ຢ່າງໜ້ອຍ 14 ຄົນ ໄດ້ເສຍຊີວິດຈາກການສູ້ລົບກັນລະຫວ່າງກຳ
ລັງຮັກສາຄວາມປອດໄພມາເລເຊຍແລະກຸ່ມປະກອບອາວຸດຟິລິບ
ປີນ.
ຫົວໜ້າຕໍາຫລວດ ມາເລເຊຍໃນແຂວງ Sabah ທ່ານ Hamza
Taib ກ່າວວ່າ ສະມາຊິກ 12 ຄົນຂອງກຸ່ມດັ່ງກ່າວ ໄດ້ຖືກສັງຫານ
ພ້ອມດ້ວຍເຈົ້າໜ້າທີ່ຕໍາຫລວດສອງຄົນ.
ການຍິງຕໍ່ສູ້ກັນ ໄດ້ເກີດຂື້ນ ທີ່ບ້ານ Lahad Datu ເທິງເກາະບໍນຽວ ບ່ອນທີ່ຊາວຟິລິບປິນ ໄດ້ຍຶດເອົາເປັນເວລາສອງອາທິດມາແລ້ວ ເພື່ອທວງກຳມະສິດເອົາດິນແດນດັ່ງກ່າວ.
ເຂົາເຈົ້າແມ່ນບັນດາຜູ້ເຊື່ອຖື ຜູ້ນໍາທີ່ປະກາດຕົນເອງວ່າເປັນທາຍາດຂອງສຸນລະຕານ
ອິສລາມ Sulu ຊຶ່ງຄັ້ງນຶ່ງເຄີຍຄວບຄຸມບາງເຂດຂອງ ເກາະບໍນຽວ ພ້ອມກັບໝູ່ເກາະອື່ນໃນພາກໃຕ້ຂອງຟິລິບປີນ.
ທ່ານ Hamza ກ່າວວ່າ ການປະເຊິນໜ້າຍັງດໍາເນີນຢູ່ຕໍ່ໄປ ເຖິງແມ່ນວ່າມີລາຍງານວ່າໄດ້ສີ້ນສຸດລົງແລ້ວກໍຕາມ.