ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວອາເມຣິກັນ ສະຫລອງ ວັນເອກະລາດ ຄົບຮອບ 237 ປີ


ທຸງຊາດສະຫະລັດ: ແດງ ຂາວ ແລະຟ້າ.
ທຸງຊາດສະຫະລັດ: ແດງ ຂາວ ແລະຟ້າ.
​ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ

ວັນ​ພະຫັດ ທີ 4 ​ເດືອນກໍລະກົດ​ມື້​ນີ້ ​ເປັນ​ວັນ​ຊາດ​ຂອງ ສະຫະ
ລັດ ຄົບ​ຮອບ 237 ປີຫລັງ​ຈາກໄດ້ປະກາດ​ເອກະລາດ ຈາກ ​
ພະ​ລາດ​ຊະ​ອາ​ນາ​ຈັກ ອັງກິດ ​ໃນ​ປີ 1776. ທ່ານ Thomas
Jefferson ​ປະທານາທິບໍດີ​ຄົນ​ທີ​ສາມ​ຂອງ ສະຫະລັດ ​ເປັນ
​ບຸກຄົນ​ສໍາຄັນ​ທີສຸດ ໃນ​ການ​ຮ່າງລັດຖະທໍາ​ມະນຸ​ນ ຂອງ​ປະ​
ເທດ​ໃໝ່​ນີ້​ຂື້ນ​ມາອັນ​ເປັນ​ໝາກ​ຫົວ​ໃຈ​ຂອງ ວັນເອກະລາດ
​ດັ່ງກ່າວ​ນີ້. ​

ແຕ່​ກ່ອນ ຈະ​ໄດ້​ຮັບ​ເອກະລາດມາ​ຢ່າງ​ສົມ​ບຸນນັ້ນ ​ບັນດາ 13
​ອານາ​ນິຄົມຂອງ​ອັງ​ກິດ ຕ້ອງ​ໄດ້​ຕໍ່ສູ້​ເອົາ​ອິດສະລະພາບ ມາ​
ຈາກ​ອໍານາດ​ຫົວ​ເມືອງ​ຂື້ນ​ຂອງ​ຕົນ​ຢ່າງ​ໜັກໜ່ວງ ​ຫລັງ​ຈາກ​ນັ້ນ​ມາ ເຂົາ​ເຈົ້າໄດ້​ບຸກບືນ​
ຜ່ານ​ຜ່າອຸປະ​ສັກຕ່າງໆ​ນາໆ​ໃນ​ການສ້າງ​ຕັ້ງ​ປະ​ເທດ​ນຶ່ງ​ດຽວ​ຂື້ນ​ມາ​ ​ກ່ອນ​ຈະ​ໄດ້​ມາເປັນ​
ປະ​ເທດ​ມະຫາ​ອໍານາດເທົ້າ​ທຸກ​ວັນ​ນີ້.

ຖ້າ​ຈະ​ປຽບທຽບ ສະຫະລັດ ​ໃສ່​ກັບ​ຫລາຍໆ ປະ​ເທດ​ຢູ່​ທົ່ວ​ໂລກ​ແລ້ວ ສະຫະລັດ ເປັນ​ປະ​
ເທດ​ທີ່ຍັງໜຸ່ມ​ແໜ້ນ​ ເກີດ​ໃໝ່​ໃຫຍ່​ລຸນ ແຕ່​ ສະຫະລັດ ກໍມີ​ເນື້ອ​ທີ່​ອັນ​ກວ້າງ​ໃຫຍ່​ໄພສານ
​ອຸດົມ​ຮັ່ງມີທາງ​ດ້ານເທັກ​ໂນ​ໂລ​ຈີ ອັນ​ທັນ​ສະ​ໄໝ ປະ​ກອບ ດ້ວຍໂຮງ​ຈັກ ໂຣງງານອຸດສາ
ຫະກໍາ ການ​ປູກ​ຝັ​ງ ລ້ຽງ​ສັດ ແລະ​ທຸ​ລະ​ກິດ​ການ​ຄ້າໃຫ​ຍ່ລະດັບ​ນໍາໜ້າ​ໂລກ ມີປະຊາກອນ
​ທີ່​ມີ​ຄວາມ​ສາມາດໃນ​ທຸກໆ​ດ້ານ ທີ່​ປະກອບສ່ວນ​ໃນ​ການສ້າງສາ​ພັດທະນາປະ​ເທດໃຫ້​
ຈະ​ເລີ​ນຮູ່ງ​ເຮືອງ

ປະຊາຊົນ​ອາ​ເມ​ຣິ​ກາ ເປັນ​ຊົນ​ຊາດ​ທີ່ ຮັກ​ຫອມເສລີພາບ ​ຄວາມສະ​ເໝີ​ພາບ ປະຊາທິ
ປະໄຕ ນັບຖື​ສິດທິ​ມະນຸດ ອັນ​ເປັນ​ຄ່າ​ນິຍົມ ທີ່​ພາ​ໃຫ້ເຂົາ​ເຈົ້າ​ຕໍ່ສູ້​ເອົາ​ເອ​ກະລາດຈາກ ອັງກິດ ​ເພື່ອ​ສະຖາປະນາ​ປະ​ເທດ​ນຶ່ງ​ຂື້ນ​ມາ ທີ່ປົກຄອງ​ ໂດຍ​ປະຊາ​ຊົນ ​ເພື່ອ​ປະຊາຊົນ​ ແລະທຸກໆ​ຄົນ​ ເກີດ​ມາ​ມີ​ສິດ​ເທົ່າ​ທ່ຽມກັນ. ນັ້ນ​ຄື​ເນື້ອ​ໃນ​ສໍາຄັນ​ຂອງ​ຄໍາປະກາດເອກະ ລາດຂອງສະຫະລັດ ອາ​ເມຣິກາ ​ແລະ ອ້າງ​ອິງ​ຕາມ​ການ​ນັບ​ສໍາມະ​ໂນ​ຄົວ​ຂອງ​ປີ 2012
ປັດຈຸບັນນີ້ ສະຫະລັດ ມີ​ປະຊາກອນ​ທັງ​ໝົດ 313 ລ້ານ 9 ​ແສນ​ຄົນ ຊຶ່ງປະກອບດ້ວຍ​ເຊື້ອ​ຊາດ ສາ​ສະ​ໜາ​ຕ່າງໆທີ່​ມາ​ຈາກ​ທຸກ​ມຸມໂລກ​. ດ້ວຍ​ເຫດ​ນີ້​ເອງ ຈຶ່ງ​ເຮັດ​ໃຫ້ສະຫະລັດ
ອາ​ເມຣິກາ​ເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ ມີຄວາມເຂັ້ມ​ແຂງ​ທາງ​ເສດຖະກິດ ​ແລະ​ທາງດ້ານ​
ກຳ​ລັງ​ທະ​ຫານ.

ວັນ​ເອ​ກະລາດ ອາ​ເມຣິກາ ​ເປັນ​ວັນພັກການ ເປັນມື້ສໍາຄັນ​ປະ​ຈຳ​ປີ ແລະມີ​ການສະຫລອງ
​ກັນມາ​ຢ່າງຄຶກຄື້ນທີ່ສຸດ. ​ເນື່ອງຈາກ​ວ່າ ວັນເອ​ກະລາດ ທີ 4 ກໍລະກົດປີ​ນີ້​ ຕົກຖືກວັນ​
ພະຫັດ ເພາະສະ​ນັ້ນ ປະຊາກອນອາ​ເມຣິກັນຫລາຍ​ລ້ານ​ຄົນ ຈຶ່ງພາກັນຖື​ໂອກາດ​ນີ້ ຂໍລາ
​ພັກການ​ໃນວັນ​ສຸກ​ ຕໍ່​ໃສ່​ວັນ​ເສົາ ​ແລະ​ອາທິດ ເພື່ອ​ພັກ​ຜ່ອນແລະ​ເດີນ​ທາງ. ​ ເວລານີ້ ເປັນ​ທີ່​
ສັງ​ເກ​ດ​ເຫັນ​ວ່າ ຢູ່ຕາມບ້ານເຮືອນມີການປັກທຸງຊາດ ມີ​ສັນ​ຍາ​ລັກທີ່​ຕົກແຕ່ງດ້ວຍສີຟ້າ
ສີຂາວ ແລະສີແດງ ອັນສີຂອງທຸງຊາດສະ​ຫະ​ລັດ ​ເພື່ອສະ​ແດ​ງອອກ​ເຖິງ​ການ​ເປັນ​ພົນລະ
​ເມືອງ​ດີ ແລະ​ມີຄວາມຮັກຊາດ.

ຢູ່​ຕາມ​ເມືອງ​ນ້ອຍ ໃຫ​ຍ່ໃນທົ່ວ​ປະ​ເທດ ມີ​ການເດີນ​ສວນ​ສະ​ໜາມ ​ແລະ​ຂະ​ບວນ​ແຫ່​ຕ່າງໆ.
ຍາດ​ຕິ​ພີ່​ນ້ອງ ແລະ​ເພື່ອນ​ຝູງ ພາ​ກັນນັດ​ໝາຍມາພົບ​ພໍ້ໄປ​ປິກ​ນິກ ກິນ​ເຂົ້າ​ຮ່ວມ​ກັນ. ​ຢູ່​ຕາມ​
ເດີ່ນ​ຫລັງ​ບ້ານ​ ຈະ​ມີຄັວນ​ໄຟ​ຈາກ​ການປີ້ງ​ຊີ້ນ ປີ້ງ​ໄກ່ ປີ້ງ​ຮ້ອດດ້ອກ ​ແຮມ​ເບີ​ເກີ ແລະເດັກ
ນ້ອຍ​ພາກັນຫລີ້ນກິ​ລາ​ຕ່າງໆ.

ນອກ​ຈາກ​ນັ້ນ​ອີກ​ແລ້ວ ຢູ່​ຕາມ​ສວນ​ສາ​ທາ​ລະ​ນະ ຝູງ​ຄົນ​ພາ​ກັນ ​ເຕົ້າ​ໂຮມກິນ​ເຂົ້າ​ປ່າ ​ອາບ​
ນ້ຳ ຊຸມ​ແຊວກັນ​ຢູ່​ຕາມ​ຫາດ​ຊາຍ​ແຄມ​ທະ​ເລ ແລ​ະຂີ່​ເຮືອຫລີ້ນ. ໃນ​ຕອນ​ຄ່ຳ​ມືດ ກໍ​ມີ​ການ​
ສະ​ແດງດົນຕີຄອນ​ເສີດ ຊຶ່ງມີ​ດາ​ລາ​ນັກ​ຮ້ອງ ​ແລະນັກ​ສະ​ແດງ​ຕ່າງໆ​ພາ​ກັນມາ​ປາ​ກົດ​ໂຕ
ສ້າງ​ຄວາມ​ບັນ​ເທິງ​ໃຫ້​ຜູ້​ຊົມ.

ການສະຫຼອງວັນຊາດອາເມຣິກາ ທີ 4 ກໍລະກົດ
please wait

No media source currently available

0:00 0:00:50 0:00

ບັນ​ດານັກ​ການ​ເມືອງກໍມັກ​ຈະເອົາ​ໂອກາດ​ວັນ​ຊາດ​ນີ້ ມາກ່າວ​ຄຳ​ປາໄສ ແລະ​ໂຄ​ສະ​ນາ​
ຫາ​ສຽງຢູ່​ຕາມ​ບ່ອນຊຸມ​ນຸມ​ຊົນ​ຕ່າງໆ. ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ຢູ່​ທີ່ນະ​ຄອນ​ຫລວງວໍຊິງຕັນ
ດີ​.ຊີ ມີ​ພິ​ທີເດີນ​ສວນ​ສະ​ໜາມ​ ​ແລະ​ຂະ​ບວນ​ແຫ່​ທີ່ໃຫຍ່​ທີ່​ສຸດ ​ປະ​ກອບ​ດ້ວຍ​ທະ​ຫານ​ສີ່​
ເຫລົ່າຄື ທະຫານ​ບົກ​ ທະຫານ​ເຮືອ ທະຫານ​ອາກາດ ​ແລະ​ທະຫານມາຣິນຕິດຕາມ​ມາ​
ດ້ວຍບັນ​ດາກອງ​ດຸ​ຣິ​ຍາງ​ທະຫານ ​ແລະກອງ​ດຸຣິຍາງຈາກ​ມັດ​ທະ​ຍົມ​ຕ່າງໆ ທີ່​ເດີນທາ
ຈາກຫລາຍ​ໆລັດ​ພາກັນ​ເຂົ້າ​ຮ່ວມ. ພ້ອມ​ດຽວກັນ​ນີ້ ກໍ​ມີອົງ​ກ​ານ​ຈັດ​ຕັ້ງ ​ແລະ​ບໍລິ​ສັດ
ຕ່າງໆເຂົ້າ​ຮ່ວມ​ເດີນ​ສວນ​ສະ​ໜາມ ແລະ​ຂະ​ບ​ວນ​ລົດແຫ່​ທີ່​ຕົກ​ແຕ່ງ​ເອ້ຍ້ອງຢ່າງ​ງົດ​ງາມ.
ໃນ​ວັນນີ້ມີ​ບັນດາ​ຝູງ​ຊົນ​ພາກັນ​ມາຢືນ​ເບິ່ງ​ຢ່າງ​ໜາ​ແໜ້ນ ​ແລະ​ນັ່ງ​ລໍ​ຄອຍ​ຢູ່​ຕາມ ​ແຄມ
​ຖະໜົນ ​ລໍ​ຖ້າເບິ່ງ​ພິທີສະຫລອງ​ອັນ​ສະ​ຫງ່າຜ່າ​ເຜີຍ​.

