ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຝຣັ່ງຈະເລີ້ມປະຕິບັດງານ ທາງທະຫານຄືນອີກ ໃນອັຟການິສຖານ


ປະທານທິບໍດີຝຣັ່ງ ທ. Nicolas Sarkozy (ຂວາ) ແລະ ປະທານທິບໍດີອັຟການິສຖານ ທ. Hamid Kazai ເຊັນສັນຍາທາງຍຸດທະສາດນໍາກັນ ໃນວັນສຸກ ທີ 27 ທັນວາ, 2012 ຢູ່ທີ່ນະຄອນປາຣີ
ປະທານທິບໍດີຝຣັ່ງ ທ. Nicolas Sarkozy (ຂວາ) ແລະ ປະທານທິບໍດີອັຟການິສຖານ ທ. Hamid Kazai ເຊັນສັນຍາທາງຍຸດທະສາດນໍາກັນ ໃນວັນສຸກ ທີ 27 ທັນວາ, 2012 ຢູ່ທີ່ນະຄອນປາຣີ

ປະທານທິບໍດີຝຣັ່ງທ່ານ Nicolas Sarkozy ເວົ້າວ່າຝຣັ່ງຈະເລີ້ມດໍາເນີນການປະຕິ ບັດງານທາງທະຫານຄືນອີກ ຢູ່ໃນອັຟການິສຖານ ລຸນຫລັງທີ່ໄດ້ມີການງົດການດໍາ
ເນີນງານມາເປັນເວລາ 1 ອາທິດ ຍ້ອນວ່າທະຫານອັຟການິສຖານ ໄດ້ສັງຫານທະ
ຫານຝຣັ່ງ 4 ຄົນ.

ແຕ່ຢ່າງໃດກໍຕາມ ທ່ານ Sarkozy ກໍໄດ້ກ່າວວ່າ ຈະຖອນທະຫານຝຣັ່ງອອກຈາກ ການປະຕິບັດງານໃນອັຟການິສຖານທີ່ນໍາພາໂດຍເນໂຕ້ນັ້ນ ໃຫ້ໝົດໃນທ້າຍປີ 2013 ຊຶ່ງເປັນເວລາ 1 ປີກ່ອນເວລາທີ່​ໄດ້​ວາງແຜນ​ໄວ້.

ທ່ານໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ລຸນຫລັງການພົບ​ປະກັບປະທານທິບໍດີອັຟການິສຖານ
ທ່ານ Hamid Kazai ໃນວັນສຸກວານນີ້ ຢູ່ທີ່ນະຄອນປາຣີ.

ທ່ານປະທານທິບໍດີຝຣັ່ງຍັງໄດ້ກ່າວອີກວ່າ ຝຣັ່ງຈະໂອນວຽກງານຮັກສາຄວາມໝັ້ນຄົງ
ໃຫ້ແກ່ອັຟການິສຖານ ໃນເດືອນມີນາທີ່ຈະມາເຖິງນີ້ ຢູ່ໃນແຂວງ Kapisa ຢູ່ທາງພາກ
ຕາເວັນອອກຂອງປະເທດ ຊຶ່ງເປັນບ່ອນທີ່ທະຫານຝຣັ່ງເກືອບໝົດທຸກຄົນໄດ້ຕັ້ງຄ້າຍຢູ່
ແລະກໍເປັນບ່ອນທີ່ມີການສັງຫານທະຫານ 4 ຄົນທີ່ບໍ່​ໄດ້​ຕິດອາວຸດ ນັ້ນ.

ທ່ານ Kazai ກ່າວວ່າອັຟການິສຖານພ້ອມແລ້ວທີ່ຈະຮັບເອົາຄວາມຮັບຜິດຊອບ ເພີ້ມ
ຂຶ້ນອີກ ລຸນຫລັງທີ່ໄດ້ຮັບການຊ່ວຍເຫລືອຈາກຝຣັ່ງ ແລະປະເທດອື່ນໆ ໃນຊ່ວງທົດ
ສະວັດຜ່ານມາ.

ນອກນັ້ນ ຜູ້ນໍາທັງສອງທ່ານ ຍັງໄດ້ເຊັນສັນຍາທາງຍຸດທະສາດນໍາກັນ ທີ່ໄດ້ວາງບົດ
ບາດຂອງຝຣັ່ງໄວ້ ໃນອັຟການິສຖານພາຍຫລັງທີ່ ກໍາລັງທະຫານສູ້ລົບທັງໝົດຂອງ
ຝຣັ່ງໄດ້ຖອນອອກຈາກປະເທດດັ່ງກ່າວແລ້ວ.

ໃນຕົ້ນອາທິດນີ້ ຝຣັ່ງເວົ້າວ່າ ຈະຖອນທະຫານຝຣັ່ງອອກຈາກອັຟການິສຖານ ໃຫ້ໝົດ
ໃນປີນີ້ ເຖິງແມ່ນ ຈະມີຄໍາເຕືອນຈາກທ່ານ Sarkozy ວ່າ ທ່ານຈະພິຈາ ລະນາໃຫ້ມີ ການຖອນທະຫານອອກໄວກ່ອນກໍານົດ ຖ້າຫາກວ່າ ມາດຕະການຄວາມປອດໄພ
ສໍາລັບທະຫານຝຣັ່ງ ຢູ່ໃນອັຟການິສຖານບໍ່ໄດ້ຮັບການປັບປຸງ ໃຫ້ດີຂຶ້ນ.

XS
SM
MD
LG