບຸໂຕມືປືນວ່າ “Abu Yussef ແຫ່ງແບລຢ້ຽມ” ໂດຍເອີ້ນຜູ້ກ່ຽວວ່າ “ນຶ່ງໃນພວກ
ນັກລົບຂອງກຸ່ມລັດອິສລາມ”. ຕຳຫຼວດປາຣີກ່າວວ່າ ມືປືນທີ່ຖືກຂ້າຕາຍແມ່ນຖືກລະ
ບຸໂຕແລ້ວ ແຕ່ເຂົາເຈົ້າຍັງບໍ່ທັນເປີດເຜີຍຊື່ຜູ້ກ່ຽວຫລືກ່າວວ່າຜູ້ກ່ຽວເຮັດວຽກໃຫ້ກຸ່ມ
ລັດອິສລາມຫລືບໍ່.
ຕຳຫຼວດໄດ້ຈັບແລະສອບປາກຄຳສະມາຊິກໃນຄອບຄົວ 3 ຄົນຂອງມືປືນທີ່ຖືກຍິງຕາຍ
ໃນການໂຈມຕີ.
Champs Elysees ຊຶ່ງເປັນຖະໜົນສາຍຫຼັກທີ່ສຳຄັນໃນນະຄອນຫຼວງປາຣີນັ້ນ ໄດ້ກັບ
ຄືນເຂົ້າສູ່ສະພາບປົກກະຕິແລ້ວ ໃນວັນສຸກມື້ນີ້ ຫລັງຈາກມືປືນ ໄດ້ສັງຫານຕຳຫຼວດຄົນ
ນຶ່ງ ແລະບາດເຈັບອີກ 2 ຄົນ ຢູ່ຖະໜົນ ທີ່ມີຊື່ສຽງຂອງໂລກແຫ່ງນີ້.
ປະທານາທິບໍດີຝຣັ່ງທ່ານ Francois Hollande ກ່າວວ່າ ທ່ານເຊື່ອວ່າ “ການສັງຫານ
ທີ່ຂີ້ຂາດຕາຂາວນີ້” ແມ່ນການກະທຳຂອງພວກກໍ່ການຮ້າຍ. ໃນວັນສຸກມື້ນີ້ ຜູ້ນຳຂອງ
ຝຣັ່ງໄດ້ຮຽກໃຫ້ເປີດປະຊຸມ ສະພາຄວາມໝັ້ນຄົງຂອງລັດຖະບານ ແລະພວກທີ່ຈະມາ
ສືບທອດຕຳແໜ່ງຕໍ່ຈາກທ່ານ ໃນການເລືອກຕັ້ງປະທານາທິບໍດີ ເພື່ອຫາລືກ່ຽວກັບວ່າ
ການໂຈມຕີດັ່ງກ່າວຈະມີຜົນກະທົບຕໍ່ຄວາມຕັ້ງໃຈໃນ ການປ່ອນບັດຫຼືບໍ່ ຖ້າມີຈະຢູ່ໃນ
ຮູບໃດ.