ປະເພນີນຶ່ງໃນການສະເຫລີມສະຫລອງວັນຊາດ ສະຫະລັດ ທີ່ຈະຂາດ​ບໍ່​ໄດ້​ນັ້ນ​ກໍ​ຄື ຈູດ
​ໝາກ​ກະ​ໂພ້ກ ​ແລະ​ບັ້ງ​ໄຟ​ດອກ ພໍຕາ​ເວັນ​ຕົກ​ດິນ ທ້ອງຟ້າ​ມືດ​ມົວກຊ​ແມ່ນຈະ​ໄດ້ຍິນ
ສຽງ ການຈູດໝາກກະໂພ້ກດັງກ້ອງມາຈາກທຸກຮ່ອມທຸກແຈ ພ້ອມທັງ​ການຈູດບັ້ງໄຟ
ດອກ​ໃນ​ປະມານ 8-9 ​ໂມງ​ກາງຄືນ. ໂດຍ​ສະ​ເພາະ​ຢ່າງ​ຍິງ ຢູ່ເດີ່ນ​ສະ​ໜາມ​ຫລວງ​ແຫ່ງ
ຊາດ ຫລື National Mall ​ໃນ​ ວໍຊິງ​ຕັນ ເລາະ​ລຽບ​ຕາມ​ແມ່​ນ້ຳ Potomac ແລະ​ເນີນ
​ຄ້ອຍ​ຕ່າງໆ ຝູງ​ຊົນ​ຫລາຍ​ແສນ​ຄົນ​ພາ​ກັນ​ມາ​ຈັບຈອງ ເອົາ​ຜ້າມາປູນັ່ງ ​ແລະນອນ​ລໍ​ຖ້າ​
ເບິ່ງ​ການ​ຈູດ​ບັ້ງ​ໄຟແຫ່ງ​ຊາດ ທີ່​ສົ່ງສຽງ​ດັງ​ກ້ອງ ຢ່າງ​ສະ​ໜັ່ນ​ຫວັ່ນ​ໄຫວ ແລະສົ່ງແສງ​
ແຕກ​ຫວ່ານ​ອອກ​ຢ່າງງົດງາມຢູ່ເທິງທ້ອງຟ້າ ອັນ​ເປັນພິທີປິດການສະຫລອງ ວັນ​ເອ​ກະ
ລາດນັ້ນ.



​ປະຊາ​ຄົມ​ລາວ​ອາ​ເມຣິກັນ ຢູ່​ທົ່ວ​ປະ​ເທດ​ກໍ​ໄດ້​ພາກັນ ສະຫລອງ​ວັນເອ​ກ​ະລາດດັ່ງກ່າວນີ້
​ໂດຍ​ສະ​ເພາະ​ຢ່າ​ງຍິງ​ຢູ່​ທີ່ ວັດ​ລາວ​ພຸດ​ທະ​ວົງ ຫ່າງ​ຈາກນະ​ຄອນ​ຫລວງ ວໍ​ຊິງ​ຕັນ ​ໄປ​ທາງ​
ພາກ​ຕາ​ເວັນ​ຕົກປະມານ 50 ​ໄມ​ລ ປະຊາ​ຄົມ​ລາ​ວ​ໃນ​ເຂ​ດນະຄອນຫລວງ ​ກໍໄດ້​ຖື​ເອົາວັນ​
ດັ່ງ​ກ່າວນີ້ ສ​ະຫລອງ​ກັນຢ່າງ​ຄຶກ​ຄື້ນ ເປັນເວລາ ສາມມື້ ເພາະ​ວ່າເປັນ​ວັນ​ພັກສີ່​ມື້ຕິດຕໍ່​ກັນ
​ແລະ​ຖືວັນ​ເຕົ້າ​ໂຮມ​ເຄື່ອຍາດ​ປະ​ຈໍາປີ ​ເພາະວ່າ​ ​ໃນ​ໂອກາດ​ນີ້ ຊາວ​ລາວ​-ອາ​ເມ​ຣິ​ກັນ ທີ່​ຢູ່​
ໃກ້ ແລະ​ໃກ​ ຕ່າງ​ກໍ​ພາກັນ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຖາມ​ຂ່າວ​ພົບ​ພໍ້​ກັນ. ເດີ່ນ​ວັດ​ລາວ​ພຸດ​ທະ​
ວົງ ​ໄດ້​ກາຍ​ມາ​ເປັນ ຕະຫລາດນັດ​ທີ່​ໃຫຍ່​ທີ່​ສຸດປະຈໍາປີ ເຕັມ​ໄປ​ດ້ວຍ​ຮ້ານຂາຍ​ເຄຶ່ອງຢູ່​
ຂອງກິນພື້ນ​ເມຶ​ອງລາວ ເຄຶ່ອງປູກ​ຂອງ​ຝັງ ໂດຍ​ສະ​ເພາະ​ຢ່າງ​ຍິງ ຜັກ​ສົດ ໝາກ​ໄມ້​ສົດ ທີ່
​ນໍາ​ມາຈາກ​ລັດ​ຟຣໍລິ​ດາ ​ແລະ​ລັດທີ່ຢູ່​ພາກ​ໃຕ້ຕ່າງໆ. ນ​ອກນັ້ນ​ກໍ​ມີການ​ເສບ​ດົນ​ຕີ ​ແລະ
ຮ້ອງ​ເພງ ມີ​ທັງ​ດາລານັກ​ຮ້ອງ​ລາວ ແລະ​ໄທ ​ເຂົ້າ​ຮ່ວມ​ຢ່າງ​ຄຶກຄື້ນ ຊຶ່ງ​ເຮົາ​ຈະ​ມີ​ລາຍ​ງານ
​ມາສະ​ເໜີ​ທ່ານ ​ໃນ​ໂອກາດ​ຕໍ່​ໄປ.

ຂະນະອອກອາກາດຢູ່​ນີ້​ ເປັນ​ເວ​ລາ​ເຊົ້າ​ຢູ່​ໃນສະຫະລັດ. ການ​ກະກຽມ​ສະ​ເຫລີສະຫລອງ
ວັນ​ເອກະລາດ​ຫາ​ກໍ​ເລີ້ມ​ຂື້ນ​ຢູ່​ນະຄອນຫລວງ ​ແລະ​ກໍ​ຈະ​ດໍາ​ເນີນ​ໄປ​ຈົນ​ຮອດ​ເດິກ ຫລື​
ກາງ​ເວັນ​ມື້​ອຶ່ນຕາມ ​ເວລາ​ຢູ່​ເປະ​ເທດ​ລາວ. ຄື​ດັ່ງ​ທີ່ເວົ້າ​ມາ​ໃນ​ເບື້ອງ​ຕົ້ນ ການ​ສະຫລອງ​
ທີ່​ມີ​ຄົນ​ມາ​ລໍຖ້າ​ຊົ​ມຫລາຍ​ທີ​ສຸດ​ກໍ​ຄື ຄອນ​ເສີດ​ດົນ​ຕີ ທີ່​ມີ​ຫລາຍໆ​ເວທີ ຫລາຍໆ​ນັກ​ຮ້ອງ
ມາ​ໃຫ້​ຄວາມບັນ​ເ​ທິງ​ແກ່​ຜູ້​ຊົມ ​ໂດຍ​ຮ້ອງ​ເພງ​ຮັກ​ຊາດ ດັ່ງ​ເພງ​ນີ້ God Bless the USA
ຂອງ​ນັກ​ຮ້ອງ​ລູກ​ທົ່ງ​ຊື່​ດັງ Lee Greenwood ທີ່​ມີ​ເນື້ອໃນ ສະ​ແດງ​ຄວາມ​ພູມ​ໃຈ​ໃນ
​ການ​ເປັນຄົນ​ອາ​ເມຣິກັນ ​ເປັນ​ພົນລະ​ເມືອງ​ຂອງ​ຊາດ​ທີ່ມີເສລີ ມີ​ປະຊາທິປະ​ໄຕ ປະ​ເທດ​ນີ້.

ຂ້າພະ​ເຈົ້າຂໍ​ຈົບ​ລາຍງານ​ດ້ວ​ຍເພງ​ນີ້​ເລີຍ ຂໍ​ໃຫ້​ທຸກໆ​ທ່ານ​ຈົ່ງ​ມີ​ຄວາມ​ມ່ວນ​ຊື່ນ​ໃນວັນ
ເອກະລາດ​ຂອງ US ຫລື​ທີ່​ຊາວ​ອາ​ເມຣິກັນ ອ່ວຍ​ພອນ​ກັນ​ວ່າ Happy the 4th.

ລິງໂດຍກົງ



ກ່ຽວຂ້ອງກັນ

XS
SM
MD
LG