ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ການ​ເຈລະຈາ​ ສັນຕິພາບ​ ຮອບ​ໃໝ່ ມີຂຶ້ນທີ່ ນະຄອນຫຼວງ ກາ​ບູລ ອັຟກາ​ນິສຖານ


Afghanistan Peace talks
please wait

No media source currently available

0:00 0:01:09 0:00

ນັກ​ການ​ທູດ​ຈາກ​ອັຟກາ​ນິສຖານ ປາ​ກິ​ສຖານ ຈີນ ​ແລະ​ສະຫະ​ລັດ
​ໄດ້​ເລີ້ມ​ການ​ໂອ້​ລົມ​ສົນທະນາ 4 ທາງ ຮອບ​ໃໝ່ ​ທີ່​ນະຄອນຫຼວງ
ກາ​ບູລ ທ່າມກາງທີ່​ມີ​ຄວາມ​ຄາດ​ຫວັງໄວ້ວ່າ ຄະນະ​ຜູ້​ຕາງໜ້າ
ຈະ​ກຳນົດວັນ​ເວລາ ​ແລະ​ສະຖານ​ທີ່ ​ເພື່ອເປີດ​ການ​ເຈລະຈາ​ສັນຕິ
ພາບ​ໂດຍ​ກົງ ທີ່​ລັດຖະບານ​ອັຟກາ​ນິສຖານ ຕ້ອງການ​ທີ່​ຈະຈັດ​ຂຶ້ນ
​ກັບ​ຝ່າຍ​ຕາ​ລີ​ບານ.​ໃນ​ການ​ຖະ​ແຫຼ​ງຕໍ່​ຄະນະ​ຜູ້ຕາງໜ້າ​ທີ່​ເຂົ້າຮ່ວມ ​ໃນ​ວັນ​ອັງຄານ​ມື້​ນີ້ ລັດຖະມົນຕີ​ການ​ຕ່າງ​ປະ​ເທດອັຟກາ​ນິສຖານ ທ່ານ Salahuddin Rabbani ກ່າວ​ເນັ້ນ​ຢ້ຳ​ໃນ​ການ​ຮຽກຮ້ອງ​ໃຫ້​ກຸ່​ມຕາ​ລີ​ບານ​ແລະ​ກຸ່ມ​ປະກອບອາວຸດ​ອື່ນໆ ​ເຂົ້າ​ຮ່ວມ​ໃນ​ການ​
ເຈລະຈາ.

ກອງກຳລັງອັຟການິສຖານ ເວນຍາມ ກວດຂັນສະຖານທີ່ ທີ່ຖືກໂຈມຕີ ໃນນະຄອນ Jalalabad, ອັຟການິສຖານ. ກຸ່ມຕາລີບານ ຍັງບໍ່ທັນ ໄດ້ຕັດສິນໃຈວ່າ ຕົນມີຄວາມຕັ້ງໃຈທີ່ຈະເຂົ້າຮ່ວມຂັ້ນຕອນ ການເຈລະຈາສັນຕິພາບນີ້ ເທື່ອ.
ກອງກຳລັງອັຟການິສຖານ ເວນຍາມ ກວດຂັນສະຖານທີ່ ທີ່ຖືກໂຈມຕີ ໃນນະຄອນ Jalalabad, ອັຟການິສຖານ. ກຸ່ມຕາລີບານ ຍັງບໍ່ທັນ ໄດ້ຕັດສິນໃຈວ່າ ຕົນມີຄວາມຕັ້ງໃຈທີ່ຈະເຂົ້າຮ່ວມຂັ້ນຕອນ ການເຈລະຈາສັນຕິພາບນີ້ ເທື່ອ.

ທ່ານ​ໄດ້​ກ່າວ​ວ່າ ກຸ່ມ 4 ປະ​ເທດ ​ແມ່ນ​ໄດ້​ກຽມ​ພ້ອມ​ແລ້ວກ່ຽວ​ກັບ ຂອບ​ແລະແຜນ​ທີ່ຂອງ​ການ​ເຈລະຈາ​ສັນຕິພາບ ​ແລະ​ໄດ້​ຫວັງ​ວ່າ ການ​ພົບ​ປະກັນໃນ​ວັນອັງຄານ​ມື້​ນີ້ ຈະສາ ມາດ​ໃຫ້​ເປັນ​ທີ່​ແນ່​ໃຈ​ໄດ້​ຫຼາຍຂຶ້ນ ​ແລະ ລາຍ​ລະອຽດ​ອື່ນໆກ່ຽວ​ກັບ​ຂໍ້​ສະ​ເໜີ ​ເຊັ່ນວັນ​ເວ ລາ​ແລະ​ສະຖານ​ທີ່ ​ເພື່ອ​ການ​ເຈ​ລະ​ຈາໂດຍ​ກົງກັບ​ກຸ່ມຕາ​ລີ​ບານກ່ອນ​ທ້າຍ​ເດືອນ​ກຸມພາ​ນີ້.

​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ກຸ່ມ​ກໍ່​ການ​ຮ້າຍ​ທີ່​ວ່ານີ້ ຍັງ​ບໍ່​ທັນ​ໄດ້​ລະບຸ​ວ່າ ຕົນ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຂົ້າຮ່ວມຂັ້ນ​ຕອນ​ການ​ເຈລະ​ຈາ​ສັນຕິພາບ​ນີ້ ​ຫຼື​ບໍ່. ​ແທນ​ທີ່​ຈະ​ເຂົ້າ​ຮ່ວມການ​ເຈລະຈາ​ນີ້
ກຸ່ມຕາ​ລີ​ບານ ກັບຍິ່ງເພີ້​ມການ​ໂຈມ​ຕີ​ໄປ​ທົ່ວອັຟກາ​ນິສຖານ.

ທ່ານ Rabbani ​ໄດ້​ກ່າວເນັ້ນ​ເຖິງ​ຄວາມ​ຈຳ​ເປັນເພື່ອ​ການ
ຫລຸດຜ່ອນລົງຫຼາຍສົມຄວນ ໃນ​ຄວາມ​ຮຸນ​ແຮງ​ຂອງ​ພວກ​ກຸ່ມ​ກໍ່​ການ​ຮ້າຍ ​ຮວມຢູ່​ໃນ
ມາດຕະ​ການ​ສ້າງຄວາມ​ໄວ​ເນື້ອ​ເຊື່ອ​ໃຈ ​ໂດຍ​ກ່າວ​ວ່າ ມັນ​ຈະ​ຊ່ອຍ​ໃນ​ ຄວາມ​ພະຍາຍາມ​ເພື່ອ​ສ້າງສັນ​ຕິ​ພາບໃຫ້ບັນລຸ​ຜົນ.ທ່ານ​ຍັງ​ໄດ້​ກ່າວ​ເຕືອນ​ວ່າ ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອັຟກາ​ນິສຖານ ​ແມ່ນ​ຕຽມ​ພ້ອມທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ກຸ່ມຕາ​ລີ​ບານ ​ຊຶ່ງ​ປະຕິ​ເສດ​ຕໍ່​ການ​ເຈລະຈາ​ສັນຕິພາບ​ນີ້ ​ແລະ​ຍັງ​ສືບ​ຕໍ່​ທຳ​ການ​ໂຈມ​ຕີ​ແບບ​ນອງ​ເລືອດ​ໃນທົ່ວ​ປະ​ເທດ.​

XS
SM
MD
LG