ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ອາເມຣິກາ ພາກັນ ສະຫຼອງ ວັນເອກກະລາດ ຄົບຮອບ 242 ປີ


ການຈູດບັ້ງໄຟດອກ ທີ່ອະນຸສອນສະຖານວໍຊິງຕັນ
ໃນນະຄອນຫຼວງວໍຊິງຕັນ - ວັນທີ 4 ກໍລະກົດ 2018.
ການຈູດບັ້ງໄຟດອກ ທີ່ອະນຸສອນສະຖານວໍຊິງຕັນ ໃນນະຄອນຫຼວງວໍຊິງຕັນ - ວັນທີ 4 ກໍລະກົດ 2018.

ສະຫະລັດ​ໄດ້​ສະຫຼອງວັນເອກະລາດ​ຂອງ​ຕົນ ຄົບຮອບ 242 ປີ​ ທີ່​ປະ​ເທດ​ຕົນ​ໄດ້​ແຍກ
​ອອກຈາກ​ການ​ປົກຄອງ​ຂອງ​ອັງກິດ ໃນວັນ​ທີ 4 ກໍລະກົດ ​ໂດຍສືບ​ຕໍ່​ປະຕິບັດ ​ຢ່າງ​ເປັນ
​ທຳນຽມ​ມາ ​ໃນການ​ກິນເຂົ້າປ່າ​ປິກ​ນິກ, ​ການສວນສະໜາມ ​ແລະ​ຈູດ​ບັ້ງໄຟ​ດອກ
​ໃນ​ທົ່ວ​ປະ​ເທດ.

ປະທານ​າ​ທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລທຣໍາ ໄດ້​ຂຽນ​ລົງ​ໃນທວິດ​ເຕີ ​ເພື່ອ​ສະແດງຄວາມ
ຍິນ ດີ​ຕໍ່ຊາວ​ອາ​ເມຣິກັນ ​ໃນ​ຂະນະ​ທີ່​ທ່ານ​ໄດ້​ປະກາດ​ໄປ​ວ່າ “ປະ​ເທດ​ຂອງ​ພວກ​ເຮົາ​
ແມ່ນ​ກຳລັງ​ໄປ​ດີ!” ຫຼັງ​ຈາກ​ນັ້ນ ທ່ານ​ໃຊ້​ເວລາຕອນ​ເຊົ້າ​ຂອງ​ທ່ານຫຼິ້ນກອຟ ​ໃນສະໜາມ​ກອຟສ່ວນ​ຕົວ ​ຂອງ​ທ່ານ ​ໃນພາກເໜືອ​ລັດ​ເວີ​ຈີ​ເນຍ​.

ບ່າຍ​ວັນ​ພຸດ​ວານ​ນີ້, ທ່ານ​ໄດ້​ກ່າວ​ສັນລະ​ເສີນ ຍົກຍ້ອງ​ກອງທັບ​ ທີ່​ຄຸ້ມ​ຄອງ​ປະ​ເທດ ​
ໃຫ້ສະຫະລັດ “ປອດ​ໄພ, ​ເຂັ້ມ​ແຂງ ພູມ​ໃຈ ອົງກາ​ດກ້າຫານ​ ​ແລະມີສິດ​ເສ​ລີ”
ໃນ​ຂະນະ​ທີ່​ທ່ານ ​ໄດ້​ກ່າວ​ຕໍ່ໜ້າ​ພວກ​ຄອບຄົວ​ພວກ​ທະຫານ​ຈຳນວນ​ຫຼາຍ​ຮ້ອຍ​ຄົນ
ທີ່​ເຂົ້າ​ຮ່ວມ​ໃນ​ພິທີ​ປິກ​ນິກທີ່​ທຳນຽບຂາວ.

ທ່ານກ່າວວ່າ “​ອິດສະຫຼະ​ພາບຂອງ​ອາ​ເມຣິກາ ແມ່ນໄດ້ມາ ​ດ້ວຍຢາດ​ເລືອດ,
ຢາ​ດ​ເຫື່ອ ​ແລະ​ຄວາມ​ເສຍ​ສະ​ຫຼະ ຂອງ​ຜູ້​ຮັກ​ຊາດ​ຊາວ​ອາ​ເມຣິກັນ.”

ທີ່ທ່າເຮືອໃນ​ນະຄອນ​ບອສຕັນ ​ກຳ​ປັ່ນ​ລົບ​ທີ່​ເກົ່າ​ແກ່​ສຸດຂອງໂລກ ​ໄດ້​ຍິງ​ປືນ​ໃຫຍ່​
21 ນັດ ເພື່ອເປັນ​ຂີດ​ໝາຍ ຄຳນັບ​ສະຫຼອງ​ວັນ​ສຳຄັນ​ນີ້.

​ໃນ​ນະຄອນນິວຢອກ, ພວກ​ຜູ້​ຄົນເຂົ້າ​ໄປ​ຢ້ຽມຢາມ​ສັນຍາ​ລັກ​ຂອງ​ຄວາມ​ເປັນ​ອິດ
ສະ​ຫຼະເສລີ ຄືຮູບ​ປັ້ນ​ເທພີ​ແຫ່ງເສ​ລີ​ພາບ ​ແມ່ນ​ໄດ້​ມີການຍົກຍ້າຍຜູ້ຄົນອອກ ຫຼັງ​ຈາກ
ຜູ້ປະ​ທ້ວງທີ່​ໄດ້​ປີນ​ຂຶ້ນ​ໄປ​ໃນ​ຖານ​ຂອງ​ຮູບ​ປັ້ນ ​ແລະ​ປະຕິ​ເສດ​ບໍ່​ຍອມ​ລົງ. ຕຳຫຼວດ ​
ໄດ້​ຈັບ​ກຸມ​ລາວຫຼັງ​ຈາກ​ທີ່​ໄດ້​ປະ​ເຊີນ​ໜ້າ​ກັນ ​ເປັນ​ເວລາ 4 ຊົ່ວ​ໂມງ​. ຕຳຫຼວດ ​ໄດ້​ກ່າວ
​ວ່າ ນາງ​ເທຣີຊີ ​ໂອ​ກູ​ມູ (Therese Okoumou) ​ໄດ້​ກ່າວ​ວ່າ ນາງ​ໄດ້​ປະ​ທ້ວງ​ຕໍ່​ການ
ແຍກ​ພວກ​ເດັກນ້ອຍແລະ​ພໍ່​ແມ່ນ​ຜູ້​ປົກຄອງ​ ພວກ​ທີ່​ເຂົ້າ​ເມືອງ​ແບບ​ຜິດ​ກົດໝາຍ​ນັ້ນ ອອກຈາກກັນ.

ກ່ອນໜ້າ​ນີ້ ມີ 7 ຄົນ ​ໄດ້​ຖືກ​ຈັບ​ກຸມ ຫຼັງ​ຈາກ​ທີ່​ນຳ​ເອົາ​ປ້າຍ ​ທີ່​ຂຽນ​ວ່າ ຮຽກຮ້ອງ​ໃຫ້
​ລົບ​ລ້າງ​ໜ່ວຍ​ພາສີ​ແລະກວດຄົນເຂົ້າເມືອງຂອງສະຫະລັດ.

​ໃນ​ອີກເລື້ອງ​ນັ້ນ ຜູ້​ຄອງ​ຕຳ​ແໜ່​ງ ທ້າວ​ໂຈ​ອີ ​ແຈັສນັຕ ​ແລະ ນາງມີ​ກີ ຊູ​ໂດ ຍັງຮັກສາ​
ຕຳ​ແໜ່​ງຂອງ​ພວກ​ເຂົາ​ເຈົ້າໄວ້ໄດ້ ​ໃນ​ການ​ແຂ່ງຂັນ​ກິນ​ຮອຕດັອກ ​ທີ່ເກາະ​ຄອນ​ນີ.
ທ້າວແຈັສນັຕ ໄດ້​ທຳລາຍ​ສະຖິຕິ ທີ່​ກິນຮອຕດັອກ ​ແລະ​ເຈົ້າຈີ່ຫໍ່ 74 ອັນ ​ໃນ​ເວລາ 10
ນາທີ ​ໃນ​ຂະນະ​ທີ່ ນາງຊູ​ໂດ ​ໄດ້​ຮັກສາ​ຕຳ​ແໜ່​ງ​ແຊັມ ທີ່​ກິນ​ໄດ້ 37 ອັນ. ​

ບັ້ງໄຟດອກ ຈຸດປະກາຍເທິງ ອະນຸສາວະລີ ວໍຊິງຕັນ ແລະລັດຖະສະພາ ພ້ອມທັງສະໜາມຫຼວງ ທີ່ເອີ້ນວ່າ National Mall, 4 ກໍລະກົດ 2018, ໃນການສະຫຼອງ ວັນເອກກະລາດ ເດືອນກໍລະກົດ.
ບັ້ງໄຟດອກ ຈຸດປະກາຍເທິງ ອະນຸສາວະລີ ວໍຊິງຕັນ ແລະລັດຖະສະພາ ພ້ອມທັງສະໜາມຫຼວງ ທີ່ເອີ້ນວ່າ National Mall, 4 ກໍລະກົດ 2018, ໃນການສະຫຼອງ ວັນເອກກະລາດ ເດືອນກໍລະກົດ.

ໃນນະຄອນຫລວງວໍ​ຊິງ​ຕັນ ວັນພັກ​ລັດ​ຖະການ​ບຸນວັນ​ທີ 4 ກໍລະກົດ ​ແມ່ນ​ຮວມທັງ​
ການ​ອ່ານ ຄຳປະກາດ​ເອກ​ກະລາດ ​ຢູ່​ບັນ​ໄດ​ຂອງຕຶກອາຄານ​ ທີ່​ເກັບ​ກຳ​ເອກະສານ
ຂອງ​ປະເທດ​ໄວ້ ຫຼື National Archives. ຂ້າງ​ໃນ​ຕຶກ ເອກກະສານສະບັບດັ້ງເດີມ
ໄດ້ນຳມາສະແດງ​ຢ່າງ​ໂດ​ດ​ເດັ່ນ ຢູ່​ຂ້າງ​ລັດຖະທໍາ​ມະນູນ ​ແລະ​ກົດໝາຍວ່າ​ດ້ວຍ​ສິດທິ
​ຂອງ​ພົນລະ​ເມືອງ ​ເພື່ອ​ໃຫ້​ສາທາລະນະຊົນໄດ້ປະຈັກ.

ບໍ່ດົນ ຫລັງ​ຈາກ​ໄດ້​ອ່ານ​ຄໍາ​ປະກາດ​ນັ້ນ​ແລ້ວ ກໍໄດ້ມີການເດີນສວນສະໜາມຫລາຍ​ພັນ
​ຄົນ​ທີ່​ເລີ້ມຈາກ​ຕຶກ​ດັ່ງກ່າວ ​ຢູ່​ຖະໜົນ Constitution ​ແລະໄປຈົບລົງ ຫຼັງຈາກທີ່ໄດ້ຜ່ານ
ລະຫວ່າງ​ ​ທໍານຽບຂາວ ​ກັບອານຸສາ​ວະລີ​ຂອງ​ປະທານາທິບໍດີ​ຄົນ​ທໍາ​ອິດ​ຂອງ​ສະຫະລັດ ​
ທ່ານ ຈອຣ໌ຈວໍ​ຊິງ​ຕັນ (George Washington).

​ໃນ​ເວລາ ຕໍ່​ມາຂອງ​ມື້​ນັ້ນ, ການ​ສະຫຼອງ​ປະຈຳ​ປີ ຄັ້ງ​ທີ 38 ​ໃນ​ນະຄອນຫຼວງ ກໍ​ໄດ້​ເລີ້ມ​ດ້ວຍການສະ​ແດງ​ດົນຕີ (concert) ທີ່​ສະ​ແດງ​ນຳ​ໂດຍ​ວົງ​ດົນຕີ ຄະນະ The Beach
Boys, Chita Rivera, Andy Grammer, The Temptations, CeCe Winans ​
ແລະ​ການສະ​ແດງດົນຕີຊິ​ມ​ໂຟນີ​ແຫ່ງ​ຊາດ ຫລື National Symphony Orchestra ​
ໃນ​ສະໜາມ​ຫຍ້າ​ທາງ​ຕາ​ເວັນ​ຕົກ​ຂອງ​ລັດຖະສະພາ. ງານລື້​ນ​ເລີງ​ສະຫລອງ​ດັ່ງກ່າວນີ້
ຈະ​ຈົບ​ລົງ​ດ້ວຍ​ການຈູດ​ບັ້ງ​ໄຟ​ດອກ​ ອັນ​ຍິ່ງ​ໃຫຍ່​ຕະການ​ຕາ ​ໃນ​ສະໜາມ​ຕໍ່ໜ້າ​ລັດຖະ
ສະພາ ທີ່​ເອີ້ນ​ວ່າ National Mall.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG