ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ຈີນຫຼາຍຄົນ ຖືກໄລ່ອອກຈາກໜ້າທີ່ ຍ້ອນເຫດ ຢຽບກັນຕາຍ


ຝູງຊົນພາກັນໄວ້ອາໄລແກ່ ບັນດາຜູ້ເຄາະຮ້າຍ 36 ຄົນ ທີ່ຢຽບກັນຕາຍ ຢູ່ນະຄອນ Shanhai.
ຝູງຊົນພາກັນໄວ້ອາໄລແກ່ ບັນດາຜູ້ເຄາະຮ້າຍ 36 ຄົນ ທີ່ຢຽບກັນຕາຍ ຢູ່ນະຄອນ Shanhai.

ຈີນ ​ໄດ້​ລົງ​ໂທດ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ 11 ຄົນ ກ່ຽວກັບ
ການຢຽບກັນ ໃນຄ່ຳຄືນກ່ອນວັນປີໃໝ່ ທີ່ີນະຄອນ Shanghai
ທີ່ເຮັດໃຫ້ 36 ຄົນ​ເສຍ​ຊີວິດ ຢູ່ທີ່ເດີ່ນ​ເຂດ​ແຄ​ມ​ແມ່​ນໍ້າ.

ສື່​ມວນຊົນຂອງທາງການປະກາດ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ​ເຈົ້າ​ໜ້າ​ທີ່
​ສີ່​ຄົນ ແມ່ນປະກອບດ້ວຍຫົວໜ້າ​ພັກ​ເຂດ Huangpu ຜູ້​ລອງ​
ທ່ານ ຫົວໜ້າ​ຮັກສາ​ຄວາມປອ​ດ​ ໄພ​ປະຈຳ​ເຂດ ​ແລະ​ຮອງ​ຫົວ
ໜ້າ​ຕຳຫລວດ ​ໄດ້​ຖືກ​ໄລ່​ອອກ​ຈາກ​ໜ້າ​ທີ່​ໃນ​ວັນ​ພຸດ​ມື້​ນີ້.

ນອກນັ້ນ ບັນດາ​ເຈົ້າ​ໜ້າ​ທີ່ອີກ​ເຈັດ​ຄົນຈາກຫ້ອງການ​ທ່ອງ​ທ່ຽວ
ຫ້ອງການ ຮັກສາ​ຄວາມ​ປອດ​ໄພ​ ​ແລະ​ຫ້ອງການຄຸ້ມຄອງເຂດ
ເທດສະບານ ​ໄດ້​ຖືກ​ລົງ​ໂທດດ້ານວິໄນ.

ຜົນ​ຂອງ​ການ​ສືບສວນທີ່ນຳອອກເຜີຍ​ແຜ່​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້​ຕິຕຽນ​ບັນດາ​ເຈົ້າ​ໜ້າ​ທີ່ ທີ່​ບໍ່
ໄດ້ຕຽມການ ​ແລະ​ຄຸ້ມຄອງສະຖານ​ທີ່ຢ່າງ​ພຽງພໍ ໃນຂົງ​ເຂດ​ແຄມ​ນໍ້າ ທີ່​ຮູ້ກັນ​ວ່າ “the
Bund” ຊຶ່ງ​ເປັນ​ບ່ອນ​ແອ​ອັດ​ກ່ອນຄືນວັນ​ປີ​ໃໝ່ນັ້ນ.

ບັນດາຄອບຄົວ​ຜູ້​ເຄາະ​ຮ້າຍ​ ​ໄດ້​ຕິຕຽນ​ລັດ​ຖະບານ​ທ້ອງ​ຖິ່ນ ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ທີ່
​ຊັກ​ຊ້າ​ໃນ​ການ​ຮັບມືກັບ​ວິ​ກິດ​ການ. ​ມັນ​ເກີດ​ຂື້ນ​ກ່ອນທ່ຽງ​ຄືນນ້ອຍນຶ່ງ ​ໃນ​ຂະນະ​ທີ່​ຝູງ​ຊົນ​
ເຕົ້າໂຮມ​ກັນ​ຢູ່​ແຄມ​ນໍ້າ ໃນເຂດໃຈກາງນະຄອນ Shanghai ບ່ອນ​ຕ້ອນຮັບວັນ​ປີ​ໃໝ່.

ບັນດາ​ຜູ້​ເຫັນ​ເຫດການ ກ່າວ​ວ່າ ການ​ຢຽບ​ກັນ​ຕາຍ​ເກີດ​ຂື້ນ ​ເວລາ​ຄົນ​ຟ້າວ​ພາກັນໄປ
ເກັບເອົາ​ເງິນ​ປອມ ທີ່ຫວ່າ​ນລົງມາຈາກ​ປະຕູ​ປ່ອງຢ້ຽມ​ຊັ້ນ​ທີ​ສາມ.

ຈີນ ​ໄດ້​ເຫັນ​ການ​ຢຽບ​ກັນ​ຕາຍ​ມາ​ກ່ອນ. ສາມ​ສິບ​ເຈັດຄົນ​ໄດ້​ເສ​ຍຊີວິດ ​ໃນ​ປີ 2004 ​ເວ
ລາເກີດ​ມີການ​ຢຽບ​ກັນ​ຕາຍ​ຢູ່​ເທິງຂົວແຫ່ງນຶ່ງ ໃນລະຫວ່າງວັນພັກ​ບຸນປີ​ໃໝ່ຈີນ.

CHINA STAMPEDE SOTVO
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG