ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

14 ຄົນເສຍຊີວິດ ໃນການໂຈມຕີ ຢູ່ປະເທດ ຈໍແດັນ


ກອງກຳລັງຮັກສາຄວາມປອດໄພ ຈໍແດັນ ຢືນຢູ່ຂ້າງລົດ
ຕິດອາວຸດຂອງພວກເຂົາເຈົ້າ ຢູ່ຈຸດເກີດເຫດໃກ້ກັບຫໍປະ
ສາດ Karak, ໃນລະຫວ່າງການໂຈມຕີທີ່ກຳລັງ ດຳເນີນ
ຢູ່ໃນກາງເມືອງ Karak,ປະມານ 140 ກິໂລແມັດ ໄປທາງ
ພາກໃຕ້ຂອງນະຄອນຫຼວງ ອາມມານ, ປະເທດ ຈໍແດັນ. 18 ທັນວາ, 2016.
ກອງກຳລັງຮັກສາຄວາມປອດໄພ ຈໍແດັນ ຢືນຢູ່ຂ້າງລົດ ຕິດອາວຸດຂອງພວກເຂົາເຈົ້າ ຢູ່ຈຸດເກີດເຫດໃກ້ກັບຫໍປະ ສາດ Karak, ໃນລະຫວ່າງການໂຈມຕີທີ່ກຳລັງ ດຳເນີນ ຢູ່ໃນກາງເມືອງ Karak,ປະມານ 140 ກິໂລແມັດ ໄປທາງ ພາກໃຕ້ຂອງນະຄອນຫຼວງ ອາມມານ, ປະເທດ ຈໍແດັນ. 18 ທັນວາ, 2016.

ບັນດາເຈົ້າໜ້າທີ່ໃນປະເທດ ຈໍແດັນ ກ່າວວ່າ ກອງກຳລັງຮັກສາຄວາມ ປອດໄພໄດ້ປ່ອຍ ຕົວພວກນັກທ່ອງທ່ຽວທີ່ຕິດຄ້າງຢູ່ໃນຫໍປະສາດຍຸກໂບຮານໃນກາງເມືອງ Karak, ລຸນຫຼັງ ການໂຈມຕີໂດຍພວກມືປືນທີ່ ໄດ້ເຮັດໃຫ້ປະຊາຊົນຢ່າງໜ້ອຍ 14 ຄົນເສຍຊີວິດໃນວັນ ອາທິດວານນີ້. ລາຍງານວ່າຄົນອື່ນໆຢ່າງໜ້ອຍ 22 ຄົນ ລວມທັງພວກພົນລະເຮືອນ ແລະ ຕຳຫຼວດແມ່ນໄດ້ຮັບບາດເຈັບ.

ໜັງສືພິມ Jordan Times ໄດ້ກ່າວວ່າ ແມ່ຍິງສັນຊາດ ການາດາ ແລະ ຕຳຫຼວດຢ່າງ ໜ້ອຍ 5 ຄົນແມ່ນຢູ່ໃນຈຳນວນຜູ້ເສຍຊີວິດ ພ້ອມກັບອີກ 4 ຄົນທີ່ຕໍ່ມາຖືກລະບຸໂດຍແຫຼ່ງ ຂ່າວຮັກສາຄວາມປອດໄພວ່າ ເປັນພວກກໍ່ການຮ້າຍ.

ລາຍງານໄດ້ກ່າວວ່າ ຈຳນວນຜູ້ເສຍຊີວິດ ແລະ ບາດເຈັບສ່ວນໃຫຍ່ແມ່ນເກີດຂຶ້ນຢູ່ບ່ອນ ອື່ນ ໃນເມືອງທີ່ເປັນພູເຂົາເຊິ່ງມີຜູ້ອາໄສຢູ່ 70,000 ຄົນ, ກ່ອນມືປືນໄດ້ບຸກໂຈມຕີຫໍປະ ສາດ ທີ່ຖືກສ້າງຂຶ້ນ ໃນສັດຕະວັດທີ 12, ແລະ ໄດ້ຫາບ່ອນຫຼົບລີ້ຢູ່ໃນສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງທີ່ສຸດຂອງປະເທດນັ້ນ.

ໜັງສືພິມໄດ້ອ້າງຄຳເວົ້າຂອງໂຄສົກຕຳຫຼວດວ່າ ພວກພົນລະເຮືອນທີ່ຕິດຄ້າງຢູ່ໃນຫໍປະ ສາດໄດ້ຖືກປ່ອຍເປັນອິດສະຫຼະ ຫຼັງຈາກການ ປະຕິບັດການຮັກສາຄວາມປອດໄພ 5 ຊົ່ວ ໂມງ, ແລະ ພວກເຂົາເຈົ້າໄດ້ກ່າວວ່າ ພວກພົນລະເຮືອນທີ່ອາໄສຢູ່ໃກ້ຄຽງ ກໍຖືກຍົກຍ້າຍ ອອກ ໄປເຊັ່ນກັນ, ໃນຂະນະທີ່ຈຸດເຂົ້າເມືອງທີ່ສຳຄັນໝົດທຸກແຫ່ງຖືກປິດໄວ້.

ຕຳຫຼວດກ່າວວ່າ ມືປືນໄດ້ເດີນທາງເຂົ້າເມືອງ Karak ຈາກເມືອງ Qatraneh, ເປັນເມືອງ ທີ່ມີຄວາມປອດໄພພິເສດ ຕັ້ງຢູ່ຫ່າງອອກໄປ 30 ກິໂລແມັດທາງພາກຕາເວັນອອກສຽງ ເໜືອ.

ບໍ່ມີການອ້າງເອົາຄວາມຮັບຜິດຊອບໂດຍກຸ່ມໃດໃນຕອນແລງຂອງວັນອາທິດວານນີ້, ແລະ ບັນດາເຈົ້າໜ້າທີ່ກໍຍັງບໍ່ໄດ້ເປີດເຜີຍຂໍ້ມູນ ກ່ຽວກັບ ການເຊື່ອມໂຍງໃດໆ ລະຫວ່າງ ມືປືນ ກັບ ກຸ່ມຫົວຮຸນແຮງໃນປະເທດ ຊີເຣຍ ທີ່ຢູ່ໃກ້ຄຽງ.

ປະເທດ ຈໍແດັນ, ທີ່ຖືວ່າເປັນແຫຼ່ງຂອງຄວາມໝັ້ນຄົງໃນເຂດ ຕາເວັນອອກກາງທີ່ມັກມີ ຄວາມຮຸນແຮງເກີດຂຶ້ນເລື້ອຍໆນັ້ນ, ແມ່ນກຳລັງເຂົ້າຮ່ວມໃນການຕໍ່ສູ້ທາງອາກາດນຳໜ້າ ໂດຍ ສະຫະລັດ ກັບພວກຫົວຮຸນແຮງລັດອິສລາມໃນ ຊີເຣຍ ແລະ ອີຣັກ. ການເຂົ້າຮ່ວມ ຕໍ່ສູ້ໄດ້ເກີດຂຶ້ນແມ່ນກະທັ້ງທີ່ປະຊາຊົນ ຈໍແດັນ ໄດ້ຄັດຄ້ານຕໍ່ການຕໍ່ສູ້ທາງອາກາດ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Jordan attacks
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG