ກອງກຳລັງສະຫະລັດ ໃນຊີເຣຍ ມີແຜນການໄວ້ແລ້ວ ກ່ຽວກັບການຖອນກຳລັງ ທີ່ໄດ້
ກ່າວເອົາໄວ້ນັ້ນ ແຕ່ບໍ່ມີທ່າທາງວ່າ ກຳລັງທະຫານ ສະຫະລັດ ຈະຢຸດເຊົາການຕໍ່ສູ້ຕ້ານ
ກຸ່ມກໍ່ການຮ້າຍ ລັດອິສລາມ ໃນເວລາອັນໃກ້ນີ້ ແຕຢ່າງໃດ.
ກຳລັງທະຫານ ສະຫະລັດ 2,000 ຄົນ ຢູ່ໃນຊີເຣຍ ໃນປັດຈຸບັນນີ້ ເປັນພາກສ່ວນນຶ່ງ
ຂອງການຕໍ່ສູ້ຕ້ານກຸ່ມກໍ່ການຮ້າຍ ລັດອິສລາມ ແມ່ນມີ“ໂຄງຮ່າງການອະນຸມັດ ສຳລັບ
ການຖອນກຳລັງ” ອີງຕາມໂຄສົກ ທຳນຽບຫ້າແຈ ພັນໂທ ຊອນ ໂຣເບີດສັນ ທີ່ໄດ້ກ່າວ
ໄປ ໃນວັນຈັນວານນີ້ ແລະທ່ານໄດ້ກ່າວຕື່ມວ່າ ບັນດາຜູ້ ບັນຊາການ ແມ່ນ “ມາບັດນີ້ ໄດ້ພົວພັນເພື່ອ ດຳເນີນການຖອນກຳລັງ.”
ພັນໂທ ໂຣເບີດສັນ ໄດ້ເວົ້າວ່າ “ໂຄງຮ່າງອັນນັ້ນ ແມ່ນຂຶ້ນຢູ່ກັບສະພາບການ ແລະ
ຈະບໍ່ມີການຖອນກຳລັງທະຫານອອກ ໃນຊ່ວງເວລາ ຕາມອຳເພີໃຈ.”
ພັນໂທ ໂຣເບີດສັນ ກ່າວອີກວ່າ ທຳນຽບຫ້າແຈ ຈະບໍ່ສົນທະນາໃນເລື່ອງສະເພາະ
ເຈາະຈົງໃດໆ ໂດຍອ້າງວ່າ ເປັນເລື່ອງຂອງຄວາມປອດໄພ ແຕ່ວ່າ ມີປັດໄຈຈຳນວນນຶ່ງ
ທີ່ລວມທັງ ສະພາບອາກາດ ທີ່ອາດຈະສົ່ງຜົນກະທົບ ຕໍ່ການກັບຄືນບ້ານ ຂອງພວກ
ທະຫານນັ້ນ ຈະໄວຊ່ຳໃດ.
ທ່ານຍັງໄດ້ກ່າວວ່າ ທຳນຽບຫ້າແຈ ຈະສະໜອງ “ຄວາມຄືບໜ້າເປັນໄລຍະໆ ກ່ຽວກັບ
ຈຳນວນສະເລ່ຍເປັນເປີເຊັນ ຂອງອຸປະກອນທີ່ໄດ້ເຄື່ອນຍ້າຍ ອອກ ຈາກຊີເຣຍ.”
ຄຳຖະແຫຼງກ່ຽວກັບໂຄງຮ່າງການອະນຸມັດຂອງການຖອນກຳລັງ ໄດ້ມີຂຶ້ນບໍ່ ພໍເທົ່າໃດ
ຊົ່ວໂມງ ຫຼັງຈາກ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຂຽນລົງທວີດເຕີ
ໂດຍກ່າວຕຳໜິການລາຍງານຂ່າວຂອງສື່ມວນຊົນກ່ຽວ ກັບການຕັດສິນໃຈຂອງທ່ານ ເມື່ອເດືອນແລ້ວນີ້ ທີ່ຈະຖອນກຳລັງທະຫານ ສະຫະລັດ ອອກຈາກຊີເຣຍ ໃນທັນທີ
ຊຶ່ງເປັນການຕັດສິນໃຈ ທີ່ນຳໄປສູ່ການລາອອກຈາກຕຳແໜ່ງ ຂອງອະດີດລັດຖະມົນຕີ
ວ່າການກະຊວງປ້ອງກັນປະເທດ ທ່ານ ຈິມ ແມັດຕິສ ໃນສອງສາມວັນຕໍ່ມາ.
ທ່ານ ທຣຳ ໄດ້ກ່າວໃນວີດີໂອ ທີ່ໄດ້ຖືກນຳລົງທວີດເຕີຂອງທ່ານ ເມື່ອວັນທີ 19 ທັນວາ
ຜ່ານມານີ້ ວ່າ “ພວກເດັກຊາຍ ພວກຍິງສາວ ພວກຜູ້ຊາຍ ຂອງ ພວກເຮົາ ພວກເຂົາ
ເຈົ້າ ທັງໝົດ ແມ່ນຈະກັບຄືນມາ ແລະ ພວກເຂົາເຈົ້າແມ່ນ ຈະກັບມາ ດຽວນີ້.”
ໃນເວລາທີ່ ບັນດາເຈົ້າໜ້າທີ່ຂອງຄະນະລັດຖະບານ ໄດ້ຄາດໝາຍວ່າ ການຖອນ
ກຳລັງ ດັ່ງກ່າວ ຈະໃຊ້ເວລາປະມານ 30 ວັນ. ແຕ່ ນັບຈາກນັ້ນມາ ເຈົ້າໜ້າທີ່ນັກການ
ທູດ ອະວຸໂສ ແລະ ບັນດາເຈົ້າໜ້າທີ່ກອງທັບ ໄດ້ພະຍາຍາມຢ່າງຊ້າໆ ຫຍັບເສັ້ນເວລາ
ດັ່ງກ່າວນັ້ນ ອອກໄປ.