ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຂໍ້​ຕົກລົງ​ຢຸດ​ຍິງ ທີ່ “​​ແຕກ​ຫັກ​ໄດ້​ງ່າຍ” ​ພວມ​ຖືກ​ຈັດຕັ້ງ ປະຕິບັດ​ ໃນຢູເຄຣນ


ທະຫານ ຂອງພວກກະບົດ​ຫົວ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ຈາກກອງພົນ Cossacks ທີ 1 ກຳລັງຍາມປ້ອມແຫ່ງໜຶ່ງ ທີ່ມີທຸງຊາດຣັດເຊຍ ແລະທຸງຊາດ Cossacks ຢູ່ບໍ່ໃກປານໃດ ຈາກ ເມືອງ Pervomaisk ຢູ່ທາງພາກຕາເວັນອອກຂອງ Ukraine ເມື່ອວັນທີ 6 ທັນວາ 2014.
ທະຫານ ຂອງພວກກະບົດ​ຫົວ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ຈາກກອງພົນ Cossacks ທີ 1 ກຳລັງຍາມປ້ອມແຫ່ງໜຶ່ງ ທີ່ມີທຸງຊາດຣັດເຊຍ ແລະທຸງຊາດ Cossacks ຢູ່ບໍ່ໃກປານໃດ ຈາກ ເມືອງ Pervomaisk ຢູ່ທາງພາກຕາເວັນອອກຂອງ Ukraine ເມື່ອວັນທີ 6 ທັນວາ 2014.

ປະທານາທິບໍດີ​ຢູ​ເຄຣນ ກ່າວ​ວ່າ ຂໍ້​ຕົກລົງ​ຢຸດ​ຍິງ ທີ່ “ແຕກ​ຫັກ​
ໄດ້​ງ່າຍ”
​ແມ່ນ​ພວມ​ຖືກ​ຈັດຕັ້ງປະຕິບັດ​ກັນ ໄດ້​ຢ່າງ​ແທ້​ຈິງ
ໃນ​ຂະນະ​ນີ້ ​ເປັນຄັ້ງທຳ​ອິດ ​ໃນ​ປະ​ເທດ​ຂອງ​ທ່ານ ນັບຕັ້ງ​ແຕ່​
ມີ​ຂໍ້​ຂັດ​ແຍ້​ງກັນ ມາ​ເປັນ​ເວລາ 7 ​ເດືອນ​ ​ລະຫວ່າງກອງ​ທະຫານ​
ລັດຖະບານ ​ກັບພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ​
ເປັນ​ຕົ້ນ​ມາ.

ທ່ານ Petro Poroshenko ກ່າວ​ໃນ​ວັນ​ສຸກ​ມື້​ນີ້ ວ່າ ຫຼັງຈາກ
24 ຊົ່ວ​ໂມງ​ໄດ້​ຜ່ານ​ພົ້ນ​ໄປ​ ​ບໍ່​ໄດ້​ມີ ທະຫານຜູ້​ໃດ​ ເສຍ​ຊີວິດ
ຫຼື ​ໄດ້​ຮັບ​ບາດ​ເຈັບ ​ແຕ່​ຢ່າງ​ໃດ​.

ທ່ານ Poroshenko ​ເວົ້າ​ວ່າ “ທ່ານ ບໍ່​ສາມາດ​ຄາດ​ຄິດ​ໄດ້​ດອກວ່າ ອັນ​ນີ້​ມີ​ຄວາມ​
ສຳຄັນ ​ແນວ​ໃດ​ສຳ​ຫລັບ​ຂ້າພະ​ເຈົ້າ. ມັນ​ເປັນຄ່ຳ​ຄືນ​ທຳ​ອິດ ​ທີ່ ທະຫານ​ຂອງ
ຂ້າພະ​ເຈົ້າ ບໍ່ໄດ້​ເສຍ​ຊີວິດ ຫຼື ​ໄດ້​ຮັບ​ບາດ​ເຈັບ​ ​ໃນ​ເວ​ລາ​ທີ່​ພວກ​ເຮົາ​ບໍ່​ມີ​ພົນ
ລະເຮືອນ ຜູ້​ໃດ​ໄດ້​ເສຍ​ຊີວິດ ຫຼື ​ໄດ້​ຮັບ​ບາດ​ເຈັບ​ອີກ​ເຊັ່ນ​ກັນ.”

ທ່ານ Poroshenko ​ເວົ້າອີກ​ວ່າ ຖ້າ​ຂໍ້​ຕົກລົງ​ຢຸດ​ຍິງ ຍັງ​ຄົງ​ປະຕິ​ບັດ​ກັນໄດ້ຢູ່ ມັນ​ກໍ​ເປັນ
“ບາດກ້າວ​ທີ່​ດີ ສຳ​ຫລັບ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ໃນ​ຢູ​ເຄຣນ.”

ປະ​ທາ​ນາ​ທິບໍດີ Poroshenko ຮຽກຮ້ອງ​ໃຫ້​ຢຸດ​ຍິງ​ກັນ​ໃນ​ວັນ​ອັງຄານ​ຜ່ານ​ມາ ​ເພື່ອ​ຟື້ນ​ຟູ​
ຂໍ້​ຕົກລົງ​ຢຸດ​ຍິງ ທີ່​ໄດ້​ລົງ​ນາມ​ຮ່ວມ​ກັນ ​ເມື່ອ​ເດືອນກັນຍາ​ຜ່ານ​ມານັ້ນ ຊຶ່ງ​ຕ່າງ​ຝ່າຍ​ໄດ້​ລະ​
ເມີດ​ກັນມາ​ຕະຫລອດ.

ຜູ້ນຳຢູ​ເຄຣນ​ໄດ້​ກ່າວ​ຖະ​ແຫລ​ງທີ່ ນະຄອນ ຊິດ​ນີ້ ປະ​ເທດ​ອອສ​ເຕຣ​ເລຍ ​ໃນ​ມື້ທີ​ສອງ
ຂອງ​ການ​ເດີນ​ທາງ​ຢ້ຽມຢາມ​ອອສ​ເຕຣ​ເລຍ ລະຍະ 3 ມື້ ຊຶ່ງ​ປະ​ເທດ​ດັ່ງ​ກ່າວ​ນີ້ ​ເປັນ​
ພັນທະ​ມິດ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ສຳຄັນ.

ukraine-video
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG