ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຕີກັອຟ ຈາກລັດເທັກຊັສ ແລະໝູ່ 4 ຄົນ ເສຍຊີວິດ ຍ້ອນເຮືອບິນຕົກ ຢູ່ອອສເຕຣເລຍ


ພາບຈາກວີດີໂອ ນີ້ ສະແດງໃຫ້ເຫັນ ບ່ອນທີ່ເກີດ ອຸບັດເຫດ ເຮືອບິນຕົກ ຢູ່ບໍ່ໄກຈາກ ເດີ່ນເຮືອບິນ Essendon ໃນນະຄອນ Melbourne ຂອງ Australia, ວັນທີ 21 ກຸມພາ 2017.
ພາບຈາກວີດີໂອ ນີ້ ສະແດງໃຫ້ເຫັນ ບ່ອນທີ່ເກີດ ອຸບັດເຫດ ເຮືອບິນຕົກ ຢູ່ບໍ່ໄກຈາກ ເດີ່ນເຮືອບິນ Essendon ໃນນະຄອນ Melbourne ຂອງ Australia, ວັນທີ 21 ກຸມພາ 2017.

ຊາວອາເມຣິກັນ 4 ຄົນ ທີ່ເປັນເພື່ອນນັກຕີກັອຟ ແລະ ນັກບິນຊາວອອສເຕຣເລຍ ໄດ້
ເສຍຊີວິດ ເມື່ອຕອນເຊົ້າວັນອັງຄານວານນີ້ ໃນເວລາເຮືອບິນນ້ອຍຂອງພວກເຂົາເຈົ້າ
ໄດ້ເກີດອຸບັດເຫດຕົກລົງໃສ່ສູນການຄ້າແຫ່ງນຶ່ງ ບໍ່ດົນຫຼັງຈາກທີ່ໄດ້ບິນຂຶ້ນ ຈາກເດີ່ນ
ເຮືອບິນ ນອກນະຄອນ Melbourne ຊຶ່ງ​ເປັນ​ຫົວ ​ເມືອງ​ໃຫຍ່ທີ່ສຸດອັນດັບສອງ ຂອງ
ອອສເຕຣເລຍ. ຕໍ່ຈາກນັ້ນ ມັນກໍໄດ້ລະເບີດຂຶ້ນເປັນແປວໄຟ ບໍ່ເທົ່າໃດຊົ່ວໂມງ ກ່ອນ
ທີ່ສູນການຄ້າມີກຳນົດຈະເປີດບໍລິການ.

ພວກພະນັກງານກູ້ໄພສຸກເສີນ ຢູ່ທີ່ສະຖານທີ່ເກີດອຸບັດເຫດ ເຮືອບິນຕົກ ກຳລັງຊອກຫາຜູ້ລອດຊີວິດ ຢູ່ທີ່ເມືອງ Essendon ໃກ້ກັບນະຄອນ Melbourne ຂອງປະເທດອອສເຕຣເລຍ, ວັນທີ 21 ກຸມພາ 2017.
ພວກພະນັກງານກູ້ໄພສຸກເສີນ ຢູ່ທີ່ສະຖານທີ່ເກີດອຸບັດເຫດ ເຮືອບິນຕົກ ກຳລັງຊອກຫາຜູ້ລອດຊີວິດ ຢູ່ທີ່ເມືອງ Essendon ໃກ້ກັບນະຄອນ Melbourne ຂອງປະເທດອອສເຕຣເລຍ, ວັນທີ 21 ກຸມພາ 2017.


ພວກຊາວອາເມຣິກັນ ໄດ້ຖືກລະບຸໂຕວ່າ ​ເປັນ​ຄົນຊາວລັດ Texas ທ່ານ Greg
Reynolds De Haven ທ່ານ Russell Munsch ທ່ານ Glenn Garland ແລະ
ທ່ານ John Washburn ອີງຕາມລາຍງານຂອງໜັງສືພິມ Herald Sun ຂອງ
ອອສເຕຣເລຍ.

ສ່ວນນັກບິນ ແມ່ນທ່ານ Max Quartermain ຜູ້ເປັນເຈົ້າຂອງບໍລິສັດ ສັນຍາເຊົ່າ
Corporate and Leisure Travel.

ນາງ Denelle Wicht ນ້ອງສາວຂອງທ່ານ De Haven ໄດ້ຂຽນລົງທາງ ເຟສບຸກ
ວ່າ ອ້າຍຂອງລາວ ຜູ້ມີອາຍຸ 70 ປີ ໄດ້ເສຍຊີວິດ ໃນລະຫວ່າງ “ການເດີນທາງ ໄປຍັງອອສເຕຣເລຍ ໃນຄັ້ງນຶ່ງຂອງຊີວິດ” ພ້ອມກັນກັບເພື່ອນໆ. ນາງໄດ້ກ່າວວ່າ
ລາວເປັນເຈົ້າໜ້າທີ່ ອົງການສັນຕິບານກາງ FBI ຜູ້ທີ່ໄດ້ກະສຽນແລ້ວ ແລະໄດ້ຮັບ
ໃຊ້ເປັນທະຫານກອງທັບບົກ ສະຫະລັດ ໃນລະຫວ່າງສົງຄາມຫວຽດນາມ.

ທ່ານ Munsch ເປັນຮຸ້ນ​ສ່ວນ​ ບໍລິສັດກົດໝາຍ ໃນລັດ Texas ຊື່ວ່າ Munsch
Hardt ຊຶ່ງໄດ້ກ່າວໃນຖະແຫລງການ ເມື່ອວັນອັງຄານ ທີ່ວ່າ ທ່ານໄດ້ດຳເນີນຄະດີ ການລົ້ມລະລາຍທີ່ມີຊື່ສຽງ ຫຼາຍຄະດີມາແລ້ວ ໃນສະຫະລັດ ທີ່ປະກອບມີ ການດຳ
ເນີນຄະດີ ລົ້ມລະລາຍໃຫ້ແກ່ບໍລິສັດ Enron Corp. ທີ່ມີຫ້ອງການຕັ້ງຢູ່ໃນນະຄອນ
Houston ຂອງລັດ Texas ທີ່ເປັນບໍລິສັດພະລັງງານ ນຶ່ງທີ່ໃຫຍ່ທີ່ສຸດໃນໂລກ ກ່ອນ ທີ່ມັນຈະພັງທະລາຍລົງ. ທ່ານຈະມີອາຍຸ ຄົບ 62 ປີ ໃນວັນພຸດມື້ນີ້.

Australia Plane Crash
please wait
Embed

No media source currently available

0:00 0:01:01 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG