ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕຳຫຼວດອີຈິບ 30 ຄົນ ເສຍຊີວິດ ໃນການຍິງ ຕໍ່ສູ້ກັບ ພວກຫົວຮຸນແຮງ


ເມືອງ Al-Wahat Al-Bahriya ປະເທດອີຈິບ
ເມືອງ Al-Wahat Al-Bahriya ປະເທດອີຈິບ

ຕຳຫຼວດອີຈິບ ບໍ່ຕ່ຳກວ່າ 30 ຄົນ ໄດ້ເສຍຊີວິດ ໃນການຍິງຕໍ່ສູ້ກັນ ກັບພວກຫົວຮຸນ
ແຮງ ໃນເຂດທະເລຊາຍ ທາງພາກຕາເວັນຕົກຂອງປະເທດ.

ເຈົ້າໜ້າທີ່ຮັກສາຄວາມສະຫງົບກ່າວວ່າ ຕຳຫຼວດຖືກໂຈມຕີ ໃນຂະນະທີ່ພວກເຂົາ ເຈົ້າພວມຊອກຫາຜູ້ຕ້ອງສົງໄສ ເປັນສະມາຊິກຂອງກຸ່ມ Hasm ຊຶ່ງເປັນກຸ່ມທີ່ອ້າງ ເອົາຄວາມຮັບຜິດຊອບ ໃນການໂຈມຕີຢູ່ອີຈິບ ໃນຮອບປີທີ່ຜ່ານມາ.

ເຈົ້າໜ້າທີ່ກ່າວວ່າ ນອກນັ້ນ ຍັງມີຕຳຫຼວດອີກ 8 ຄົນໄດ້ຮັບບາດເຈັບ ໃນການໂຈມ
ຕີດັ່ງກ່າວຊຶ່ງມີຂຶ້ນໃນເຂດ al-Wahat al-Bahriya ປະມານ 135 ກິໂລແມັດຫ່າງ ຈາກນະຄອນຫຼວງໄຄໂຣ ໄປທາງພາກຕາເວັນຕົກສຽງໃຕ້.

ຖະແຫຼງການສະບັບນຶ່ງຂອງກະຊວງພາຍໃນ ໃຫ້ການຢືນຢັນກ່ຽວກັບການໂຈມຕີ
ດັ່ງກ່າວ ແຕ່ບໍ່ໄດ້ແຈ້ງຈຳນວນຜູ້ບາດເຈັບລົ້ມຕາຍໃຫ້ຊາບ. ຖະແຫຼງການເວົ້າວ່າ ຜູ້ຕ້ອງສົງໄສເປັນສະມາຊິກກຸ່ມຫົວຮຸນແຮງຈຳນວນນຶ່ງ ກໍໄດ້ຖືກຂ້າຕາຍ ໃນການ
ຍິງຕໍ່ສູ້ກັນນີ້.

ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອ. ກ່ອນໜ້ານີ້ ມີການອ້າງເອົາຄວາມ
ຮັບຜິດຊອບທີ່ບໍ່ຖືກຕ້ອງຂອງກຸ່ມ Hasm ໄດ້ມີການນຳອອກເຜີຍແຜ່ທາງຕາໜ່າງ
ສື່ສັງຄົມ ແລະກໍມີການລາຍງານໂດຍອົງການຂ່າວຕ່າງໆ.

ອີຈິບໄດ້ກ່າວຫາກຸ່ມ Hasm ວ່າ ເປັນກຸ່ມຫົວຮຸນແຮງຂອງພັກພະລາດອນພາບມຸສ
ລິມ ທີ່ໄດ້ຖືກປະກາດ ໃຫ້ເປັນກຸ່ມນອກກົດໝາຍ ໃນປີ 2013. ແຕ່ພັກພະລາດອນ
ພາບມຸສລິມໄດ້ປະຕິເສດກ່ຽວກັບເລື່ອງນີ້.

ການກໍ່ຄວາມວຸ້ນວາຍຂອງກຸ່ມສາສະໜາອິສລາມໄດ້ເພີ້ມທະວີຂຶ້ນຢູ່ໃນປະເທດອີ
ຈີບນັບຕັ້ງແຕ່ພວກທະຫານໄດ້ໂຄ່ນລົ້ມປະທານາທິບໍດີ Mohamed Morsi ທີ່ມາ
ຈາກພັກພະລາດອນພາບມຸສລິມ ໃນປີ ​2013.

ການກໍ່ຄວາມວຸ້ນວາຍ ທີ່ຮວມທັງຈາກເຄືອຂ່າຍ ຂອງກຸ່ມລັດອິສລາມໃນອີຈິບແມ່ນ
ແນໃສ່ພາກເໜືອຂອງແຫຼມໄຊນາຍ ແຕ່ການໂຈມຕີໄດ້ແຜ່ລາມມາສູ່ແຜ່ນດິນໃຫຍ່ ຮວມທັງເຂດນະຄອນຫຼວງບ່ອນທີ່ໄດ້ມີການໂຈມຕີສະຫຼະຊີບຕໍ່ໂບດຕ່າງໆແລະສຳ ນັກງານກຳລັງຮັກສາຄວາມສະຫງົບ.

ອີຈິບແມ່ນໄດ້ມີການປະກາດພາວະສຸກເສີນມາແຕ່ເດືອນເມສາຕົ້ນປີນີ້ ຫລັງຈາກ
ໄດ້ມີການໂຈມຕີໂບດ 2 ແຫ່ງ ຢູ່ທາງເໜືອ ຂອງນະຄອນຫລວງໄຄໂຣ ຊຶ່ງເຮັດໃຫ້
ຊາວຄຣິສຕຽນຈຳນວນນຶ່ງເສຍຊີວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG