ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່ຍິງ 14 ຄົນຈາກ ທົ່ວໂລກ ໄດ້ຮັບ ລາງວັນ ຄວາມກ້າຫານ


14 Women Honored With Courage Award
please wait

No media source currently available

0:00 0:01:54 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ ສະແດງຄວາມຊົມເຊີຍ ຕໍ່ບັນດາແມ່ຍິງ 14 ຄົນຈາກທົ່ວໂລກ ດ້ວຍ ການມອບລາງວັນ ແມ່ຍິງສາກົນແຫ່ງຄວາມ ກ້າຫານ ໃນວັນອັງ ຄານວານນີ້ ສຳລັບການເປັນຜູ້ນຳຂອງພວກເຂົາເຈົ້າ ໃນການສະ ໜັບສະໜູນຕໍ່ຄວາມຍຸດຕິທຳ, ສິດທິມະນຸດ, ປະຊາທິປະໄຕ, ຄວາມສະເໝີພາບທາງເພດ ແລະ ການມອບອຳນາດໃຫ້ແມ່ຍິງ. ນັກຂ່າວ Nike Ching ມີລາຍງານຈາກກະຊວງການ ຕ່າງປະເທດ ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ຜູ້ທີ່ໄດ້ຊະນະລາງວັນແມ່ຍິງສາກົນແຫ່ງຄວາມກ້າຫານ 14 ຄົນຂອງປີນີ້ ລວມມີນັກເຄື່ອນ ໄຫວຊົນເຜົ່າ Yazidi ຜູ້ທີ່ໄດ້ອຸທິດຕົນ ເພື່ອສົ່ງ ເສີມຄວາມສະເໝີພາບສຳລັບແມ່ຍິງ, ບັນ ດານັກກົດໝາຍສິດທິມະນຸດ ແລະຜູ້ສະໜັບສະໜູນປະຊາຊົນຜູ້ທີ່ບໍ່ຖືກມອງເຫັນຄວາມ ສຳຄັນ, ບັນ ດາຜູ້ບໍລິຫານອົງການທີ່ບໍ່ຂຶ້ນກັບລັດຖະບານ ທີ່ຕໍ່ສູ້ກັບແນວຄິດຫົວຮຸນແຮງ ແລະ ການຈຳ​ແນ​ກກີດ​ກັນ, ນັກຂ່າວ ຣັດເຊຍ ຄົນໜຶ່ງ ທີ່ຕໍ່ສູ້ເພື່ອປະຊາທິປະໄຕ ແລະ ເຈົ້າໜ້າທີ່ ກວດກາຄົນເຂົ້າເມືອງຄົນໜຶ່ງ ທີ່ຕໍ່ສູ້ກັບການສໍ້ລາດບັງຫຼວງ.

ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສະຫະລັດ ກ່າວວ່າ “ປີນີ້ພວກເຮົາ ຂໍຍົກຍ້ອງແມ່ຍິງກຸ່ມໜຶ່ງ ຜູ້ທີ່ໄດ້ສະແດງຄວາມກ້າຫານໃນ 3 ຂົງເຂດທີ່ເປັນຈຸດສຳຄັນ. ພວກເຂົາເຈົ້າໄດ້ເປີດເຜີຍແລະ ຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ, ພວກເຂົາເຈົ້າຕໍ່ຕ້ານ ການສໍ້ລາດບັງຫຼວງ ແລະ ເສີມຂະຫຍາຍລະບຽບກົດໝາຍ, ແລະ ພວກເຂົາເຈົ້າກໍສົ່ງ ເສີມຄວາມຍຸດຕິທຳ ແລະ ສິດທິມະນຸດສຳລັບໝົດທຸກຄົນ.”

ທ່ານ Kerry ໄດ້ກ່າວວ່າ ຜູ້ທີ່ໄດ້ຮັບລາງວັນທັງ 14 ຄົນແມ່ນແບບ ຢ່າງທີ່ດີ ພ້ອມກັບມີຂໍ້ ຄວາມໜຶ່ງທີ່ຊັດເຈນວ່າ: ຫ້າມຍອມຮັບ ຜູ້ທີ່ຍອມຮັບຄົນອື່ນບໍ່ໄດ້, ກະທຳໃນນາມຂອງ ຄວາມຍຸດຕິທຳ ແລະການ ​ໂຍະຍານ​ຜ່ອນຜັນ.

ໜຶ່ງໃນຜູ້ທີ່ໄດ້ຮັບກຽດນັ້ນ ແມ່ນນັກເຄື່ອນໄຫວສິດທິມະນຸດນາງ Ni Yulan ຈາກປະເທດ ຈີນ, ລາວໄດ້ຖືກຫ້າມບໍ່ໃຫ້ເດີນທາງມາ ນະຄອນຫຼວງ ວໍຊິງຕັນ ໂດຍລັດຖະບານຂອງ ລາວ.

ນາງ Nisha Ayub ແມ່ນແມ່ຍິ່ງທີ່ໄດ້ປ່ຽນເພດຄົນທຳອິດ ທີ່ໄດ້ຮັບລາງວັນນີ້. ລາວໄດ້ ກ່າວຕໍ່ ວີໂອເອ ວ່າໃນຖານະເປັນໜຶ່ງໃນບັນດາແມ່ຍິງມຸສລິມທີ່ໄດ້ປ່ຽນເພດ ອາໄສຢູ່ໃນ ປະເທດທີ່ ມີປະຊາຊົນສ່ວນໃຫຍ່ເປັນຄົນມຸສລິມ, ທັງໝົດທີ່ລາວໄດ້ຮ້ອງຂໍ ກໍແມ່ນໃຫ້ປະຕິບັດຕໍ່ພວກ ເຂົາເຈົ້າດັ່ງກັບປະຊາຊົນຄົນທົ່ວໄປ.

ນາງ Nisha Ayub ໄດ້ກ່່າວວ່າ “ພວກເຮົາໄດ້ຮ້ອງຂໍ ​ໃນສິ່ງທີ່ເປັນພື້ນຖານ ເຊິ່ງມັນແມ່ນ ພື້ນຖານຂອງສິດທິມະນຸດ, ສິດເສລີພາບໃນການປາກເວົ້າ, ສິດ​ເສລີພາບໃນການຮຽນ ໜັງສື ແລະ ໝົດທຸກຢ່າງ.”

ປີນີ້ແມ່ນຄົບຮອບ 10 ປີຂອງການມອບລາງວັນແມ່ຍິງສາກົນແຫ່ງຄວາມກ້າຫານ. ສະຫະລັດ ໄດ້ມອບລາງວັນ​ທີ່​ເປັນ​ກຽດ​ດັ່ງກ່າວໃຫ້ແກ່ແມ່ຍິງ 101 ຄົນ ສຳລັບຄວາມ ສຳເລັດຂອງພວກ ເຂົາເຈົ້າ ນັບຕັ້ງແຕ່​ໄດ້​ມີການມອບລາງວັນດັ່ງກ່າວ​ເປັນຕົ້ນມາ.

XS
SM
MD
LG