ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

14 ຄົນຖືກຂ້າຕາຍ ໃນການໂຈມຕີ ໂດຍກຸ່ມກະບົດ ຢູ່ທາງ ພາກໃຕ້ ຂອງຟີລິບປິນ

Abu Misry Mama (ແຖວໜ້າ ຊ້າຍ), ໂຄສົກຂອງ ພວກນັກຮົບອິສລາມ ອິດສະຫຼະ Bangsamoro ຫຼື BIFF ເປັນກຸ່ມທີ່ແຍກອອກມາຈາກ ກຸ່ມແນວໂຮມ ອິສລາມ ເພື່ອປົດປ່ອຍ Moro ຫຼື MILF ທີ່ຍັງຢາກປະກາດ ເອກະລາດ, ພ້ອມກັນກັບສະມຊິກ ຮ້ອງໂຮວ່າ "Allah Akbar" (ພະເຈົ້າຜູ້ຍິ່ງໃຫຍ່) ໃນເມືອງ Maguindanao, ຢູ່ທາງພາກໃຕ້ຂອງເກາະ Mindanao, ວັນທີ 28 ມີນາ 2014.

ພວກກະບົດ ມຸສລິມໄດ້ໂຈມຕີໝູ່ບ້ານສາສະໜາ ຄຣິສຕຽນ
ແຫ່ງໜຶ່ງໃນວັນ ຄຣິສມາສ ໃນປະເທດ ຟີລິບປິນ ເຊິ່ງເຮັດໃຫ້
ມີຢ່າງໜ້ອຍ 14 ຄົນເສຍຊີວິດ.

ບັນດາເຈົ້າໜ້າທີ່ກ່າວວ່າໃນວັນເສົາວານນີ້ວ່າ ຈຳນວນຜູ້ເສຍ
ຊີວິດລວມມີຊາວບ້ານ ຄຣິສຕຽນ 9 ຄົນ ຖືກຍິງໂດຍພວກກະ
ບົດຫຼາຍຄົນ ຈາກກຸ່ມທີ່ຮູ້ຈັກກັນວ່າ ນັກຮົບອິສລາມ ອິດສະຫຼະ
Bangsamoro ຫຼື BIFF ແລະ ພວກກະບົດຢ່າງໜ້ອຍ 5 ຄົນ
ໄດ້ຖືກຂ້າຕາຍ ໂດຍກອງກຳລັງລັດຖະບານ ໃນຄ່ຳຄືນກ່ອນວັນ
ຄຣິສມາສ ແລະ ວັນຄຣິສມາສ.

ໂຄສົກທະຫານແມ່ຍິງ ປະຈຳພາກພື້ນ ຮ້ອຍເອກ Joan Petinglay ກ່າວວ່າ ການປະທະ
ກັນໄດ້ເກີດຂຶ້ນ ໃນສາມແຂວງຕ່າງກັນທີ່ ເກາະ ມິນດານາວ. ພວກກະບົດທີ່ມີສ່ວນຮ່ວມ
ຄາດວ່າມີ 200 ຄົນໃນການໂຈມຕີ 8 ຄັ້ງໃນລະຫວ່າງ 2 ວັນດັ່ງກ່າວ.

ຮ້ອຍເອກ Petinglay ກ່າວວ່າ “ພວກເຮົາໄດ້ຮັບຊາບວ່າ ພວກກະບົດ BIFF ໄດ້ວາງ
ແຜນໂຈມຕີພົນລະເຮືອນ ແລະ ກຳລັງສະເພາະກິດຂອງພວກເຮົາ, ດັ່ງນັ້ນ ພວກເຮົາ
ຈຶ່ງໄດ້ເພີ່ມຄວາມລະມັດລະວັງແມ່ນກະທັ່ງກ່ອນວັນ ຄຣິສມາສ ເຊິ່ງໄດ້ຕໍ່ຕ້ານ ພວກ
ກະບົດຈາກການໂຈມຕີໝູ່ບ້ານດັ່ງກ່າວ ແລະ ກໍ່ໃຫ້ມີຜູ້ເສຍຊີວິດຫຼາຍກວ່ານີ້.”

ເກາະມິນດານາວ ແມ່ນບ້ານເກີດເມືອງນອນ ຂອງປະຊາຊົນຫຼາຍກວ່າ 20 ລ້ານກວ່າຄົນ,
ເປັນພຽງເຂດດຽວຂອງ ຟີລິບປິນ ທີ່ມີປະຊາກອນ ມຸສລິມ ຂະໜາດໃຫຍ່ ອາໄສຢູ່. ກຸ່ມ
Bangsamoro ໄດ້ແຕກແຍກອອກຈາກອົງການກະບົດ ມຸສລິມ ທີ່ເປັນກຸ່ມຫຼັກ ໃນ ຟີລິບປິນ
ໃນລະຫວ່າງປີ 2011, ໂດຍປະກາດວ່າຕົນຈະຕໍ່ສູ້ເພື່ອສ້າງລັດ ອິສລາມ ໃນພາກໃຕ້
ຂອງປະເທດ ທີ່ສ່ວນໃຫຍ່ຖືສາສະໜາ Catholic ແລະ ໄດ້ປະຕິເສດທຸກໆ ການເຄື່ອນ
ໄຫວ ຕໍ່ສັນຍາສະຫງົບເສິກກັບລັດຖະບານ.

XS
SM
MD
LG