ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

14 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ທີ່ ອັຟການິສຖານ


ແຜນທີ່ປະເທດອັຟການິສຖານ
ແຜນທີ່ປະເທດອັຟການິສຖານ

ຕຳຫລວດ 7 ຄົນ ຖືກ​ຂ້າ​ຕາຍ ຢູ່​ທີ່​ແຂວງໜຶ່ງ​ທາ​ງພາກ​ເໜືອ​
ຂອງ​ອັຟກາ​ນິສຖານ ຫຼັງຈາກ​ປ້ອມ​ກວດກາ​ ຂອງ​ພວກ​ເຂົາ​ເຈົ້າ
ຖືກ​ໂຈມ​ຕີ​ໂດຍ​ພວກ​ກະບົດ.

ບັນດາເຈົ້າໜ້າ​ທີ່ ​ໃນ​ແຂວງ Jawzjan ກ່າວ​ວ່າ ຕຳຫລວດ​ອີກ
5 ຄົນ ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ ​ເມື່ອ​ຕອນ​ຄ່ຳຂອງວັນ
​ເສົາ​ວານ​ນີ້ ຊຶ່ງພວກ​ຕາ​ລີ​ບານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ.

ຢູ່​ໃນ​ເຫດການ​ອີກ​ແຫ່ງ​ນຶ່ງ ພົນລະ​ເຮືອນ 7 ຄົນເສຍ​ຊີວິດ ​
ເວລາ​ລົດ​ຂອງ​ພວກ​ເຂົາ​ເຈົ້າ ​ແລ່ນ​ໄປ​ຢຽບລະ​ເບີດທີ່ຝັງໄວ້ຢູ່​
ແຄມ​ທາງ ໃນແຂວງ Kunar ທາງ​ພາກ​ຕາ​ເວັນ​ອອກ​. ​ໃນບັນດາ​ຜູ້​ເຄາະ​ຮ້າຍ ມີຮວມທັງ​
ເດັນກນ້ອຍ 2 ຄົນ. ​ແລະ​ຜູ້​ອື່ນໆ ອີກ​ສາມ​ຄົນ ​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດ​ລະ​ເບີດຄັ້ງນີ້.

​ໃນ​ຕອນ​ຄ່ຳ​ວັນ​ເສົາ​ເຊັ່ນ​ກັນ ນັກ​ຂ່າວ​ອັຟກາ​ນິສຖານ​ຄົນ​ໜຶ່ງ ​ເສຍ​ຊີວິດ​ຍ້ອນ​ບາດ​ແຜ ທີ່​
ໄດ້​ຮັບ​ໃນ​ການ​ໂຈມ​ຕີ ຂອງ​ພວກ​ຕາ​ລີ​ບານ ຕໍ່ໂຮງຮຽນແຫ່ງ​ໜຶ່ງ ທີ່​ບໍລິຫານ​ໂດຍຊາວ​ຝຣັ່ງ ​ເມື່ອ​ຕົ້ນ​ເດືອນ​ນີ້.

ທ້າວ Zubair Hatami ມື​ກ້ອງ​ຖ່າ​ຍພາບຂອງ​ໂທ​ລະ​ພາບ Mitra ທີ່​ເປັນ​ຂອງ​ເອກະ​ຊົນ
​ໄດ້​ຮັບ​ບາດ​ເຈັບສາຫັດ ​ເວລາໄວ​ລຸ້ນ​ຄົນ​ໜຶ່ງ​ບີບ​ຂະ​ນວນລະ​ເບີດ​ສະລະ​ຊີບ​ຕົນ​ເອງ ​ໃນ​
ລະຫວ່າງ​ການສະ​ແດງ ທີ່​ໂຮງຮຽນ​ມັດ​ຖະຍົມ Etsiqlal ​ໃນ​ວັນ​ທີ 11 ​ເດືອນທັນວານີ້.
ພະນັກງານ​ຊ່ວຍ​ເຫຼືອຊາວ​ເຢຍຣະມັນ​ຄົນ​ໜຶ່ງ ກໍ​ໄດ້​ເສຍ​ຊີວິດ​ເຊັ່ນ​ກັນ ໃນການ​ໂຈມ​ຕີ​
ສະລະ​ຊີບ​ຄັ້ງນັ້ນ.

XS
SM
MD
LG