ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານອີກ 4 ສົບ ກູ້ມາໄດ້ ຈາກໄພນ້ຳຖ້ວມ ທີ່ຄ້າຍ Fort Hood

ABŞ - Maykı qasırğası Floridanın Panama City sahilində

ABŞ - Maykı qasırğası Floridanın Panama City sahilində

ກອງທັບ​ບົກ​ສະຫະລັດ ​ໄດ້​ພົບ​ເຫັນ​ສົບ​ທະຫານຕື່ມ​ອີກ​ສີ່​ຄົນ ​ທີ່​ໄດ້​ຫາຍ​ສາບ​ສູນໄປ ຫລັງ ​ຈາກ​ລົດ​ຂອງ​ເຂົາ​ເຈົ້າ​ໄດ້​ປີ້ນ​ຂວ້ຳ ຍ້ອນ​ນໍ້າ​ຖ້ວມ​ຊຸ ຢູ່​ທີ່ຄ້າຍ​ທະຫາ​ນ Fort Hood ​ໃນ​ລັດ Texas ​ເຮັດ​ໃຫ້​ມີຈຳນວນສົບທີ່​ພົບ​ເຫັນ​ທັງ​ໝົດ​ເພີ້ມຂຶ້ນເປັນ​ເກົ້າ​ຄົນ​ແລ້ວ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Ash Carter ​ໃນ​ວັນ​ເສົາ​ມື້​ນີ້ ​ໄດ້​ໃຫ້ການ​ຢືນຢັນກ່ຽວ​ ກັບ​ການ​ເສຍຊີວິດຂອງ​ທະຫານທັງ​ເກົ້າ​ຄົນ ທີ່​ຄ້າຍ​ Fort Hood.

ຫ້າ​ສົບ​ໄດ້​ພົບ​ເຫັນ​ເກືອບ​ໃນ​ທັນໃດ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ຫລັງ​ຈາກ​ລົດ​ຂອງພວກທະ ຫານ​ຈຸ​ດັ່ງກ່າວໄດ້ປີ້ນ​ຂວ້ຳ ຍ້ອນ​ເກີດ​ນ້ຳ​ຖ້ວມ​ຊຸຢ່າງວ່ອງ​ໄວ ຢູ່​ຫ້ວຍ​ນໍ້າ​ອອ້ມຄ້າຍ ທະຫານ.

ທະຫານ​ສາ​ມ​ຄົນ​ໄດ້​ລອດ​ຊີວິດ​ຈາກ​ອຸບັດ​ເຫດ ​ແລະ​ມີລາຍ​ງານ​ວ່າ​ຢູ່​ໃນ​ສະພາບ​ທີ່ໝັ້ນຄົງ​ແລ້ວ.

ພວກ​ທະຫານ​ພວມພາກັນເຝິກ​ແອບ​ຢູ່ທີ່​ຄ້າຍ ​ເວລາ​ລົດ​ຂອງ​ເຂົາ​ເຈົ້າ​ຖືກ​ນໍ້າຖ້ວມຊຸ​ພັດ ໄປ.

ທ່ານ Carter ກ່າວ​ວ່າ ທະຫານ​ຈະ “ຖອດ​ຖອນບົດຮຽນ” ຈາກ​ອຸບັດ​ເຫດ ແລະຈະ​ມີ​ການ ​ເອົາ​ມາດ​ຕະການ ​ໃນ​ອະນາ​ຄົດ “​ເພື່ອ​ປ້ອງ​ກັນ​ອຸປະຕິ​ເຫດໃນ​ທຳນອງ​ນີ້.”

ຄ້າຍ​ Fort Hood ຊຶ່ງຕັ້ງ​ຢູ່ 320 ກິ​ໂລ​ແມັດ ທາງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ນະຄອນ Houston ​ໄດ້​ປະສົບ​ກັບ​ສະພາບ​ຝົນຕົກ​ໜັກ​ເພີ້​ມຂຶ້ນໃນ​ໄລຍະ​ສອງ​ສາມ​ມື້​ທີ່​ຜ່ານມານີ້.

​ໄພນໍ້າ​ຖ້ວມແມ່ນ​ມີສາ​ເຫດ​ມາ​ຈາກ​ຝົນ​ຕົກ​ໜັກ ຢູ່​ອ້ອມແອ້​ມນະຄອນ Houston ​ໃນກາງ ​ເດືອນ​ເມສາ​ທີ່​ໄດ້​ເຮັດ​ໃຫ້​ມີຢ່າງ​ໜ້ອຍ​ແປດ​ຄົນ​ເສຍ​ຊີວິດ​ ແລະ​ສ້າງ​ຄວາ​ມ​ເສ​ຍຫາຍ​ໃຫ້​ ແກ່​ເຮືອນ​ຊານ​ຫຼາຍ​ກວ່າ 1,000 ຫລັງ. ສະພາບອາ​ກາ​ດປັ່ນ​ປ່ວນ ​ແລະ​ນໍ້າ​ຖ້ວມ​ໃນ​ທ້າຍ ສັບປະດາ​ທີ່​ຜ່ານ​ມາ ​ໄດ້​ເຮັດ​ໃຫ້​ສີ່ຄົນເສ​ຍຊີວິດ​ເຊັ່ນ​ກັນ.

ບັນດາ​ເຈົ້າ​ໜ້າ​ທີ່​ກຳລັງ​ກະກຽມ​ຮັບ​ມື ​ກັບ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ທີ່​ຈະ​ເກີດນໍ້າຖ້ວມຕື່ມ​ອີກ ​ໃນ​ຂະນະ​ທີ່​ລະດູລົມ hurricane ​ໄດ້​ເລີ້​ມຢ່າງ​ເປັນທາງ​ການ ​ໃນ​ວັນ​ທີ 1 ​ເດືອນ​ມິຖຸນາ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG