ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະຊາຊົນ ອາເມຣິກັນ ພາກັນສະຫລອງວັນ ເອກະລາດ ທີ 4 ກໍລະກົດ


ນາງຮານາ ໂຈ (Hana Cho) ອາຍຸ 8 ປີ ຈາກກອງເຍົາວະຊົນຍິງ 5665 ຊ້ອມເປົ່າແກ ກ່ອນຈະເຂົ້າຮ່ວມ ການສວນສະໜາມເພື່ອສະຫລອງບຸນວັນທີ 4 ກໍລະກົດ ໃນເມືອງແຊນຕາໂມນິກາ, ລັດຄາລິຟໍເນຍ ໃນວັນທີ 4 ກໍລະກົດ ປີ 2017.
ນາງຮານາ ໂຈ (Hana Cho) ອາຍຸ 8 ປີ ຈາກກອງເຍົາວະຊົນຍິງ 5665 ຊ້ອມເປົ່າແກ ກ່ອນຈະເຂົ້າຮ່ວມ ການສວນສະໜາມເພື່ອສະຫລອງບຸນວັນທີ 4 ກໍລະກົດ ໃນເມືອງແຊນຕາໂມນິກາ, ລັດຄາລິຟໍເນຍ ໃນວັນທີ 4 ກໍລະກົດ ປີ 2017.

ສະຫະລັດ​ກໍາລັງ​ສະຫຼອງວັນເອກະລາດ​ຂອງ​ຕົນ ໃນ​ວັນ​ພຸດ​ມື້ນີ້.

ຊາວ​ອາ​ເມຣິກັນຈະ​ພາກັນ​ສະຫລອງ​ວັນຄົບຮອບ 242 ປີ​ ທີ່​ປະ​ເທດ​ຕົນ​ໄດ້​ແຍກ​ອອກ
ຈາກ​ການ​ປົກຄອງ​ຂອງ​ອັງກິດ ​ໂດຍ​ການ​ຈັດ​ງານ​ກິນລ້ຽງ​ແບບ​ປິກ​ນິກ, ​ການສວນສະ
ໜາມ ​ແລະ​ຈູດ​ບັ້ງໄຟ​ດອກ ຢູ່​ທົ່ວ​ປະ​ເທດ.

ປະທານ​າ​ທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລທຣໍາ ​ແລະ​ພັນ​ລະ​ຍາ​ຂອງ​ທ່ານ, ທ່ານ​ນາງ​ເມ​ລາ
​ເນຍ​ກໍາລັງເປັນ​ປະທານ​ໃນ​ການຈັດ​ງານ​ກິນລ້ຽງ​ໃຫ້​ແກ່​ຄອບຄົວ​ຂອງ​ພວກທະຫານ​ຢູ່​ໃນ​
ທໍານຽບຂາວ.

ງານ​ບຸນວັນ​ທີ 4 ກໍລະກົດ ລວມມີ​ການ​ອ່ານ​ຄໍາ​ປະກາດ​ເອກະລາດ ​ຕາມ​ປະ​ເພນີ ຢູ່​ແທ່ງ
​ຂັ້ນ​ໃດ​ຂອງ​ຫໍ ​ເກັບ​ມ້ຽນ​ເອກະສາ​ນ​ແຫ່ງ​ຊາດ​ຢູ່​ໃນ​ນະຄອນຫລວງວໍ​ຊິງ​ຕັນ. ຢູ່​ໃນຕຶກອາ
ຄານ​ນັ້ນ ມີ​ເອກະສານ​ຕົ້ນສະບັບ​ວາງສະ​ແດງ​ຢ່າງ​ໂດ​ດ​ເດັ່ນ ຢູ່​ຂ້າງ​ລັດຖະທໍາ​ມະນູນ
ແລະ​ກົດໝາຍວ່າ​ດ້ວຍ​ສິດທິ​ຂອງ​ພົນລະ​ເມືອງ ​ເພື່ອ​ໃຫ້​ປະຊາຊົນເຫັນ.

​ຫລັງ​ຈາກ​ໄດ້​ອ່ານ​ຄໍາ​ປະກາດ​ນັ້ນ​ແລ້ວ ພໍ​ບໍ່​ເທົ່າ​ໃດ​ນາທີ ກໍ​ຈະ​ມີຜູ້​ຄົນແຮ່​ຂະ​ບວນຫລາຍ
​ພັນ​ຄົນ​ທີ່​ເລີ້ມຈາກ​ຕຶກ​ດັ່ງກ່າວ​ຢູ່​ຖະໜົນ Constitution ​ແລະ​ຢາຍໄປ​ທາງ​ຕາ​ເວັນຕົກ
ຢູ່​ລຽບ​ແຖວ​ຕຶກປະມານ 10 ​ແຖວ ​ແລະ​ສຸດ​ການ​ສວນສະາມລົງ​ຢູ່​ລະຫວ່າງ​ກາງຂອງ​ທໍານຽບຂາວ ​ກັບອານຸສາ​ວະລີ​ຂອງ​ປະທານາທິບໍດີ​ຄົນ​ທໍາ​ອິດ​ຂອງ​ສະຫະລັດ ​ທ່ານ
ຈອດ​ຈ໌ ວໍ​ຊິງ​ຕັນ (George Washington).

ຢູ່ນະຄອນຫລວງວໍ​ຊິງ​ຕັນ ຍັງ​ຈະ​ມີ​ການສະ​ແດງ​ດົນຕີ (concert) ທີ່​ເປັນ​ເອກະລັກ​ຢູ່​ຕຶກ​
ຫ້ອງການ​ຂອງລັດຖະສະພາ​ ຊຶ່ງ​ໃນ​ນັ້ນ​ມີ​ການສະ​ແດງ​ຂອງຄະນະ​ດົນຕີ The Beach
Boys, Chita Rivera, Andy Grammer, The Temptations, CeCe Winans ​
ແລະ​ການສະ​ແດງດົນຕີໝູ່​ແບບຄລາ​ຊິກ​ແຫ່ງ​ຊາດ ຫລື National Symphony
Orchestra.

ການ​ສະຫລອງ​ດັ່ງກ່າວຈະ​ຈົບ​ລົງ​ດ້ວຍ​ການຈູດ​ບັ້ງ​ໄຟ​ດອກ​ຂະໜາດ​ໃຫຍ່ຫລັງ​ຈາກ
​ຕາ​ເວັນ​ຕົກ​ດິນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG