ພວກນັກເຄື່ອນໄຫວໄທສີ່ຄົນ ໄດ້ຖືກປະຕິເສດບໍ່ໃຫ້ປະກັນໂຕ ໃນວັນອັງຄານວານນີ້ ແລະສານໄດ້ພິຈາລະນາວ່າ ພວກເຂົາເຈົ້າຄວນຖືກຄວບຄຸມໂຕໄວ້ ຈົນກວ່າຈະມີການດຳເນີນຄະດີພວກເຂົາເຈົ້າ ສຳລັບການກໍ່ອາຊະຍາກຳຕໍ່ຕ້ານກະ ສັດ ໃນລະຫວ່າງການປະທ້ວງຫຼາຍຄັ້ງ ທີ່ນຳພາໂດຍນັກສຶກສາ ເມື່ອປີກາຍນີ້ ຢູ່ໃນບາງກອກ.
ບັນດາໄອຍະການ ໄດ້ຕັ້ງຂໍ້ຫາຕໍ່ພວກເຂົາເຈົ້າດ້ວຍກົດໝາຍວ່າດ້ວຍການໝິ່ນປະໝາດກະສັດ ຊຶ່ງເປັນຄັ້ງທຳອິດໃນຮອບສາມປີ ທີ່ມີຜູ້ໃດໄດ້ຖືກຕັ້ງຂໍ້ຫາດັ່ງ ກ່າວນັ້ນ. ອາຊະຍາກຳທີ່ວ່ານັ້ນ ໄດ້ຖືກງົດນຳມາໃຊ້ ຍ້ອນຄວາມປະສົງຂອງກະສັດມະຫາວາຈິຣາລົງກອນ. ເຖິງຢ່າງໃດກໍຕາມ ຕຳຫຼວດໄດ້ເລີ້ມນຳເອົາກົດໝາຍວ່າດ້ວຍການກະທຳຜິດແບບດັ່ງກ່າວ ມາບັງຄັບໃຊ້ ພາຍຫຼັງຈາກທີ່ມີການຕ້ອງຕິຢ່າງແຜ່ຫຼາຍ ເມື່ອບໍ່ດົນມານີ້ ຕໍ່ກະສັດແລະລັດຖະບານ.
ກົດໝາຍວ່າດ້ວຍການໝິ່ນປະໝາດກະສັດ ເຮັດໃຫ້ການດູຖູກດູໝິ່ນຕໍ່ກະສັດ ຫຼືເຮັດໃຫ້ເຊື່ອມເສຍນັ້ນ ເປັນຄະດີອາຍາ. ພວກຜູ້ກະຜິດທັງຫຼາຍ ອາດມີໂທດຈຳຄຸກເຖິງ 15 ປີ. ບາງຄົນຍັງໄດ້ຖືກຕັ້ງຂໍ້ຫາດ້ວຍການປຸກປັ່ນ ແລະການລະເມີດຕໍ່ກົດໝາຍກ່ຽຍກັບອານຸສອນສະຖານທີ່ເກົ່າແກ່ ແລະໃນບັນດາຄະດີອາອື່ນໆນຳດ້ວຍ.
ພວກນັກເຄື່ອນໄຫວທັງສີ່ຄົນ ປະກອບດ້ວຍ ທ້າວປາຣິດ ທີ່ເອີ້ນກັນວ່າ “ເພັ່ງ ກວິນ Penguin” ຈີວາຣັກ ທ້າວອານົນ ນຳພາ ທ້າວສົມຢົດ ພຣຶກສາກະເສມສຸກ ແລະທ້າວປະຕິວັດ ຊາຣາຍຢ້າມ ຍັງຮູ້ຈັກກັນດີຄື “ໝໍລຳແບັ້ງ” ໄດ້ກ່າວວ່າ ບໍ່ຜິດຕໍ່ຂໍ້ກ່າວຫາທັງຫຼາຍ.
ທ້າວປາຣິດ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ການດຳເນີນຄະດີຕໍ່ພວກເຮົາ ແມ່ນການນຳໃຊ້ກົດໝາຍເພື່ອກີດກັນເສລີພາບໃນການສະແດງອອກຂອງພວກເຮົາ.”
ພວກນັກເຄື່ອນໄຫວດັ່ງກ່າວ ເປັນສ່ວນນຶ່ງຂອງການເດີນຂະບວນປະທ້ວງເພື່ອປະຊາທິປະໄຕ ຢູ່ໃກ້ໆກັບພະຣາຊະວັງ ເມື່ອວັນທີ 19 ກັນຍາ ປີກາຍນີ້. ພວກນັກເຄື່ອນໄຫວເຫຼົ່ານີ້ ໄດ້ຮຽກຮ້ອງໃຫ້ປະຕິຮູບລະບົບກະສັດ ເພື່ອເຮັດໃຫ້ກະສັດ ມີຄວາມຮັບຜິດຊອບຫຼາຍຂຶ້ນ.