ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄົ້ນຄ້ວາໃໝ່ ຢືນຢັນປະສິດທິຜົນ ຂອງວິທີປິ່ນປົວ ໂຣກປອດແຫ້ງດ້ວຍຢາ 4 ຊະນິດ ໃນເມັດດຽວກັນ (ເບິ່ງວີດິໂອພາສາອັງກິດ)


A circle of women from Matisse’ 1910 “The Dance”, 1910, celebrate over the remnants of an abandoned street in Homs. By Tammam Azzam.
A circle of women from Matisse’ 1910 “The Dance”, 1910, celebrate over the remnants of an abandoned street in Homs. By Tammam Azzam.

ສິ່ງທ້າທາຍທີ່ໃຫຍ່ທີ່ສຸດອັນນຶ່ງຕໍ່ການຕໍ່ສູ້ກັບໂຣກປອດແຫ້ງ ແມ່ນມາຈາກສາຍພັນໃໝ່ຂອງ ເຊື້ອໂຣກປອດແຫ້ງທີ່ດື້ຕໍ່ຢາ ແລະນຶ່ງໃນຫລາຍໆສາເຫດສໍາຄັນ ທີ່ພາໃຫ້ພວກສາຍພັນ ເຫລົ່ານັ້ນເກີດຂຶ້ນມາ ກໍແມ່ນຍ້ອນວ່າ ພວກຄົນເຈັບເປັນໂຣກປອດແຫ້ງທັງຫລາຍ ບໍ່ພາກັນ ກິນຢາຕາມມາດຕະຖານ ທີ່ນາຍແພດສັ່ງ ຄື 14 ເມັດນັ້ນ. ແຕ່ນັກຂ່າວວີໂອເອ Vidushi Sinha ລາຍງານມາວ່າ ເວລານີ້ ການສຶກສາໃໝ່ຊຸດນຶ່ງໄດ້ຄົ້ນພົບວ່າ ວິທີການນຶ່ງອີກທີ່ ງ່າຍກວ່າເກົ່າ ຄືຢາທີ່ລວມເອົາຢາແກ້ປອດແຫ້ງ ຫລື TB ສີ່ຢ່າງເຂົ້າ ໃນເມັດດຽວກັນນັ້ນ ກໍມີປະສິດທິຜົນດີເທົ່າໆກັນໃນການປິ່ນປົວພະຍາດ ທີ່ເຂັ່ນຂ້າຜູ້ຄົນໃນທົ່ວໂລກທີ່ວ່ານີ້. ດາຣາ ມີເລຶ່ອງນີ້ມາສະເໜີທ່ານ.

ເປັນເວລາປະມານສິບປີມາ​ແລ້ວ ທີ່ອົງການອະນາໄມໂລກ ໄດ້ແນະນໍາ​ໃຫ້​ປິ່ນປົວໂຣກ
ປອດແຫ້ງ ໂດຍວິທີ​ໃຫ້​ກິນ​ຢາ 4 ​ເມັດ​ ທີ່​ລວມ​ເອົາຢາສີ່ຊະນິດ ເຂົ້າ​ໃນ​ກ້ອນ​ຫລື​ເມັດ
ດຽວກັນ ທີ່ມີສ່ວນປະສົມຕົວຢາແບບດຽວກັນກັບຕົວຢາ 14 ເມັດ ທີ່ເຄີຍໃຊ້ກັນ​ແຕ່
​ໃດໆມານັ້ນ.

ແຕ່ວ່າ ຄວາມມີ​ເຫດ​ມີ​ຜົນ​ໃນ​ການ​ໃຊ້​ຢາ​ໃນ​ຈໍານວນໜ້ອຍເມັດລົງ ຊຶ່ງ​ເປັນການງ່າຍຂຶ້ນ
ສໍາລັບພວກຄົນເຈັບນັ້ນ ຍັງບໍ່​ໄດ້ຖືກຮັບຮູ້ເທື່ອ​ ໃນ​ໝູ່ພວກນາຍແພດຫລາຍຄົນ.

ດ້ວຍເຫດຜົນຫລາຍໆຢ່າງ​ຕ່າງ​ກັນ ພວກ​ນາຍແພດທີ່ປິ່ນປົວໂຣກປອດແຫ້ງທັງຫລາຍ
ບໍ່ພາກັນ​ສັ່ງຕົວຢາທີ່ມີໜ້ອຍ ເມັດນັ້ນ ​ໃຫ້​ພວກ​ຄົນ​ປ່ວຍ​ກິນ.

ແຕ່ການສຶກສາຄົ້ນຄວ້າໃໝ່ອັນນຶ່ງ ຢູ່ໃນຫລາຍໆ​ເຂດທີ່ມີໂຣກປອດແຫ້ງ​ໃນລະດັບສູງ
ຂອງຂົງເຂດອາຟຣິກາ ເອເຊຍ ແລະອາເມຣິກາລາຕິນ ຢືນຢັນວ່າ ຢາເມັດທີ່ລວມຈາກ
ສີ່ຕົວຢານັ້ນ ແມ່ນມີປະສິດທິຜົນເທົ່າໆກັບຢາຊຸດ 14 ເມດນັ້ນ.

Dr. Christian Lienhardt ປະຈໍາອົງການອະນາໄມໂລກ ທີ່​ເປັນ​ຜູ້ທໍາການສຶກສາຄົ້ນ
ຄວ້າດັ່ງ​ກ່າວຢູ່ໃນຫລາຍໆປະເທດ ເພື່ອສົມທຽບຫລັກການປິ່ນປົວແບບໃໝ່ແລະແບບ
ເກົ່າ ກ່າວວ່າ:

“ມັນ​ແມ່ນ​ຄວາມຈິງ ທີ່ວ່າພວກຄົນເຈັບຢູ່ທຸກຫົນແຫ່ງໃນໂລກ ບໍ່ມັກກິນຢາຫລາຍ
ເມັດ​ເກີນ​ໄປ ​ແລະຖ້າຫາກ​ວ່າເຮົາຈະຕ້ອງກິນຢາ 14 ເມັດເປັນປະຈໍາທຸກໆມື້ ເຖິງ
ຫົກເດືອນ ​ແລະກໍມີທາງເລືອກ​ໃຫ້ກິນສີ່ເມັດ​ໄດ້​ແລ້ວ ຂ້າພະເຈົ້າກໍມັກແບບສີ່ເມັດ
ຫັ້ນ​ແຫລະ ແລະຫລາຍໆຄົນກໍຈະມັກແບບ ກິນສີ່ເມດເຊັ່ນກັນ.”

ແຕ່ ດຣ Lienhardt ກ່າວວ່າ ພວກ​ນາຍ​ແພດ​ພາກັນ​ຄັດຄ້ານ​ຕໍ່​ການປິ່ນປົວດ້ວຍຢາສີ່
ເມັດນັ້ນ ເພາະວ່າພວກ​ເຂົາ​ເຈົ້າ​ບໍ່​ເຊື່ອ​ວ່າ ການປິ່ນປົວທີ່​ໃຊ້ຕົວຢາສີ່ເມັດນັ້ນຈະມີປະສິດ
ທິຜົນ​ເທົ່າ​ກັນກັບ​ວິທີ​ກິນ 14 ​ເມັດ. ດຣ Lienhardt ກ່າວຕໍ່ໄປວ່າ:

“ມັນມີຄວາມສາມັນສໍານຶກຢູ່​ແບບ​ນຶ່ງ ຊຶ່ງສ່ວນໃຫຍ່ແມ່ນຢູ່ໃນພວກພະນັກງານ
ການແພດ ຄືສາມັນ​ສໍານຶກ​ທີ່​ວ່າ ເວລາໃດເຮົາ​ໃຊ້ຢາຊະນິດເກົ່າ ເຮົາຮູ້ດີວ່າ
ຕົວຢາແຕ່ລະເມັດນັ້ນມີປະສິດທິຜົນດີ ແລະເມື່ອເຮົາລວມຢາເຂົ້າກັນ ມັນກໍອາດ
ຈະ​ພາ​ໃຫ້ສູນເສຍລິດຢາຫລືຄຸນນະພາບຂອງຕົວຢາໄປ ມັນເປັນສາມັນສໍານຶກ
ປະການນຶ່ງ ທີ່ສ່ວນໃຫຍ່ຈະມີຢູ່ໃນວົງການພວກໃຫ້ການຮັກສາພະຍາບານ
ຫລາຍກວ່າ ແທນທີ່ຈະມາຈາກພວກຄົນເຈັບ.”

ໂຣກປອດແຫ້ງເປັນພະຍາດທີ່​ມາ​ຈາກ​ແບັກທີເຣຍຫລື​ເຊື້ອ​ໂຣກທີ່ຫ້າວຫັນພະຍາດນຶ່ງ
ທີ່ບຽດບຽນປອດແລະແຜ່ລະບາດອອກໄປຢ່າງໄວໃນໝູ່ຄົນທີ່ມີລະບົບພູມຕ້ານທານຕໍ່າ.
ທຸກໆປີໃດ ຈະມີຄົນເສຍຊີວິດຍ້ອນໂຣກປອດແຫ້ງ ໄປປະມານເກືອບສອງລ້ານຄົນໃນ
ທົ່ວໂລກ. ພວກນັກຊ່ຽວຊານກ່າວວ່າ ໂຣກປອດແຫ້ງແມ່ນປິ່ນປົວໃຫ້ຫາຍ​ຂາດໄດ້ ຖ້າ
ກິນຢາຕາມທີ່ແພດສັ່ງ.

ໃນການປິ່ນປົວແບບ​ເກົ່ານັ້ນ ຕາມປົກກະຕິ​ແລ້ວ ພວກຄົນປ່ວຍ​ເປັນໂຣກປອດແຫ້ງ​
ແມ່ນຈະຕ້ອງກິນຢາ 12 ຫາ 20 ​ເມັດເປັນປະຈໍາທຸກໆມື້ ຂຶ້ນຢູ່ກັບນໍ້າໜັກຂອງຄົນເຈັບ
ແລະຕາມ​ໄລຍະ​ເວລາ​ທີ່​ນາຍ​ແພດ​ສັ່ງ ຊຶ່ງ​ກໍ​ອາດ​ຈະ​ແກ່ຍາວ​ອອກ​ໄປ ຖ້າ​ຫາກ​ບໍ່​ກິນ​ຕາມ
ສັ່ງ ​ແຕ່ການປິ່ນປົວດ້ວຍການກິນຢາທີ່ລວມເຂົ້າ​ໃນ​ເມັດ​ດຽວ​ກັນ​ແລະ​ໃນ​ຈໍານວນ​ໜ້ອຍ
ລົງນັ້ນ ແມ່ນຈະປັບປຸງໂອກາດທີ່ພວກຄົນເຈັບຈະກິນຢາຕາມສັ່ງນັ້ນ ໃຫ້ຄົບແລະໃຫ້ໝົດ ຊຸດໄດ້​ໂດຍ​ໄວ.

ເບິ່ງວີດີໂອ ພາສາອັງກິດ:

ໃນການສຶກສາຄົ້ນຄວ້າຢູ່ໃນ 11 ປະເທດນັ້ນ ດຣ Lienhardt ແລະຜູ້ຮ່ວມງານຂອງທ່ານ
​ໄດ້ແບ່ງພວກຄົນເຈັບອອກເປັນສອງຈຸ ຄືຈຸນຶ່ງໃຫ້ກິນຢາຊະນິດທີ່ລວມເຂົ້າກັນ ​ເທື່ອ​ລະ 4
​ເມັດ. ສ່ວນອີກຈຸນຶ່ງ​ໃຫ້ກິນຢາ​ເມັດ​ລະ​ຊະນິດ ຫລາຍໆເມັດແບບເກົ່າ. ຜົນການທົດລອງ
ດ້ານການແພດດັ່ງກ່າວ ພົບວ່າພວກຢາທີ່ລວມເຂົ້າກັນນັ້ນ ກໍມີປະສິດທິຜົນເທົ່າທຽມກັນ
ກັບ​ຢາ​ທີ່ກິນຫລາຍໆເມັດ. ດຣ Lienhardt ກ່າວຕື່ມວ່າ:

“ພວກເຮົາຕ້ອງ​ເຜີຍ​ແຜ່​ແລະ​ເນ້ນ​ໜັກຄວາມ​ຈິງ​ຂໍ້ນີ້ຢ່າງແຂງ​ແຮງທີ່ສຸດນັ້ນ​ ກໍ​ຄືວ່າ
ການ​ໃຊ້ຢາຊະນິດລວມກັນນີ້ ກໍມີປະສິດທິຜົນເທົ່າທຽມກັນ ກັບຕົວຢາຊະນິດທໍາ
ມະດາທີ່​ເຄີຍໃຊ້ກັນມາ ​ແລະມັນກໍເປັນເຄຶ່ອງມີທີ່ດີຫລາຍເພື່ອຫລີກລ່ຽງບໍ່​ໃຫ້ເກີດ
ອາການດື້ຕໍ່ຢານັ້ນ.”

ຕົວຢາທີ່ມີພະລັງສູງກວ່າປັດຈຸບັນ​ນີ້ ແມ່ນຈໍາເປັນສໍາລັບປາບ​ເຊື້ອ​ໂຣກສາຍພັນທີ່ດື້ຕໍ່ຢາ
ຊຶ່ງບາງສາຍພັນນັ້ນ ກໍຍາກທີ່ຈະປິ່ນປົວດ້ວຍຕົວຢາໃດນຶ່ງໄດ້

Dr. Lee Reichman ທີ່ໄດ້ປະຕິບັດງານເພື່ອຄວບຄຸມໂຣກປອດແຫ້ງມາ ເປັນເວລາ
40 ປີ​ແລ້ວ ກ່າວ​ວ່າ

“ໂຣກປອດແຫ້ງ ຫລືທີບີ ປະເພດທີ່ດື້ຕໍ່ຢາຫລາຍຊະຊິດ ແລະປະເພດທີ່ດື້ຕໍ່ຢາ
ຢ່າງກວ້າງນັ້ນ ແມ່ນຕົວການພາໃຫ້ລະບົບລົ້ມແຫລວ. ໂຣກປອດແຫ້ງເປັນໂຣກ
ທີ່ປິ່ນປົວໃຫ້ຫາຍຂາດ ແລະປ້ອງກັນໄດ້ ແລະຖ້າຫາກວ່າ ພວກເຮົາພົບເຊື້ອ
ປອດແຫ້ງ​ໃນ​ວິທີ​ທີ່ເໝາະສົມ ແລະປິ່ນປົວຢ່າງຖືກຕ້ອງເໝາະສົມແລ້ວ ມັນກໍຈະ
1. ຫາຍຂາດໄດ້ ແລະ 2. ມັນຈະບໍ່ພາ​ໃຫ້ເກີດພະຍາດ​ທີ​ບີ​ທີ່ດື້ຕໍ່ຢາ ບໍ່ວ່າຈະ
ເປັນປະເພດທີ່ດື້ຕໍ່ຢາຫລາຍຊະນິດ ຫລືປະເພດທີ່ດື້ຕໍ່ຢາຢ່າງກວ້າງຂວາງນັ້ນ.”

ພວກນັກຄົ້ນຄວ້າທັງຫລາຍກໍາລັງແນເປົ້າໝາຍ ທີ່​ຈະ​ເຮັດ​ໃຫ້​ວິທີ​ການ​ປິ່ນປົວ​ທີ່ໃຊ້
ຢາເມັດທີ່ລວມ​ໂຕ​ຢາສີ່ຊະນິດເຂົ້າກັນນັ້ນ ​ເປັນ​ທີ່​ຮັບ​ເອົາ​ແລະ​ໄດ້​ຮັບ​ຄວາມ​ນິຍົມ​ສູງ
ໃນບັນດາພວກເຈົ້າໜ້າທີ່ສາທາລະນະສຸກຂອງນາ​ໆຊາດ ພວກຮ່າງນະໂຍບາຍແລະ
ອົງການຕ່າງໆຂອງພວກຄົນເຈັບ ອັນເປັນພາກສ່ວນຂອງການສືບຕໍ່ປຸກລະດົມເພື່ອ ຖອນຮາກໂຣກປອດແຫ້ງນັ້ນ.

XS
SM
MD
LG