ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

4 ປະເທດ ໃນຢູໂຣບ ຢາກຂໍຊື້ ແກສທຳມະຊາດ ຈາກສະຫະລັດ (ວີດີໂອ)


ແມ່ຍິງຄົນນຶ່ງ ຍ່າງກາຍເຄື່ອງວັດແທກແກສ ທີ່ເມືອງ Chisinau, ປະເທດ Moldova ທີ່ຊື້ແກສຈາກຣັດເຊຍຄືກັນ, ວັນທີ 16 ມັງກອນ 2009 ຊຶ່ງຣັດເຊຍໄດ້ຕັດການສົ່ງແກສ ຜ່ານຢູເຄຣນ.
ແມ່ຍິງຄົນນຶ່ງ ຍ່າງກາຍເຄື່ອງວັດແທກແກສ ທີ່ເມືອງ Chisinau, ປະເທດ Moldova ທີ່ຊື້ແກສຈາກຣັດເຊຍຄືກັນ, ວັນທີ 16 ມັງກອນ 2009 ຊຶ່ງຣັດເຊຍໄດ້ຕັດການສົ່ງແກສ ຜ່ານຢູເຄຣນ.
4 ປະ​ເທດ​ໃນ​ພາກ​ກາງ​ຢູ​ໂຣບ ຮຽກຮ້ອງ​ໃຫ້​ສະຫະ​ລັດ ເຮັດ​
ໃຫ້​ງ່າຍ​ຂຶ້ນ​ສຳລັບ​ພວກ​ເຂົາ​ເຈົ້າ ​ໃນ​ການ​ສັ່ງ​ຊື້​ແກ​ສທຳ​ມະ
ຊາດ ຈາກ​ສະຫະລັດ ​ເພື່ອ​ວ່າ​ພວກ​ເຂົ​າເຈົ້າ​ຈະ​ສາມາດ ​
ຫຼຸດ​ຜ່ອນ​ການ​ອາ​ໄສ​ແກສດັ່ງກ່າວ​ນີ້ ຈາກຣັດ​ເຊຍ​ໄດ້​ນັ້ນ.

ບັນ​ເອກ​ອັກຄະ​ລັດຖະທູດ ຈາກ​ ສາທາລະນະ​ລັດ Czech,
ຮັງ​ກາຣີ, Poland ​ແລະ Slovakia ​ໄດ້ຂໍ​ຮ້ອງຢູ່​ໃນ​ຈົດໝາຍ​
ສະບັບ​ນຶ່ງ ທີ່​ສົ່ງ​ເຖິງທ່ານ John Boehner ປະທານ​ສະພາ​
ຕຳ່ສະຫະລັດ ​ແລະ​ສັງກັດ​ພັກ Republican.

ພວກ​ເອກ​ອັກຄະ​ລັດຖະທູດ​ດັ່ງກ່າວ ຂຽນ​ວ່າ ​ປະຊາຊົນ​ໃນ
​ພາກ​ກາງ ​ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ໂຣບ​ ​ແມ່ນ​ຈະ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ນຳແກ​ສທຳ​ມະ
​ຊາດ​ຂອງ​ສະຫະລັດ ຊຶ່ງຈະ​ເປັນຜົນ​ປະ​ໂຫຍ​ດອັນສຳຄັນຂອງ​ສະຫະລັດ ​ໃນ​ພາກພື້ນ
ແຫ່ງນັ້ນ.

ບັນຫາ​ຂັດ​ແຍ້​ງກັນ​ມາ​ກ່ອນ ກ່ຽວ​ກັບ​ການ​ໃຊ້​ຈ່າຍຄ່າ​ແກ​ສ ລະຫວ່າງຣັດ​ເຊຍ​ ແລະ​
ຢູ​ເຄຣນ ​ໄດ້​ເປັນສາ​ເຫດເຮັດ​ໃຫ້ຣັດ​ເຊຍ ຕັດ​ການ​ສົ່ງ​ແກ​ສ. ພວກ​ທໍ່​ລຳລຽງ​ແກ​ສດັ່ງ
ກ່າວ​ ​ໄປ​ຍັງຢູ​ເຄຣນ ຍັງ​ສົ່ງ​ຕໍ່ໄປ​ຍັງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ໂຣບນຳ ຊຶ່​ງ​ໄດ້​ສ້າງ​ການ​
ຂາດ​ແຄນ ແກ​ສທຳ​ມະ​ຊາດ​ຢູ່​ທີ່​ນັ້ນ.

​ໃນ​ວັນ​ສຸກ​ແລ້ວ​ນີ້ ຣັດ​ເຊຍ​ໄດ້​ເຕືອນ​ລັດຖະບານ​ຮັກສາ​ການ​ຂອງ​ຢູ​ເຄຣນ ກ່ຽວ​ກັບ
ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ມີ​ການ​ອັດ​ທໍ່​ລຳລຽງ ຍ້ອນ​ວ່າ​ຢູ​ເຄຣນ​ບໍ່​ໄດ້​ຈ່າຍ​ຄ່າ​ແກ​ສ.

ທ່ານ Boehner ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ທ່ານ​ຫວັງ​ວ່າ ປະທານາທິບໍດີ ບາຣັກ ​
ໂອ​ບາ​ມາ ຈະ​ສັ່ງ​ໃຫ້​ລັດຖະມົນຕີ​ແຮງ​ງານ​ຂອງ​ສະຫະລັດ ຮັບ​ຜ່ານ​ການ​ສົ່ງ​ອອກ
ແກ​ສທຳ​ມະ​ຊາດ​ນີ້​ໂດຍ​ທັນທີ ຕາມ​ຄຳຮ້ອງ​ຂໍ​ມາ​ຈາກ​ປະ​ເທດ​ເພື່ອນ​ມິດ​ຂອງ​ອາເມ
ຣິກາ​ໃນ​ຢູ​ໂຣບ ​ແລະ​ຈາກ​ທົ່ວ​ໂລກ ​ເພື່ອ​ວ່າ​ໂລກຈະ​ສາມາດຫຼຸດ​ຜ່ອນ​ການ​ອາ​ໄສ ​
ແກ​ສຈາກຣັດ​ເຊຍລົງໄດ້.ທຳນຽບຂາວ ກ່າວ​ວ່າ ລະດູ​ໜາວ​ໃນ​ຢູ​ໂຣບ ທີ່​ບໍ່​ໜາວ
​ປານ​ໃດ ​ໄດ້​ເຮັດ​ໃຫ້​ມີ​ສະບຽງ​ແກ​ສຫຼາຍ​ກວ່າ​ ປະລິມານ​ທີ່​ມີ​ຕາມ​ທຳ​ມະ​ດາ ແລະ​
ວ່າ ການ​ສົ່ງ​ອອກ​ໃໝ່ນັ້ນ ​ເບິ່ງ​ຄື​ວ່າ​ຈະ​ບໍ່ໄປ​ຮອດ​ຢູ​ໂຣບ ຈົນກ່ວາທ້າຍ​ປີ 2015.

ວີດີໂອ: ບັນຫາລະຫວ່າງ ຣັດເຊຍກັບຢູເຄຣນ ພາໃຫ້ມີຄວາມວິຕົກ ກ່ຽວກັບ
ການຂາດແຄນແກສ ໃນຢູໂຣບ ຍ້ອນທໍ່ລໍ່ ລຽງຈາກຮັເຊຍ ແລ່ນຜ່ານຢູເຄຣນ
:

Russia-Ukraine Standoff Prompts Energy Fears in Europe
please wait

No media source currently available

0:00 0:02:47 0:00
ລິງໂດຍກົງ
XS
SM
MD
LG