ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູແຕເຣັສ ກ່າວໃນວັນພຸດວານນີ້ວ່າ ມີ "ການເຫັນພ້ອມນຳກັນແບບກວ້າງຂວາງ" ກ່ຽວກັບຂໍ້ຕົກລົງລະຫວ່າງຣັດເຊຍ ແລະຢູເຄຣນ, ກັບເທີກີ ແລະອົງການສະຫະປະຊາຊາດ ເພື່ອສົ່ງອອກອາຫານປະເພດເມັດຂອງຢູເຄຣນຫຼາຍລ້ານໂຕນ ທີ່ຕິດຄ້າງຢູ່ໃນ ເລົ້າຫຼືຖັງເກັບ ນັບຕັ້ງແຕ່ ມີການບຸກລຸກຂອງຣັດເຊຍໃນວັນທີ 24 ກຸມພາເປັນຕົ້ນມາ.
ທ່ານກູແຕເຣັສ ກ່າວຕໍ່ບັນດານັກຂ່າວກ່ຽວກັບຄວາມຄືບໜ້າໃນການເຈລະຈາຢູ່ ອິສຕັນບູລຂອງສີ່ຝ່າຍວ່າ “ມື້ນີ້ເປັນບາດກ້າວທີ່ສຳຄັນແລະມີຄວາມໝາຍຫຼາຍ. ມັນເປັນບາດກ້າວທີ່ໄປສູ່ເສັ້ນທາງທີ່ຫາຂໍ້ຕົກລົງແບບຮອບດ້ານ."
ຫົວໜ້າອົງການສະຫະປະຊາຊາດ ໄດ້ຍຸຕິຄວາມງຽບຂອງທ່ານ ກ່ຽວກັບການເຈລະຈາຕ່າງໆ ໂດຍຊີ້ໃຫ້ເຫັນເຖິງຖະແຫຼງການຂອງລັດຖະມົນຕີປ້ອງກັນປະເທດເທີກີ ທີ່ກ່າວວ່າ ມີການຕົກລົງກັນໃນຈຸດໃຫຍ່ໆ, ລວມທັງການສ້າງສູນປະສານງານກັບຣັດເຊຍ, ຢູເຄຣນ ແລະສະຫະປະຊາຊາດ; ຂໍ້ຕົກລົງກ່ຽວກັບການຄວບຄຸມເພື່ອກວດກາອາຫານປະເພດຢູ່ທ່າເຮືອ; ແລະຮັບປະກັນຄວາມປອດໄພຂອງເຮືອຂົນສົ່ງສິນຄ້າທີ່ບັນທຸກເມັດພືດອອກຈາກທ່າເຮືອໂອແດັສຊາ.
ທ່ານກູແຕເຣັສໃຫ້ຄຳເຫັນວ່າ "ແນ່ນອນ, ນີ້ແມ່ນການປະຊຸມຄັ້ງທໍາອິດ. ຄວາມຄືບໜ້າແມ່ນເຮັດໃຫ້ຮູ້ສຶກມີກຳລັງໃຈທີ່ສຸດ. ດຽວນີ້ ຄະນະຜູ້ແທນກໍາລັງກັບຄືນສູ່ນະຄອນຫຼວງຂອງພວກເຂົາເຈົ້າ, ແລະພວກເຮົາຫວັງວ່າ ໃນຂັ້ນຕອນຕໍ່ໄປຈະຊ່ວຍໃຫ້ພວກເຮົາບັນລຸຂໍ້ຕົກລົງຢ່າງເປັນທາງການໄດ້."
ເຖິງແມ່ນວ່າ ທ່ານກູແຕເຣັສ ບໍ່ໄດ້ຄາດຄະເນວ່າ ຂໍ້ຕົກລົງຂັ້ນສຸດທ້າຍຈະກຽມ ພ້ອມເມື່ອໃດ ແຕ່ທ່ານກ່າວວ່າທ່ານຫວັງວ່າບັນດາຝ່າຍຕ່າງໆຈະປະຊຸມກັນຄືນອີກ ໃນອາທິດຫນ້ານີ້ ແລະມີຂໍ້ຕົກລົງຂັ້ນສຸດທ້າຍ. ທ່ານເວົ້າວ່າ ຈະເປັນຕອນໃດກໍ່ຕາມ ທ່ານພ້ອມແລ້ວທີ່ຈະໄປອິສຕັນບູລ ເພື່ອເຊັນມັນ.
ເຈົ້າໜ້າທີ່ອົງການສະຫະປະຊາຊາດ ທີ່ມີຄວາມຮູ້ກ່ຽວກັບການເຈລະຈານີ້ ກ່າວວ່າ ມີການພົບປະທີ່ສໍາຄັນຂອງຣັດເຊຍແລະຢູເຄຣນທີ່ເຂົາເຈົ້າສາມາດເຮັດໃຫ້ມີຄວາມຄືບຫນ້າໄດ້ຫຼາຍ ໃນຈຸດທີ່ຍັງຄ້າງຄາກັນ.
ອາຫານປະເພດເມັດຂອງຢູເຄຣນຫຼາຍກວ່າ 20 ລ້ານໂຕນ ກໍາລັງຖືກເກັບໄວ້ໃນເລົ້າ ຫຼືຖັງເກັບຢູ່ທີ່ທ່າເຮືອໂອແດສຊາແຄມທະເລດຳ ແລະເຮືອຫຼາຍສິບລໍາໄດ້ຕິດຄ້າງຢູ່ທີ່ນັ້ນຍ້ອນການຂັດຂວາງຂອງຣັດເຊຍ. ເທີກີກ່າວວ່າ ຕົນມີກຳປັ່ນສິນຄ້າ 20 ລຳ ທີ່ລໍຖ້າຢູ່ໃນຂົງເຂດນັ້ນ ທີ່ສາມາດຂົນເອົາແລະສົ່ງເມັດພືດໄປຕະຫຼາດໂລກໄດ້ຢ່າງວ່ອງໄວ.