ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມື​ກ້ອງ​ໂທ​ລະ​ພາບ Fox News ແລະ ນັກ​ຂ່າວ ຢູ​ເຄ​ຣນ ​ເສຍ​ຊີ​ວິດ​ ໃນ ຢູ​ເຄ​ຣນ


ຮູບ​ທ່ານປີ​ແອ ຊາ​ເກີ​ຊິວ​ສ​ກີ (Pierre Zakrzewski) ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ Fox News ໃນ​ຂະ​ນະ​ທີ່​ໄປ​ເຮັດ​ວຽກັບ​ເພື່ອນ​ຮ່ວມ​ງານ ທ່ານສ​ຕີບ ຮາ​ຮິ​ແກນ (Steve Harrigan) ແລະ​ຜູ້​ກຳ​ກັບ​ລາຍ​ການ​ອະ​ວຸ​ໂສ ຍາ​ນາງໂຢ​ນາດ ຟ​ຣິ​​ລິງ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ.
ຮູບ​ທ່ານປີ​ແອ ຊາ​ເກີ​ຊິວ​ສ​ກີ (Pierre Zakrzewski) ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ Fox News ໃນ​ຂະ​ນະ​ທີ່​ໄປ​ເຮັດ​ວຽກັບ​ເພື່ອນ​ຮ່ວມ​ງານ ທ່ານສ​ຕີບ ຮາ​ຮິ​ແກນ (Steve Harrigan) ແລະ​ຜູ້​ກຳ​ກັບ​ລາຍ​ການ​ອະ​ວຸ​ໂສ ຍາ​ນາງໂຢ​ນາດ ຟ​ຣິ​​ລິງ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ.

ໂທ​ລະ​ພາບ Fox News ຂອງ ສະ​ຫະ​ລັດ ໃນ​ວັນ​ອັງ​ຄານ​ວານນີ້ ​ໄດ້​ປະ​ກາດ​ວ່າ​ມື​ກ້ອງ ທ່ານ ປີ​ແອ ຊາ​ເກີ​ຊິວ​ສ​ກີ (Pierre Zakrzewski) ໄດ້​ເສຍ​ຊີ​ວິດ​ໃນ​ປະ​ເທດ ຢູ​ເຄ​ຣນ.

ທ່ານ​ ຊາ​ເກີ​ຊິວ​ສ​ກີ, ອາ​ຍຸ 55 ປີ, ໄດ້​ຮັບ​ບາດ​ເຈັບ ​ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ກັບ​ນັກ​ຂ່າວ​ໂທ​ລະ​ພາບ Fox News ທ່ານ ເບັນ​ຈາ​ມິນ ຮອ​ລ. ລົດ​ຂອງ​ເຂົາ​ເຈົ້າ​ໄດ້​ຖືກ​ໂຈມ​ຕີ​ໂດຍ​ລູກ​ປືນ​ທີ່​ຖືກ​ຍິງ​ເຂົ້າ​ໃສ່​ໃນ​ເມືອງ ໂຮ​ເຣັນ​ກາ, ໃກ້​ກັບ​ນະ​ຄອນຫຼວງ ກີ​ຢິບ, ອີງ​ຕາມ​ບັນ​ທຶກ​ທີ່​ຖືກ​ເຜີຍ​ແຜ່​ກັບ​ພະ​ນັກ​ງານ​ຂອງ​ໂທ​ລະ​ພາບ​ດັ່ງ​ກ່າວ.

ທ່ານນາງ ໂອ​ເລັກ​ແຊນດ​ຣາ ຄຸ​ຟ​ຊີ​ໂນ​ວາ (Kuvshynova), ນັກ​ຂ່າວ​ຊາວ ຢູ​ເຄ​ຣນ ຜູ້​ທີ່​ໄດ້​ຢູ່​ກັບ​ເຂົາ​ເຈົ້າ​ໃນ​ເວ​ລາ​ນັ້ນ, ກໍ​ໄດ້​ເສຍ​ຊີ​ວິດ​ເຊັ່ນ​ກັນ, ອີງ​ຕາມ​ການ​ກ່າວ​ຂອງ​ທີ່​ປຶກ​ສາ​ຂອງ​ລັດ​ຖະ​ມົນ​ຕີ​ກິດ​ຈະ​ການ​ພາຍ​ໃນ​ຂອງ ຢູ​ເຄ​ຣນ ທ່ານ ແອນ​ທອນ ເກ​ຣາ​ສ​ເຊັນ​ໂກ (Anton Gerashchenko).

ທ່ານ ຮອ​ລ, ເຊິ່ງ​ແມ່ນ​ນັກ​ຂ່າວ​ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ຂອງ​ໂທ​ລະ​ພາບ Fox, ແມ່ນ​ຍັງ​ຢູ່​ໃນ​ໂຮງ​ໝໍ ແລະ ໄດ້​ຮັບ​ການ​ປິ່​ນ​ປົວ​ສຳ​ລັບ​ອາ​ການ​ບາດ​ເຈັບ.

ທ່ານ ແລະ ທ່ານ​ ຊາ​ເກີ​ຊິວ​ສ​ກີ ແມ່ນ​ນັກ​ຂ່າວ​ທີ່​ມີ​ປະ​ສົບ​ການ ຜູ້​ທີ່​ໄດ້​ລາຍ​ງານ​ຂ່າວ​ຄວາມ​ຂັດ​ແຍ້ງ​ໃນ ອັ​ຟ​ກາ​ນິ​ສ​ຖານ, ອີ​ຣັກ ແລະ ຊີ​ເຣຍ.

ໃນ​ບັນ​ທຶກ​ຂອງລາວ​ຕໍ່​ພະ​ນັກ​ງານ​ນັ້ນ, ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ Fox News Media ທ່ານ​ນາງ ຊູ​ຊານ ສ​ກັອດ, ໄດ້​ກ່າວ​ວ່າ “ພອນ​ສະ​ຫວັນ​ຂອງ​ທ່ານ ຊາ​ເກີ​ຊິວ​ສ​ກີ ທີ່​ປະ​ຈຳ​ຢູ່​ຫ້ອງ​ການ​ໃນ​ນະ​ຄອນຫຼວງ ລອນດອນ ແມ່ນບໍ່​ມີ​ໃຜ​ທຽບ​ເທົ່າ.”

ບັນ​ທຶກ​ໄດ້​ອ່ານ​ວ່າ ທ່ານ ຊາ​ເກີ​ຊິວ​ສ​ກີ “ແມ່ນ​ມີ​ຄວາມ​ມຸ່ງ​ໝັ້ນ​ຢ່າງ​ສຸດ​ຊຶ້ງ​ທີ່​ຈະ​ເລົ່າ​ເລື່ອງ​ ແລະ ຄວາມ​ກ້າ​ຫານ​ຂອງ​ລາວ, ຄວາມ​ເປັນ​ມື​ອາ​ຊີບ ແລະ ຈັນ​ຍາ​ບັນ​ໃນ​ການ​ເຮັດ​ວຽກ​ແມ່ນ​ໂດດ​ເດັ່ນ. ທຸກ​ຄົນ​ໃນ​ອຸດ​ສາ​ຫະ​ກຳ​ສື່ມວນ​ຊົນ ຜູ້​ທີ່​ໄດ້​ລາຍ​ງານ​ຂ່າວ​ຕ່າງ​ປະ​ເທດ​ແມ່ນ​ຮູ້​ຈັກ ແລະ ນັບ​ຖື​ທ່ານ ປີ​ແອ.”

ບັນ​ດາ​ນັກ​ຂ່າວ​ທັງຫຼາຍ​ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ທ່ານ ຊາ​ເກີ​ຊິວ​ສ​ກີ ໃນ​ສື່​ສັງ​ຄົມ, ລວມ​ທັງ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ​ທີ່​ຈະ​ຊ່ວຍ​ພາ​ນັກ​ຂ່າວ ອັ​ຟ​ກາ​ນິ​ສ​ຖານ ໄປ​ສູ່​ຄວາມ​ປອດ​ໄພ ອອກ​ຈາກ ອັ​ຟ​ກາ​ນິ​ສ​ຖານ ເວ​ລາ​ທີ່​ກຸ່ມ​ຕາ​ລີ​ບານ​ໄດ້​ຍຶດ​ອຳ​ນາດ​ປີ​ກາຍນີ້.

ນັກ​ຂ່າວ​ໂທ​ລະ​ພາບ Fox News ທ່ານ ບິ​ລ ເຮັມ​ເມີ ໄດ້​ປະ​ກາດ​ການ​ເສຍ​ຊີ​ວິດ​ດັ່ງ​ກ່າວ​ ໃນ​ເຄືອ​ຂ່າວ​ໂທ​ລະ​ພາບ​ນັ້ນ​ເມື່ອ​ວັນ​ອັງ​ຄານ​ວານນີ້, ໂດຍ​ໄດ້ກ່າວ​ເຖິງ​ເພື່ອ​ນ​ຮ່ວມ​ງານ​ຂອງ​ລາວ​ວ່າ “ເປັນ​ຕຳ​ນານ​ຢ່າງ​ແທ້​ຈິງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG