ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

4 ທີມ ຕ້ອງຫຼີກລ້ຽງ ບໍ່ໃຫ້ເສຍໄຊ ເປັນຄັ້ງທີສອງ ໃນການ ແຂ່ງຂັນ ເຕະບານໂລກ ມື້ນີ້ (ສະໄລດ໌/ວີດີໂອ)


ການແຂ່ງຂັນໃນວັນພະຫັດມື້ນີ້ແມ່ນມີຄວາມສຳຄັນສຳລັບ 4
ທີມ ໃນການເຕະບານໂລກຢູ່ບຣາຊີລ ຂະນະທີ່ອັງກິດ ອູຣູກວັຍ
ກຣີີສ ແລະ ຍີ່ປຸ່ນ ພະຍາຍາມ ຫາທາງຫລີກລ້ຽງ ບໍ່ໃຫ້ມີການ
ເສຍໄຊເປັນຄັ້ງທີສອງ ທີ່ອາດເຮັດໃຫ້ພວກເຂົາເຈົ້າຕ້ອງອອກ ຈາກການແຂ່ງຂັນໄປນັ້ນ.

ທີ່ເມືອງ Sao Paulo ທີມອູຣູກວັຍອາດຈະໄດ້ຮັບແຮງສົມທົບ
ຈາກຂາຍິງປະຕູ Luis Suarez ໃນການແຂ່ງຂັນກັບອັງກິດນັ້ນ.
ທ້າວ Suarez ບໍ່ໄດ້ເຂົ້າຮ່ວມ ການແຂ່ງຂັນເທື່ອທຳອິດ ຂອງ
ອູຣູກວັຍ ທີ່ເສຍໄຊໃຫ້ແກ່ Costa Rica ຍ້ອນຜູ້ ກ່ຽວພັກຟື້ນ
ຈາກການຜ່າຕັດຫົວເຂົ່າ ໃນເດືອນແລ້ວນີ້.
CN - World Cup Souvenir Sales Add Up to Big Business in Brazil
please wait

No media source currently available

0:00 0:02:20 0:00

ອັງກິດໄດ້ເສຍໄຊໃນການແຂ່ງຂັນຄັ້ງທຳອິດໃຫ້ແກ່ອີຕາລີ ດັ່ງນັ້ນຈຶ່ງເຮັດໃຫ້
ທັງ ສອງທີມ ຂອງກຸ່ມ D ດັ່ງກ່າວນີ້ຕ້ອງການຢ່າງໜ້ອຍກໍສະເໝີກັນ ເພື່ອຈະມີີ
ໂອ ກາດໄດ້ເຂົ້າໄປຫລິ້ນໃນຮອບ 16 ທີມ.

ສຳລັບໃນກຸ່ມ C ນັ້ນ ຍີ່ປຸ່ນແລະກຣີສກໍມີບັນຫາທ້າທາຍແບບດຽວກັນ ຫຼັງຈາກ
ຍີ່ປຸ່ນໄດ້ເສຍໄຊໃຫ້ແກ່ Ivory Coast ແລະກຣີສ ເສຍໄຊໃຫ້ແກ່ໂຄລອມເບຍ
ໃນມື້ວັນເສົາແລ້ວ.
World Cup Gameday in Brazil: More Than a Match
please wait

No media source currently available

0:00 0:02:19 0:00

Ivory Coast ແລະ ກຣີສ ຈະລົງສະໜາມສູ້ກັນ ໃນວັນພະຫັດມື້ນີ້.

ສະເປນ ທີ່ປ້ອງກັນຕຳແໜ່ງແຊມປ້ຽນເຕະບານໂລກນັ້ນ ໄດ້ຖືກກຳຈັດໃນວັນພຸດ
ວານນີ້ ຫລັງຈາກໄດ້ເສຍໄຊເປັນເທື່ອທີ 2 ໃຫ້ແກ່ຊີເລ່ 2 ປະຕູຕໍ່ 0 ໃນ ການແຂ່ງ
ຂັນຂອງກຸ່ມ B.

ການໄດ້ຮັບໄຊຊະນະຂອງຊີເລ່ນີ້ ແມ່ນຄ້ຳປະກັນວ່າ ຊີເລ່ ແລະເນເທີແລນຈະ ໄດ້ເຂົ້າໄປຫລິ້ນໃນຮອບ 16 ທີມ ສຳລັບກຸ່ມ B.
WORLD CUP REAC UPD VOSOTVO
please wait

No media source currently available

0:00 0:00:45 0:00

ເນເທີແລນສາມາດຕ່າວປີ້ນສະຖານະການ ທີ່ອອສເຕຣເລຍນຳໜ້າຢູ່ນຶ່ງປະຕູນັ້ນ
ໃນນາທີທີ 51 ຂອງການແຂ່ງຂັນ ໃນວັນພຸດວານນີ້ ໂດຍເຮັດຄະແນນໄດ້ 2 ປະຕູ
ໃນເວລາ 15 ນາທີ ແລະເປັນຜູ້ຊະນະດ້ວຍຄະແນນ 3 ປະຕູຕໍ່ 2.

ສ່ວນໃນກຸ່ມ A ນັ້ນ ທີມໂຄຣເອເຊຍກໍຍັງມີຄວາມຫວັງຢູ່ ໃນການແຂ່ງຂັນເຕະບານ
ໂລກ ໂດຍສາມາດເອົາຊະນະກາເມຣູນ 4 ປະຕູຕໍ່ 0. ຫລັງຈາກການແຂ່ງ ຂັນ 2 ຄັ້ງ
ຜ່ານໄປແລ້ວ ໂຄຣເອເຊຍ ຊຶ່ງມີຄະແນນ 3 ແຕ້ມໃນເວລານີ້ ແມ່ເປັນຮອງຜູ້ນຳໃນກຸ່ມ
ຄືບຣາຊີລ ແລະເມັກຊິໂກ ຊຶ່ງຕ່າງກໍມີຄະແນນ 4 ແຕ້ມ ໃນປັດຈຸບັນນີ້.
XS
SM
MD
LG