ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທະຫານ ອິສຣາແອລ ໄດ້ຮັບບາດເຈັບ ຈາກເຫດລະເບີດແຕກ ຢູ່ເຂດຊາຍແດນ ອິສຣາແອລ-ກາຊາ


ທະຫານ ອິສຣາແອລ ຢືນໃກ້ໆກັບລົດທະຫານ ຢູ່ທາງຂ້າງຮົ້ວ
ຕິດກັບເຂດ ກາຊາ ຕັ້ງຢູ່ໃກ້ໆກັບເມືອງ ຄິບບັດສ ນິຣິມ "Kibbutz Nirim," ປະເທດ ອິສຣາແອລ, 17 ກຸມພາ, 2018.
ທະຫານ ອິສຣາແອລ ຢືນໃກ້ໆກັບລົດທະຫານ ຢູ່ທາງຂ້າງຮົ້ວ ຕິດກັບເຂດ ກາຊາ ຕັ້ງຢູ່ໃກ້ໆກັບເມືອງ ຄິບບັດສ ນິຣິມ "Kibbutz Nirim," ປະເທດ ອິສຣາແອລ, 17 ກຸມພາ, 2018.

ສຳລັບບັນດາທະຫານ ອິສຣາແອລ ຜູ້ທີ່ໄດ້ຮັບບາດເຈັບນັ້ນ, ສອງຄົນແມ່ນມີອາການ
ສາຫັດ, ເມື່ອອຸປະກອນລະເບີດໄດ້ແຕກຢູ່ໃກ້ກັບຮົ້ວເຂດຊາຍແດນ ອິສຣາແອລ ຕິດ
ກັບເຂດ ກາຊາ ໃນວັນເສົາວານນີ້.

ອິສຣາແອລ ໄດ້ຕອບໂຕ້ ດ້ວຍການໂຈມຕີທາງອາກາດໃສ່ເປົ້າໝາຍພວກຫົວຮຸນແຮງ
ປາແລັສໄຕນ 6 ແຫ່ງໃນຕອນທ້າຍວັນດັ່ງກ່າວ, ລວມທັງສິ່ງທີ່ກອງທັບໄດ້ກ່າວວ່າ
ແມ່ນ ສະຖານທີ່ຜະລິດອາວຸດ ແລະ ອຸມົງໃຕ້ດິນທີ່ຖືກສ້າງໄປຫາປະເທດ ອິສຣາແອລ.

ຊາວປາແລັສໄຕນ ສອງຄົນໄດ້ຮັບບາດເຈັບ ໃນການບຸກໂຈມຕີດັ່ງກ່າວ, ອີງຕາມແຫຼ່ງ
ຂ່າວທາງການແພດຂອງ ປາແລັສໄຕນ.

ມັນບໍ່ມີການອ້າງເອົາຄວາມຮັບຜິດຊອບໃນທັນທີທັນໃດ ສຳລັບການລະເບີດຢູ່ເຂດ
ຊາຍແດນທາງພາກໃຕ້ ທີ່ເປັນເຂດແດນເຊິ່ງຖືກຄວບຄຸມໂດຍກຸ່ມອິສລາມ ຮາມາສ.

ລະເບີດໄດ້ແຕກໃນຕົ້ນຕອນບ່າຍຕາມເວລາໃນທ້ອງຖິ່ນ, ໃນເມືອງ ຄານ ຢູນິສ
"Khan Younis ຕັ້ງຢູ່ພາກຕາເວັນອອກຂອງປະເທດ.

ໃນການກ່າວກ່ຽວກັບເຫດລະເບີດແຕກນັ້ນ, ນາຍົກລັດຖະມົນຕີ ອິສຣາແອລ ທ່ານ
ເບັນຈາມິນ ເນຕັນຢາຮູ ໄດ້ເວົ້າວ່າ, ເຫດການຂອງມື້ນີ້ ຢູ່ຊາຍແດນເຂດ ກາຊາ ແມ່ນ
ຮຸນແຮງ. ພວກເຮົາຈະຕອບໂຕ້ຢ່າງ ເໝາະສົມ.”

ສື່ມວນຊົນ ອິສຣາແອລ ໄດ້ອະທິບາຍເຖິງເຫດການລະເບີດນັ້ນ ວ່າເປັນເຫດການຄັ້ງ
ດຽວທີ່ຮ້າຍແຮງທີ່ສຸດ ຢູ່ເຂດຊາຍແດນ ນັບຕັ້ງແຕ່ສົງຄາມເຂດ ກາຊາ ໃນປີ 2014.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG