ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ເຈ​ລະ​ຈາ​ສີ່​ທາງ ແນ​ເປົ້າ​ເພື່ອ​ຊ່ວຍ​ເຫຼືອ ການ​ສົ່ງ​ອອກ​ເຂົ້າ​ຂອງ ຢູ​ເຄ​ຣນ


ຊາວ​ນາ​ຄົນ​ນຶ່ງ​ເກັບ​ເຂົ້າ​ມ​າ​ຈາກ​ນາ​ຂອງ​ລາວໃນ​ພາກ​ພື້ນ ນິ​ໂປ​ຣ​ເປ​ຕ​ຣອ​ຟ, ຢູ​ເຄ​ຣນ. 4 ກໍ​ລະ​ກົດ, 2022.
ຊາວ​ນາ​ຄົນ​ນຶ່ງ​ເກັບ​ເຂົ້າ​ມ​າ​ຈາກ​ນາ​ຂອງ​ລາວໃນ​ພາກ​ພື້ນ ນິ​ໂປ​ຣ​ເປ​ຕ​ຣອ​ຟ, ຢູ​ເຄ​ຣນ. 4 ກໍ​ລະ​ກົດ, 2022.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຈາກ ຣັດ​ເຊຍ, ຢູ​ເຄ​ຣນ, ເທີ​ກີ ແລະ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ປະ​ຊຸມ​ກັນ​ໃນ​ວັ​ນ​ພຸດມື້ນີ້​ຢູ່​ນະ​ຄອນ ອີ​ສ​ຕານ​ບູ​ລ ປະ​ເທດ ເທີ​ກີ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສືບ​ຕໍ່​ການ​ສົ່ງ​ອອກ​ເຂົ້າ​ຈາກ​ທ່າ​ເຮືອ​ທະ​ເລ​ດຳ​ຂອງ​ປະ​ເທດ ຢູ​ເຄ​ຣນ.

ການ​ບຸກ​ລຸກ​ຢູ​ເຄ​ຣນ ຂອງ​ຣັດ​ເຊຍ ໄດ້​ຂັດ​ຂວາງ​ການ​ສົ່ງ​ອອກ​ຂອງ ຢູ​ເຄ​ຣນ, ເຮັດ​ໃຫ້​ລາ​ຄາ​ເຂົ້າ​ໃນ​ໂລກ, ນ້ຳ​ມັນ​ແຕ່ງ​ກິນ, ນ້ຳ​ມັນ​ເຊື້ອ​ໄຟ ແລະ ຝຸ່ນ​ສູງ​ຂຶ້ນ.

ເທີ​ກີ ແລະ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຮັດ​ວຽກ​ເປັນ​ຕົວ​ແທນ​ຂໍ້​ຕົກ​ລົງ ເພື່ອ​ບັນ​ເທົາວິ​ກິດ​ການ.

ຣັດ​ເຊຍ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ກຳ​ປັ່ນ​ທີ່​ຖືກ​ໃຊ້​ຈະ​ນຳ​ເອົາ​ອາ​ວຸດ​ເຂົ້າ​ໄປ​ໃນ ຢູ​ເຄ​ຣນ ແລະ ຮຽກ​ຮ້ອງ​ໃຫ້​ກຳ​ປັ່ນ​ຕ່າງໆ​ຖືກກວດ​ຄົ້ນ.

ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ຂໍ້​ຕົກ​ລົງ​ນຶ່ງບໍ່​ສາ​ມາດ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ປອດ​ໄພ​ຂອງ​ເຂດ​ແດນ​ຂອງ​ເຂົາ​ເຈົ້າ​ ຢູ່​ຕາມ​ທະ​ເລ​ດຳ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ອັງ​ກິດ ໄດ້​ກ່າວ​ໃນ​ວັນ​ພຸດ​ມື້ນີ້​ວ່າ ເຂົາ​ເຈົ້າ​ຄາດ​ວ່າ​ກອ​ງ​ກຳ​ລັງ ຣັດ​ເຊຍ ຈະ​ເພັ່ງ​ເລັງ​ໃສ່​ການ​ຍຶດ​ເອົາ​ເມືອງ​ນ້ອຍ​ຕ່າງໆ​ຢູ່​ໃກ້​ກັບ​ເມືອງ ສ​ໂລ​ວຽນ​ສ໌ ແລະ ຄຣາ​ມາ​ຕອ​ສ໌ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ເຂົ້າ​ຄວບ​ຄຸມ​ພາກ​ພື້ນດອນ​ບາ​ສ​ທາງ​ພາກ​ຕາ​ເວັນ​ອອກ​.

ກະ​ຊວງ​ໄດ້​ກ່າວ​ວ່າ “ເຂດ​ຕົວ​ເມືອງ​ຂອງ​ເມືອງ ສ​ໂລ​ວຽນ​ສ໌ ແລະ ຄ​ຣາ​ມາ​ຕອ​ສ໌ ມີ​ຄວ​າມ​ເປັນ​ໄປ​ໄດ້​ວ່າ​ຈະ​ຄົງ​ເປັນ​ເປົ້າ​ໝາຍຫຼັກ​ສຳ​ລັບ​ໄລ​ຍະ​ຂອງ​ການ​ປະ​ຕິ​ບັດການນີ້.”

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ ​ເມື່ອ​ວັນ​ອັງ​ຄານ​ວານນີ້​ວ່າ “ການ​ລະ​ດົມ​ຍິງ​ຂອງ ຣັດ​ເຊຍ ບໍ່​ໄດ້​ຢຸດ​ແມ່ນ​ແຕ່ມື້​ດຽວ.”

“ໃນ​ພາກ​ພື້ນດອນ​ບາ​ສ, ການ​ພະ​ຍາ​ຍາມ​ໂຈມ​ຕີບໍ່​ໄດ້​ຢຸດ, ສະ​ຖາ​ນະ​ການ​ຢູ່​ທີ່​ນັ້ນ​ແມ່ນບໍ່​ໄດ້​ຜ່ອນ​ເບົາ​ລົງ, ແລະ ການ​ສູນ​ເສຍ​ແມ່ນ​ບໍ່​ໄດ້​ນ້ອຍ​ລົງ. ພວກ​ເຮົາ​ຕ້ອງ​ຈື່​ສິ່ງນີ້​ໄວ້. ພວກ​ເຮົາ​ເຫັນ​ມັນ, ໃຫ້​ຄວາມ​ສົນ​ໃຈ​ແກ່​ມັນ.”

ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ທະ​ຫານ ຣັດ​ເຊຍ 52 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ໄລ​ຍະ​ໄກ​ໃສ່​ສາງ​ລູກ​ປືນ​ໃນ​ພາກ​ໃຕ້​ຂອງ ຢູ​ເຄ​ຣນ. ມົ​ສ​ກູ ໄດ້​ໂຕ້​ແຍ້ງ​ການ​ກ່າວ​ອ້າງ​ນັ້ນ, ໂດຍ​ເວົ້າ​ວ່າ​ພົນ​ລະ​ເຮືອນ 7 ຄົນ​ໄດ້​ເສຍ​ຊີ​ວິດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG