ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເຈລະຈາ ຮອບດ້ານ ຄັ້ງທີ 4 ກັບ ສປປ ລາວ


Kurt Campbell ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກິດຈະການເອຕາເວັນອອກແລະຍ່ານມະຫາສະມຸດປາຊີຟິກ
Kurt Campbell ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກິດຈະການເອຕາເວັນອອກແລະຍ່ານມະຫາສະມຸດປາຊີຟິກ

ຖະ​ແຫຼງຂ່າວ​ຂອງ​ໂຄສົກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ແຈ້ງວ່າ ໃນ​ວັນ​ພຸດ​ທີ 27 ມິຖຸນາ​
ຜ່ານ​ມານີ້ ສະຫະລັດ​ແລະ ສປປ ລາວ​ໄດ້ພົບ​ປະກັນ​ເພື່ອ​ດໍາ​ເນີນ​ອັນ​ທີ່​ເອີ້ນ​ວ່າ ການ​ສົນທະ
ນາ​ຫາລື​ຮອບດ້ານສອງ​ຝ່າຍ ສະຫະລັດ-ລາວ ຄັ້ງທີ 4 ​ຢູ່ທີ່​ກະຊວງ​ການ​ຕ່າງປະ​ເທດ​ສະຫະ
ລັດ ​ໃນ​ກຸງ​ວໍ​ຊິງ​ຕັນ ​ໂດຍ​ມີທ່ານ Kurt Campbell ລັດຖະມົນຕີ​ຊ່ອຍ​ວ່າການ ​ກະຊວງຕ່າງ
ປະ​ເທດ​ສະຫະລັດ ຮັບຜິດຊອບ​ກິດຈະການ​ເອ​ເຊຍ​ຕາ​ເວັນ​ອອກ ແລະຍ່ານມະຫາ​ສະມຸດ​ປາ
ຊີ​ຟິກ ​ແລະ​ທ່ານ​ບຸນ​ເກີດ ສັງ​ສົມ​ສັກ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ ສປປ
ລາວ ​ເປັນ​ປະທານ​ຮ່ວມ. ການສົນທະນາ​ຫາລືສອງ​ຝ່າຍ​ທີ່​ວ່ານີ້ ​ແມ່ນ​ສະໜອງໂອກາດໃຫ້ມີ​
ການ​ສົນທະນາ​ຫາລື​ກັນ​ຮອບດ້ານກ່ຽວ​ກັບບັນຫາ​ສອງ​ຝ່າຍແລະ​ບັນຫາ​ຕ່າງໆ​ໃນ​ພູມີພາກ
​ທີ່​ສະທ້ອນ​ເຖິງ ຄວາມສຳພັນ ທີ່​ມີ​ການ​ການ​ຂະຫຍາຍໂຕ​ ຫຼາຍຂຶ້ນນັບ​ມື້ ຂອງ​ສອງປະ​ເທດ​
ພວກ​ເຮົາ.

ຖະ​ແຫຼງຂ່າວ​ກ່າວ​ຕໍ່​ໄປ​ວ່າ ຄະນະ​ຜູ້​ແທນ​ ຂອງ​ທັງ​ສອງ​ຝ່າຍ​ ໄດ້​ສົນທະນາ​ຫາລື​ກັນ ​ຫຼາຍໆ
​ເລື່ອງ​ຮວມທັງ​ການ​ເຂົ້າ​ເປັນ​ສະມາຊິກຢູ່​ໃນ​ອົງການໆ​ຄ້າ​ໂລກ​ຂອງ​ລາວຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ໄວໆ
ນີ້ ການ​ດຳ​ເນີນ​ຄວາມ​ພະຍາຍາມຢູ່​ຕໍ່​ມາ​ ຂອງ​ທັງ​ສອງ​ຝ່າຍ ເພື່ອ​ແກ້ໄຂ ​ບັນຫາ​ລະ​ເບີດ​ທີ່​ບໍ່​
ທັນ​ແຕກ​ຢູ່​ລາວ ຕະຫຼອດທັງ​ການ​ຮ່ວມ​ມືໃນ​ວຽກງານ​ຕ່າງໆ ຮວມທັງ​ດ້ານ​ສາທາລະນະ​ສຸກ
ການ​ແລກປ່ຽນ​ການ​ສຶກສາ ການ​ປາບ​ປາມການ​ຄ້າ​ຢາ​ເສບ​ຕິດ​ໃຫ້​ໂທດ ການ​ປະຕິບັດ​ກົດ
ໝາຍ ການ​ລັກ ລອບ​ຄ້າ​ມະນຸດ ​ແລະ​ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ. ນອກ​ນັ້ນ​ແລ້ວ​ ຄະນະ​ຜູ້
​ແທນ​ຂອງ​ທັງ​ສອງ​ຝ່າຍ ​ຍັງໄດ້​ສົນທະນາ​ຫາລື​ກັນ​ ກ່ຽວ​ກັບ​ການ​ດຳ​ເນີນ​ຄວາມພະຍາຍາມ​
ທີ່​ຍັງ​ມີ​ຢູ່ຕໍ່​ມາ ​ເພື່ອ​ແກ້​ໄຂ​ ກໍລະນີ​ທະຫານ​ອາ​ເມຣິກັນ ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຫວຽດ
ນາ​ມຢູ່​ລາວ.

ໃນ​ການ​ປະຊຸມ​ກັນ​ຮອບ​ນີ້ ສະຫະລັດ​ໄດ້​ໃຫ້ການ​ຢືນຢັນ​ອີກ​ຄັ້ງນຶ່ງກ່ຽວ​ກັບ​ການ​ໃຫ້​ຄວາມ
​ສະໜັບສະໜຸນ​ຂອງ​ຕົນ ​ຕໍ່​ການ​ມີ​ບົດບາດ​ສຳຄັນຂອງ​ອາ​ຊ່ຽນໃນໂຄງ​ສ້າງພູມີພາກ​ທີ່ພວມ
​ມີການກໍ່​ໂຕ​ຂຶ້ນ ​ເພື່ອ​ໃຫ້​ອາ​ຊ່ຽນ​ເປັນ​ຜູ້ນຳ​ພາ​ ໃນ​ຍ່ານ​ມະຫາ​ສະມຸດ​ປາຊີ​ຟິກ ແລະ​ໄດ້​ເນັ້ນ
​ເຖິງ​ຄວາມ​ສຳຄັນ​ຂອງ​ຄວາມ​ເປັນເອ​ກະພາບ​ຂອງ​ອາ​ຊ່ຽນ ​ກ່ຽວ​ກັບ​ບັນຫາ​ຮີບ​ດ່ວນ​ຕ່າງໆ
ຂອງ​ຂົງ​ເຂດ. ຝ່າຍ​ສະຫະລັດ ​ໄດ້​ໃຫ້ຂໍ້​ສັງ​ເກດ​ ກ່ຽວ​ກັບ​ການ​ເອົາ​ມຽນມາ​ ເພີ່ມເຂົ້າໃນໂຄງ
ການ​ລິ​ເລີ່​ມ​ສໍາລັບເຂດ​ລຸ່ມ​ແມ່​ນໍ້າຂອງ ​ຫຼື Lower Mekong Initiative (LMI) ​ແລະ​ໃຫ້ການ
​ຢືນຢັນ​ອີກ​ຄັ້ງນຶ່ງ ​ຕໍ່​ຄວາມ​ໝາຍ​ໝັ້ນຂອງ​ຕົນໃນການ​ຮ່ວມ​ມື​ແລະ​ການແບ່ງ​ປັນ​ຂໍ້​ມູນ​ໃນ​ຂອບ
​ເຂດ​ທີ່​ກວ້າງຂວາງ​ກວ່າ​ເກົ່າລະຫວ່າງ​ພາຄີ 6 ປະ​ເທດ​ຂອງໂຄງການ LMI ນັ້ນ ​ແລະສະຫະ
ລັດ​ໄດ້ກ່າວ​ຢໍ້າ​ເຖິງ​ຄວາມ​ສຳຄັນ​ຂອງ​ຄະນະ​ກຳມາ​ທິການ​ແມ່​ນໍ້າຂອງ​ສາກົນ ​ໃນ​ການ​ພັດທະ
ນາ​ແລະ​ປົກ​ປ້ອງສິ່ງ​ແວດ​ລ້ອມ​ຢູ່​ໃນ​ຂົງ​ເຂດ.

ຖະ​ແຫຼງຂ່າວແຈ້ງຕື່ມວ່າ ສະຫະ​ລັດ​ໄດ້​ກ່າວ​ຢືນຢັນໃນ​ການ​ສືບ​ຕໍ່​ໃຫ້ຄວາມ​ສະໜັບສະ​ໜຸນ
ຢ່າງ​ແຂງ​ຂັນກ່ຽວ​ກັບ​ໂຄງການ​ແລກປ່ຽນ​ການ​ສຶກສາ​ແລະ​ວັດທະນະທຳຮວມທັງ​ໂຄງການ
​ໃຫ້​ທຶນ​ການ​ສຶກສາ Fulbright ​ໂຄງການ​ແລກປ່ຽນ ​ພວກທີ່​ຈະ​ເປັນ​ຜູ້ນຳ​ ຂອງ​ນາໆ​ຊາດ ​
ແລະ​ໂຄງການ​ອົບຮົມ​ພາສາ​ອັງກິດ.

ຖະ​ແຫຼງຂ່າວສະຫຼຸບວ່າ ສະຫະລັດ​ຂໍ​ຊົມ​ເຊີຍ​ທ່າ​ອຽງ​ໃນ​ທາງ​ບວກ​ຂອງຄວາ​ມສຳພັນ​ສອງ​
ຝ່າຍ. ພວກ​ຜູ້​ແທນ​ຂອງ​ທັງ​ສອງ​ຝ່າຍຫວັງ​ວ່າ ຈະ​ມີ​ການ​ສືບ​ຕໍ່​ປຶກສາ​ຫາລື​ກັນ​ເປັນ​ປະຈຳ
ກ່ຽວ​ກັບ​ບັນຫາ​ຕ່າງໆ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ຮວມທັງການ​ສົນທະນາ​ຫາລື​ຮອບດ້ານ​
ສອງ​ຝ່າຍ ສະຫະລັດ-ລາວ ຮອບໜ້າ.

XS
SM
MD
LG