ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໑ ມິຖຸນາ ໒໐໒໓

ຜູ້ຕ້ອງສົງໄສ 4 ຄົນ ໃນການລອບສັງຫານ ປະທານາທິບໍດີ ເຮຕີ ຖືກຍິງຕາຍ ໃນການປະທະກັນ


ນັກຂ່າວຢືນຢູ່ທາງຂ້າງເສັ້ນຫ້າມຂອງຕຳຫຼວດ ໃກ້ກັບສະຖານທີ່ພັກອາໄສ ຂອງປະທານາທິບໍດີ ເຮຕີ ທ່ານ ໂຈເວີແນລ ມວາເຊ ຫຼັງຈາກທ່ານຖືກຍິງເສຍຊີວິດ ໂດຍພວກໂຈມຕີທີ່ບໍ່ຊາບຊື່ ໃນນະຄອນຫຼວງ ປອກ ໂອ-ແປຣງສ໌.

ຜູ້ບັນຊາການກອງກຳລັງຕຳຫຼວດແຫ່ງຊາດຂອງປະເທດ ເຮຕີ ໄດ້ກ່າວວ່າ 4 ຄົນ ທີ່ຖືກສົງໄສ ກ່ຽວ ກັບ ການລອບສັງຫານປະທານາທິບໍດີ ໂຈເວີແນລ ມວາເຊ ໄດ້ຖືກຂ້າຕາຍໃນການຍິງປະທະກັນ ກັບຕຳຫຼວດ.

ຜູ້ບັນຊາການ ເລອອນ ຊາລສ໌ ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງ ປອກ ໂອ-ແປຣງສ໌ ວ່າຜູ້ຕ້ອງສົງໄສອີກສອງຄົນ, ທີ່ທ່ານໄດ້ອະທິບາຍວ່າເປັນ “ທະຫານຮັບຈ້າງ,” ໄດ້ຖືກຈັບໃນລະຫວ່າງການຍິງປະທະກັນ. ຕຳຫຼວດສາມຄົນໄດ້ຖືກຈັບເປັນຕົວປະກັນໂດຍພວກຜູ້ຕ້ອງສົງໄສວ່າ ເປັນຜູ້ລອບສັງຫານນັ້ນ ໄດ້ຖືກປ່ອຍຕົວ. ທ່ານ ຊາລສ໌ ບໍ່ໄດ້ໃຫ້ຂໍ້ມູນອື່ນໆ ກ່ຽວກັບ ການປະຕິບັດການນັ້ນ.

ການຕາມລ່າໄດ້ເລີ່ມຂຶ້ນບໍ່ດົນຫຼັງຈາກທ່ານ ມວາເຊ ໄດ້ຖືກຍິງເສຍຊີວິດໃນ ລະຫວ່າງ ການບຸກໂຈມຕີໃນຕອນເຊົ້າມືດຢູ່ສະຖານທີ່ພັກສ່ວນຕົວຂອງທ່ານໃນເຂດຄົນລວຍ ຢູ່ນອກເມືອງຂອງນະຄອນຫຼວງ ປອກ ໂອ-ແປຣງສ໌. ທ່ານ ບັອກຊີ ເອັດມັອນ, ເອກອັກຄະລັດຖະທູດ ເຮຕີ ປະຈຳ ສະຫະລັດ ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງ ວໍຊິງຕັນ ວ່າເຂດຊາຍແດນຂອງ ເຮຕີ ຕິດ ກັບ ສາທາລະນະລັດ ໂດມີນິກັນ ແລະ ສະໜາມບິນຂອງເຂົາເຈົ້າແມ່ນໄດ້ຖືກ ປິດ.

ເມື່ອຖືກຖາມໂດຍວີໂອເອວ່າບັນດາເຈົ້າໜ້າທີ່ຮູ້ຈັກສັນຊາດຂອງມືປືນບໍ່ນັ້ນ, ທ່ານ ເອັດມັອນ ໄດ້ກ່າວວ່າ ທ່ານບໍ່ແນ່ໃຈ, ແຕ່ອີງຕາມພາບວິດີໂອທີ່ໄດ້ຮັບມາໂດຍຕຳຫຼວດແຫ່ງຊາດ ແລະ ເຫັນວ່າໜ້າເຊື່ອຖືໄດ້ນັ້ນ, ຜູ້ລອບສັງຫານໄດ້ປອມຕົວເປັນເຈົ້າໜ້າທີ່ຂອງອົງການປາບປາມຢາເສບຕິດ ສະຫະລັດ.

ນາຍົກລັດຖະມົນຕີ ທ່ານ ຄລອດ ໂຈເຊັຟ ໄດ້ປະກາດພາວະການຈຳກັດການເຂົ້າອອກປະເທດ ແລະ ໄດ້ກ່າວວ່າຕອນນີ້ທ່ານເປັນຜູ້ຄວບຄຸມປະເທດ.

ສະຕີໝາຍເລກນຶ່ງ, ທ່ານນາງ ມາກທີນ ມວາເຊ, ຜູ້ທີ່ຖືກຍິງເຊັ່ນກັນໃນລະຫວ່າງການໂຈມຕີນັ້ນ, ແມ່ນມີອາການຄົງທີ່ແຕ່ກໍສາຫັດ, ອີງຕາມການກ່າວຂອງເອກອັກຄະລັດຖະທູດ. ທ່ານນາງໄດ້ຖືກສົ່ງໄປໂຮງໝໍໃນນະຄອນ ໄມອາມີ ລັດ ຟລໍຣິດາ ເພື່ອຮັບການປິ່ນປົວ. ລູກຄົນນຶ່ງຂອງທ່ານປະທາ ນາທິບໍດີ ຜູ້ທີ່ຢູ່ບ້ານໃນລະຫວ່າງການໂຈມຕີນັ້ນ ໄດ້ຖືກພາໄປສະຖານທີ່ໆປອດໄພ.

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG