ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສັນຍາສະຫງົບເສີກ ທີ່ລະອຽດອ່ອນ ໄດ້ເລື່ອນ ອອກໄປອີກ ໃນ ອາເລັບໂປ ຂອງຊີີເຣຍ


ໃນຮູບ ທີ່ເຜີຍແຜ່ໂດຍ ເຈົ້າໜ້າທີ່ ອົງການຂ່າວ SANA ນີ້, ພວກພົນລະເມືອງຊີເຣຍ ແລະ ພວກນັກດັບເພີງ ພວມ
ເຕົ້າໂຮມກັນ ຢູ່ບ່ອນ ຈະຫຼວດລູກນຶ່ງຕົກໃສ່ ໂຮງໝໍ Dubeet ໃນຄຸ້ມ Muhafaza ໃນເມືອງ Aleppo ຢູ່ພາກກາງ ຂອງປະເທດຊີເຣຍ, ວັນອັງຄານ ທີ 3 ພຶດສະພາ 2016.
ໃນຮູບ ທີ່ເຜີຍແຜ່ໂດຍ ເຈົ້າໜ້າທີ່ ອົງການຂ່າວ SANA ນີ້, ພວກພົນລະເມືອງຊີເຣຍ ແລະ ພວກນັກດັບເພີງ ພວມ ເຕົ້າໂຮມກັນ ຢູ່ບ່ອນ ຈະຫຼວດລູກນຶ່ງຕົກໃສ່ ໂຮງໝໍ Dubeet ໃນຄຸ້ມ Muhafaza ໃນເມືອງ Aleppo ຢູ່ພາກກາງ ຂອງປະເທດຊີເຣຍ, ວັນອັງຄານ ທີ 3 ພຶດສະພາ 2016.

ການຕໍ່ອາຍຸສັນຍາຢຸດຍິງອອກໄປ 72 ຊົ່ວໂມງ ຢູ່ໃນເມືອງ Aleppo ໄດ້ປ່ອຍໃຫ້ພົນລະ ເມືອງ ຢູ່ໃນພື້ນທີ່ສູ້ລົບ ທາງພາເໜືອຂອງຊີເຣຍ ໄດ້ມີໂອກາດຫາຍໃຈໂລ່ງຂຶ້ນໜ້ອຍໜຶ່ງ.

ພວກຄອບຄົວທີ່ຖືກພັດພາກອອກໄປຈາກຖິ່ນຖານ ໄດ້ກັບຄືນສູ່ບ້ານເຮືອນ ສ່ວນໂຮງ ຮຽນຫຼາຍແຫ່ງ ກໍໄດ້ເປີດຄືນອີກ ແລະ ພວກຫ້າງຮ້ານຕ່າງໆ ກໍກັບຄືນມາມີ ການເຄື່ອນ ໄຫວ ໃນຂະນະທີ່ສັນຍາສະຫງົບເສີກ ໄດ້ມີຜົນຮັບໃຊ້ ໃນເວລາໜຶ່ງນາທີ ຕອນເຊົ້າວັນ ເສົາວານນີ້ ຕາມເວລາໃນທ້ອງຖິ່ນ.

ເມື່ອງດັ່ງກ່າວ ໄດ້ປະເຊີນກັບການສູ້ລົບກັນ ຢ່າງໜັກເປັນເວລາຫຼາຍມື້ ທີ່ໄດ້ເຮັດໃຫ້ ພົນລະເຮືອນ ເກືອບ 300 ຄົນ ລວມທັງເດັກນ້ອຍ 57 ຄົນ ຖືກຂ້າຕາຍ ອິງຕາມກຸ່ມສິ້ງ ຊອມສິດທິມະນຸດຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນອັງກິດນັ້ນ.

ສະຫະລັດໄດ້ສະແດງຄວາມຍິນດີ ນຳການຕໍ່ອາຍຸ ຂອງການຍຸຕິເປັນປໍລະປັກຕໍ່ກັນ ຢູ່ໃນເມືອງ Aleppo ແຕ່ສະຫະລັດ ຍັງສືບຕໍ່ຫາທາງ ເພື່ອໃຫ້ໄດ້ຮັບຜົນສຳເລັດ ຢ່າງ ກວ້າງຂວາງຫຼາຍຂຶ້ນກວ່ານີ້.

ໂຄສົກກະຊວງການຕ່າງປະເທດ ທ່ານ John Kirby ໄດ້ກ່າວວ່າ ເປົ້າໝາຍ ຂອງສະຫະ ລັດ ແມ່ນຈະໄປໃຫ້ເຖິງຈຸດ ບ່ອນທີ່ “ພວກເຮົາຈະບໍ່ຕ້ອງໄດ້ນັບເວລາຖອຍຫຼັງ ແລະ ການຍຸຕິເປັນປໍລະປັກຕໍ່ກັນ ໄດ້ຮັບການເຄົາລົບຢ່າງຄົບຖ້ວນ ທົ່ວຊີເຣຍ.”

ຖະແຫລງການສະບັບວັນສຸກ ຂອງທ່ານ Kirby ໄດ້ມີມາ ຫຼັງຈາກທີີ່ ກະຊວງປ້ອງກັນ ປະເທດຂອງຣັດເຊຍ ໄດ້ອອກຖະແຫລງການສະບັບໜຶ່ງ ທີ່ຢືນຢັນການຕໍ່ເວລາຢຸດຍິງ ອອກໄປ.

ເມື່ອຕອນເຊົ້າຂອງມື້ດຽວກັນ ທ່ານ Kirby ໄດ້ກ່າວວ່າ ສະຫະລັດ ຍິນດີທີ່ຈະໄດ້ທຳງານ ຮ່ວມກັບຣັດເຊຍ ເພື່ອຈະໄກ່ເກ່ຍສັນຍາສະຫງົບເສີກ ໃນແຕ່ລະທ້ອງຖິ່ນ ຢູ່ໃນຊີເຣຍ ຖ້າຫາກມີຄວາມຈຳເປັນ.

ສະຫະລັດ ແລະ ຣັດເຊຍ ແມ່ນເປັນປະທານຮ່ວມ ໜ່ວຍງານປະຕິບັດສັນຍາສະຫງົບ ເສີກ. ຣັດເຊຍ ໄດ້ໃຊ້ອຳນາດຕໍ່ລອງຂອງຕົນກັບລະບອບຂອງທ່ານ Assad ແລະ ສະຫະລັດ ໄດ້ໃຊ້ອິດທິພົນຂອງຕົນ ກັບກຸ່ມຝ່າຍຄ້ານ ເພື່ອພະຍາຍາມຫລຸດຜ່ອນ ການສູ້ລົບກັນ ໃນປະເທດດັ່ງກ່າວ.

ທັງສອງປະເທດໄດ້ປະກາດການສະຫງົບເສີກ ຢູ່ໃນພື້ນທີ່ ສຳລັບເມືອງ Latakia ແລະ ຊານເມືອງ Ghouta ຢູ່ທາງກ້ຳຕາເວັນອອກຂອງນະຄອນ Demascus ເມື່ອສັບປະດາ ແລ້ວນີ້ ໃນຄວາມພະຍາຍາມ ຈະຊ່ອຍຮັກສາໄວ້ ບໍ່ໃຫ້ສັນຍາຍຸຕິເປັນປໍລະປັກຕໍ່ກັນ ທີ່ ໄດ້ປະກາດໄປແລ້ວ ເມື່ອເດືອນກຸມພາ ຜ່ານມາ ຈາກການແຕກຫັກລົງຈົນໝົດ.

Syria Aleppo Ceasefire
please wait

No media source currently available

0:00 0:00:46 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG