ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາເມຣິກັນ 2 ຄົນເສຍຊີວິດ ຍ້ອນລະເບີດ ສະຫຼະຊີບ ໃນນະຄອນ ອິສຕັງບູລ


ຕຳຫຼວດຄຸ້ມກັນພື້ນທີ່ ຫຼັງຈາກເກີດເຫດການລະເບີດສະຫຼະຊີບ ໃນຄຸ້ມຄ້າຂາຍໃຫຍ່ ແລະ ຈຸດທີ່ສຳຄັນແຫ່ງໜຶ່ງໃນກາງນະຄອນ ອິສຕັງບູລ, 19 ມີນາ, 2016.
ຕຳຫຼວດຄຸ້ມກັນພື້ນທີ່ ຫຼັງຈາກເກີດເຫດການລະເບີດສະຫຼະຊີບ ໃນຄຸ້ມຄ້າຂາຍໃຫຍ່ ແລະ ຈຸດທີ່ສຳຄັນແຫ່ງໜຶ່ງໃນກາງນະຄອນ ອິສຕັງບູລ, 19 ມີນາ, 2016.

ທຳນຽບຂາວກ່າວວ່າອາເມຣິກັນ 2 ຄົນ ແມ່ນລວມຢູ່ໃນຈຳນວນ ຂອງຜູ້ທີ່ເສຍຊີວິດ 5 ຄົນໃນການລະເບີດສະຫຼະຊີບເມື່ອວັນເສົາ ວານນີ້ ທີ່ຄຸ້ມຄ້າຂາຍໃຫຍ່ທີ່ສຳຄັນແຫ່ງໜຶ່ງໃນນະຄອນ ອິສຕັງບູລ.

ຜູ້ເສຍຊີວິດຄົນອື່ນໆແມ່ນຄົນສັນຊາດ ອິສຣາແອລ 2 ຄົນ ແລະ ອີຣ່ານ 1 ຄົນ,​ ເຊິ່ງຜູ້ໄດ້ຮັບບາດເຈັບນັ້ນມີຢ່າງໜ້ອຍ 36 ຄົນ.

ການລະເບີດສະຫຼະຊີບຄັ້ງນີ້ຖືວ່າເປັນຄັ້ງທີ 4 ທີ່ເກີດຂຶ້ນໃນປະ ເທດ ເທີກີ ໃນປີນີ້. ນາຍົກລັດຖະມົນຕີ ທ່ານ Ahmet Davutoglu ໄດ້ກ່າວປະນາມການລະເບີດຄັ້ງນີ້ວ່າ “ໄຮ້ຄວາມເປັນມະນຸດ.”

ໂຄສົກທຳນຽບຂາວ ທ່ານ Ned Price ກ່າວວ່າ ສະຫະລັດຂໍປະນາມການໂຈມຕີດັ່ງກ່າວດ້ວຍ ຄຳເວົ້າທີ່ມີຄວາມໝາຍຮຸນແຮງສຸດ ແລະ ໄດ້ໃຫ້ການຢືນຢັນຕໍ່ຄຳໝັ້ນສັນຍາຂອງ ສະຫະລັດ ທີ່ຈະເຮັດວຽກກັບ ເທີກີ ເພື່ອ “ປະເຊີນໜ້າກັບຄວາມໂຫດ ຮ້າຍຂອງລັດທິກໍ່ການຮ້າຍ.”

ສຳລັບການລະເບີດໃນຖະໜົນ Istiklal ໃນຄັ້ງນີ້ ແມ່ນບໍ່ມີໃຜອອກມາ ອ້າງເອົາຄວາມຮັບຜິດ ຊອບ, ຖະໜົນດັ່ງກ່າວເປັນຖະໜົນທີ່ມີຄົນຍ່າງ ຫຼວງຫຼາຍ ພ້ອມກັບມີຫ້າງຮ້ານຈຳນວນຫຼາຍ ແລະ ສະຖານກົງສຸນ ຕ່າງໆຕັ້ງຢູ່ລຽນກັນ.

ໃນປະເທດ ອິສຣາແອລ, ນາຍົກລັດຖະມົນຕີ ທ່ານ Benjamin Netanyahu ກ່າວວ່າ ບັນດາ ເຈົ້າໜ້າທີ່ສືບລັບ ກຳລັງພະຍາ ຍາມທີ່ຈະພິຈາລະນາວ່າ ການໂຈມຕີແມ່ນເພັ່ງເລັງໃສ່ຄົນ ອິສຣາແອລ ໂດຍສະເພາະ ຫຼື ບໍ່.

ລັດຖະມົນຕີການຕ່າງປະເທດ ອີຣ່ານ ທ່ານ Mohammad Jawad Zarif ເຊິ່ງກຳລັງຢ້ຽມ ຢາມນະຄອນ ອິສຕັງບູລ ຢ່າງເປັນທາງການຢູ່ນັ້ນ, ກໍໄດ້ກ່າວປະນາມການໂຈມຕີນີ້ເຊັ່ນກັນ.

ໃນການໂຈມຕີທີ່ນະຄອນຫຼວງ Ankara ເມື່ອວັນທີ 13 ມີນາທີ່ຜ່ານ ມາເຊິ່ງກຸ່ມກະບົດຊາວ ເຄີດ ໄດ້ອ້າງເອົາຄວາມຮັບຜິດຊອບນັ້ນ ມີຜູ້ ເສຍຊີວິດຈຳນວນ 35 ຄົນ.

Turkey Blast
please wait
Embed

No media source currently available

0:00 0:00:33 0:00

Suicide Blast in Istanbul Kills 5, Wounds 36
please wait

No media source currently available

0:00 0:01:09 0:00
XS
SM
MD
LG