ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຈລະຈາ ຂະບວນການ ສັນຕິພາບ ອັຟການິສຖານ ຈະເລີ່ມຂຶ້ນ ໃນວັນຈັນ ມື້ອື່ນນີ້


ທ່ານ Ahmad Fahim Hakim, ຊ້າຍ, ສະມາຊິກຂອງກຸ່ມປຶກສາຫາລືກ່ຽວກັບ ການລິເລີ່ມ ສັນຕິພາບຂອງປະຊາຊົນ ອັພການິສຖານ ກ່າວ
ໃນກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ, 9 ມັງກອນ, 2016.
ທ່ານ Ahmad Fahim Hakim, ຊ້າຍ, ສະມາຊິກຂອງກຸ່ມປຶກສາຫາລືກ່ຽວກັບ ການລິເລີ່ມ ສັນຕິພາບຂອງປະຊາຊົນ ອັພການິສຖານ ກ່າວ ໃນກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ, 9 ມັງກອນ, 2016.

ປາກິສຖານ ມີກຳນົດວ່າຈະເປັນເຈົ້າພາບໃນການເຈລະຈາໃນວັນ ຈັນມື້ອື່ນນີ້ ກ່ຽວກັບການຟື້ນຟູຂະບວນການສັນຕິພາບ ອັຟການິສ ຖານ. ການເຈລະຈາຈະ ລວມມີປະເທດ ອັຟການິສຖານ, ຈີນ ແລະ ສະຫະລັດ.

ໂຄສົກກະຊວງການຕ່າງປະເທດ ອັຟການິສຖານ ທ່ານ Ahmed Shekib Mostaghni ໄດ້ກ່າວໃນວັນເສົາວານນີ້ວ່າກອງປະຊຸມ ຕົວແທນໃນນະຄອນຫຼວງ Islamabad ຈະປຶກສາຫາລືກ່ຽວກັບ “ແຜນການສຳລັບການເຈລະຈາສັນຕິ ພາບ.” ການປຶກສາຫາລື ແມ່ນໄດ້ຖືກຕົກລົງໃນລະຫວ່າງ ການຢ້ຽມຢາມນະຄອນຫຼວງ ກາບູລ ໂດຍຫົວໜ້າທະຫານບົກຂອງ ປາກິສຖານ, ພົນເອກ Raheel Sharif ໃນເດືອນທັນວາປີກາຍນີ້.

ນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif, ກາງຂວາ, ທັກທາຍກັບປະທານາທິບໍດີ Ashraf Ghani, ກາງຊ້າຍ ໃນລະຫວ່າງການເດີນທາງຮອດຖານທັບອາກາດ Nur Khan ໃນເມືອງ Rawalpindi, ປະເທດ ປາກິສຖານ. 9 ທັນວາ 2015.
ນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif, ກາງຂວາ, ທັກທາຍກັບປະທານາທິບໍດີ Ashraf Ghani, ກາງຊ້າຍ ໃນລະຫວ່າງການເດີນທາງຮອດຖານທັບອາກາດ Nur Khan ໃນເມືອງ Rawalpindi, ປະເທດ ປາກິສຖານ. 9 ທັນວາ 2015.

ປາກິສຖານ ແມ່ນເຊື່ອວ່າມີອິດທິພົນເໜືອພວກ ຕາລີບານ, ແຕ່ວ່າສາຍພົວພັນ ກັບ ປາກິສ ຖານ ໄດ້ມີຄວາມເຄັ່ງຕຶງເມື່ອສອງສາມເດືອນທີ່ຜ່ານມາ. ທັງສອງປະເທດ ໄດ້ກ່າວຫາກັນມາ ເປັນເວລາດົນນານກ່ຽວກັບການໜູນຫຼັງພວກ ຕາລີບານ ແລະ ພວກຕໍ່ຕ້ານລັດຖະບານກຸ່ມ ອື່ນໆ ທີ່ອາໄສຢູ່ຕາມເຂດເຊຍແດນທີ່ຂ້າມ ຜ່ານໄດ້ງ່າຍຂອງພວກເຂົາເຈົ້າ, ລວມທັງນະຄອນ Quetta ແລະ Peshawar.

ນັກວິເຄາະໃນພາກພື້ນບາງຄົນໄດ້ກ່າວວ່າ ປາກິສຖານ ອາດມີຄວາມສຳຄັນໃນ ຂະບວນການ ສັນຕິພາບ ອັຟການິຖານ. ນັກວິເຄາະປ້ອງກັນປະເທດທີ່ມີຖິ່ນຖານ ຕັ້ງຢູ່ໃນ ປາກິສຖານ ທ່ານ Saad M. Khan ໄດ້ກ່າວຕໍ່ວິທະຍຸ VOA Deewa ວ່າ “ປາກິສຖານ ມີບົດບາດທີ່ສຳຄັນໃນ ການເຈລະຈາດັ່ງກ່າວນີ້ ແລະ ຕອນນີ້ ພວກເຂົາເຈົ້າຕ້ອງໄດ້ຫຼິ້ນບົດບາດນັ້ນ ໃນຂະນະທີ່ ລັດຖະບານ ອັຟການິສຖານ ບໍ່ມີຄວາມສາມາດທີ່ຈະນຳເອົາພວກ ຕາລີບານ ມາຢູ່ໂຕະ ເຈລະຈາໄດ້.”

ການເຈລະຈາຂອງວັນຈັນມື້ອື່ນນີ້ ຈະບໍ່ລວມມີພວກ ຕາລີບານ ແຕ່ອົງການຂ່າວ Reuters ລາຍງານວ່າ ກຸ່ມຍ່ອຍພາຍໃນພວກ ຕາລີບານ ແມ່ນກຳລັງພິຈາລະ ນາວ່າຈະເຂົ້າຮ່ວມໃນ ຂະບວນການສັນຕິພາບດັ່ງກ່າວ.

ການເຈລະຈາກັບພວກ ຕາລີບານ ແມ່ນໄດ້ຖືກຢຸດໄວ້ຕັ້ງແຕ່ເດືອນກໍລະກົດທີ່ ຜ່ານມາ, ເມື່ອ ມັນໄດ້ລົ້ມແຫຼວລົງ ຫຼັງຈາກກອງປະຊຸມຄັ້ງໜຶ່ງພາຍຫຼັງ ການປະ ກາດຂອງ ອັຟການິສຖານ ວ່າ ຫົວໜ້າພວກ ຕາລີບານ ທີ່ຮູ້ຈັກກັນເປັນເວລາ ດົນນານທ້າວ Mohammad Omar ໄດ້ ເສຍຊີວິດຫຼາຍກວ່າ 2 ປີແລ້ວ. ພວກ ຕາລີບານ ໄດ້ຍົກເລີກ ການເຂົ້າຮ່ວມຂອງພວກເຂົາ ແລະ ການປະຊຸມຄັ້ງທີ 2 ກໍໄດ້ຖືກຍົກເລີກໄປເຊັ່ນກັນ.

XS
SM
MD
LG