ຕຳຫຼວດໄນຈີເຣຍ ແລະ ບັນດາຜູ້ເຫັນເຫດການ ໄດ້ເຊື່ອມໂຍງ
ການລະເບີດທີ່ແຕກຂຶ້ນ 2 ເທື່ອ ໃນຕອນກາງຄືນວັນສຸກຜ່ານມາ
ຢູ່ນອກນະຄອນ ອາບູຈາ ໃສ່ກັນ ລະຫວ່າງຜູ້ວາງລະເບີດສະລະ
ຊີບ ທີ່ເປັນຜູ້ຊາຍ ກັບແມ່ຍິງ. ລະເບີດທີ່ແຕກຂຶ້ນຢູ່ໃນເມືອງ
Nyanya ແລະ Kuje ໄດ້ສັງຫານຢ່າງໜ້ອຍ 18 ຄົນ ແລະ ອີກ
ປະມານ 40 ຄົນ ໄດ້ຮັບບາດເຈັບ.
ໜັງສືພິມ Vanguard ຂອງໄນຈີເຣຍ ໄດ້ອ້າງເຖິງຄຳເວົ້າ ຂອງ
ບັນດາຜູ້ເຫັນເຫດການ ທີ່ເວົ້າວ່າ ຄວາມຮຸນແຮງໄດ້ລະເບີດຂຶ້ນ
ໃນເວລາ ຍິງສາວ ອາຍຸ 15 ປີ ໄດ້ມຸ້ງໜ້າເຂົ້າໄປ ສະຖານີຕຳຫຼວດ
ໃນເມືອງ Kuje ຫຼັງຈາກເດີນທາງໄປເຖິງຈຸດໝາຍ ດ້ວຍລົດຈັກ
ຕັກຊີ້. ຜູ້ວາງລະເບີດສະລະຊີບຄົນນັ້ນ ເສຍຊີວິດ ໃນເມື່ອລະເບີດຂອງນາງໄດ້ແຕກຂຶ້ນ
ກ່ອນກຳນົດ.
ບົດລາຍງານກ່າວອີກວ່າ ຜູ້ວາງລະເບີດສະລະຊີບ ຄົນທີສອງ ທີ່ເປັນຜູ້ຊາຍ ໄດ້ເດີນທາງ
ໄປເຖິງຕະຫຼາດ Zamfara ຢູ່ໃກ້ໆ ບໍລິເວນ ອີກບໍ່ດົນຕໍ່ມາ ໃນຂະນະທີ່ຖືຖົງໜ່ວຍນຶ່ງ ຊຶ່ງ
ຜູ້ກ່ຽວໄດ້ນຳໄປວາງໄວ້ຢູ່ໃກ້ໆ ຮ້ານຄ້າຂາຍແຫ່ງນຶ່ງ ຫຼັງຈາກນັ້ນບຶດດຽວ ຖົງກໍໄດ້ແຕກຂຶ້ນ.
ຜູ້ເຫັນເຫດການຄົນນຶ່ງ ເວົ້າວ່າ ມີຜູ້ຍິງຖືພາ ແລະ ເດັກນ້ອຍຄົນນຶ່ງ ແມ່ນລວມຢູ່ໃນ
ຈຳນວນຜູ້ທີ່ເສຍຊີວິດ.
ບໍ່ມີກຸ່ມໃດໄດ້ອອກມາອ້າງເອົາຄວາມຮັບຜິດຊອບ ແຕ່ບັນດາເຈົ້າໜ້າທີ່ ໄດ້ເຊື່ອມໂຍງ
ການໂຈມຕີທັງສອງຄັ້ງດັ່ງກ່າວ ໃສ່ກຸ່ມຫົວຮຸນແຮງຈັດ Boko Haram ຢູ່ພາຍໃນປະເທດ.
ການໂຈມຕີຄັ້ງຫຼ້າສຸດນີ້ ເກີດຂຶ້ນນຶ່ງມື້ ຫຼັງຈາກຜູ້ວາງລະເບີດ ສະລະຊີບ ສີ່ຄົນໄດ້ ລະເບີດ
ຕົວເອງຕາຍ ໃນເມືອງ Maiduguri ທີ່ໄດ້ສັງຫານຢ່າງໜ້ອຍ 14 ຄົນ ແລະ ອີກປະມາດ 40 ຄົນບາດເຈັບ.