ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ຊາຍ ອິນເດຍ 4 ຄົນ ຖືກພົບເຫັນ ມີຄວາມຜິດ ໃນການ ຂົ່ມຂືນໝູ່ (ວີດີໂອ)


ຜູ້​ຊາຍ​ສີ່​ຄົນ​ມີ​ຄວາມ​ຜິດ ​ໃນ​ການ​ ຂົ່ມຂືນຍິງ​ສາວ​ຄົນ​ນຶ່ງ​ຢູ່​ເທິງລົດ​ເມ ​ທີ່​ກຸງ New Delhi ປີ​ກາຍ​ນີ້.
ຜູ້​ຊາຍ​ສີ່​ຄົນ​ມີ​ຄວາມ​ຜິດ ​ໃນ​ການ​ ຂົ່ມຂືນຍິງ​ສາວ​ຄົນ​ນຶ່ງ​ຢູ່​ເທິງລົດ​ເມ ​ທີ່​ກຸງ New Delhi ປີ​ກາຍ​ນີ້.
ສານ​ອິນ​ເດຍ​ແຫ່ງ​ນຶ່ງ ​ໄດ້​ພົບ​ເຫັນ​ວ່າຜູ້​ຊາຍ​ສີ່​ຄົນ​ມີ​ຄວາມ​ຜິດ
​ໃນ​ການ​ ຂົ່ມຂືນຍິງ​ສາວ​ຄົນ​ນຶ່ງ​ຢູ່​ເທິງລົດ​ເມ ​ທີ່​ກຸງ New Delhi
ປີ​ກາຍ​ນີ້.

ສານໃນ​ກຸງ New Delhi ​ໄດ້ອອກ​ຄຳ​ຕັດສິນ​ດັ່ງກ່າວໃນ​ວັນ​ອັງ
ຄານ​ມື້​ນີ້ ​ແລະ​ຄາດ​ວ່າການ​ກຳນົດ​ໂທດ​ຈະ​ມີ​ຂື້ນ​ໃນ​ວັນ​ພຸດ​ມື້​ອື່ນ.
ພວກ​ຜູ້​ຊາຍ​ຈຸນີ້​ອາດປະ​ເຊີນ​ກັບ​ໂທດ​ປະຫານ​ຊີວິດ​ດ້ວຍ​ການ
ແຂວນ​ຄໍ.

ຍິງ​ສາວຜູ້​ເຄາະ​ຮ້າຍ​ອາຍຸ 23 ປີ ​ໄດ້​ຖືກ​ຂົ່ມ​ຂືນແລະ​ໂຈມ​ຕີ​ດ້ວຍ
ທ່ອນ​ເຫລັກໃນ​ເດືອນ​ທັນວາປີ​ກາຍ. ໝູ່​ຜູ້​ຊາຍ​ຂ​ອງລາວ ກໍ​ໄດ້​
ຖືກ​ທຸບ​ຕີ​ເຊັ່ນ​ດຽວ​ກັນ ກ່ອນ​ເຂົາ​ເຈົ້າ​ຈະ​ຖືກໂຍນ​ອອກ​ຈາກລົດ​ເມ.

ຍິງ​ສາວ​ຄົນ​ດັ່ງກ່າວ ​ໄດ້ເສຍ​ຊີວິດ​ຍ້ອນ​ທົນ​ຕໍ່​ພິດ​ບາດ​ແຜ​ບໍ່​ໄດ້ ສອງ​ອາທິດ​ຫລັງ​ຈາກ​ການ​ໂຈມຕີ ຢູ່ທີ່​ໂຮງໝໍສິງ​ກະໂປ ບ່ອນ​ທີ່​ນາງ​ໄດ້​ຖືກ​ນໍາ​ໄປ​ປິ່ນປົວພະຍາບານ.

ຈຳ​ເລີຍຄົນ​ທີຫ້າ ຊຶ່ງມີ​ອາຍຸ 17 ປີ​ໃນ​ເວລາ​ທີ່ມີ​ການ​ໂຈມຕີນັ້ນ ​ໄດ້​ຖືກ​ລົງ​ໂທດ​ ​ໃຫ້​ໄປຢູ່​ສູນດັດ​ສ້າງ​ເປັນ​ເວລາ 3 ປີ ອັນ​ເປັນ​ການ​ລົງ​ໂທດ​ທີ່ ໜັກ​ທີ່​ສຸດທີ່​ຜູ້ກ່ຽວ​ໄດ້​ຮັບ.

ຈຳ​ເລີຍ​ຄົນ​ຫົກ ຊຶ່ງ​ເປັນ​ຜູ້​ໃຫຍ່ ​ໄດ້ຖືກ​ພົບ​ເຫັນ​ເສຍຊີວິດຢູ່​ທີ່​ຫ້ອງ​ຂັງ ຂອງ​ຜູ້ກ່ຽວໃນ​ຄຸ​ກ ​ເມື່ອ​ເດືອນ​ມີນາຜ່ານ​ມາ.

ການ​ໂຈມ​ຕີ​ຜູ້ຍິງຄົນ​ນີ້ ​ໄດ້​ກໍ່​ໃຫ້ເກີດ​ມີການ​ປະ​ທ້ວງ​ຄັ້ງ​ໃຫຍ່ ​ຢູ່​ທົ່ວ​ປະ ​ເທດອິນ​ເດຍກ່ຽວ​
ກັບ​ການ​ປະພຶດ​ປະຕິບັດ​ຕໍ່​ພວກຜູ້ຍິງຢູ່​ໃນ​ປະ​ເທດດັ່ງ ກ່າວ ​ແລະໄດ້​ນໍາ​ໄປ​ສູ່​ການ​ດັດ​ແປງແກ້​ໄ​ຂ ກົດໝາຍ​ກ່ຽວ​ກັບ​ການ​ລ່ວງ​ລະ​ເມີດທາງ​ເພດ​ຢູ່​ໃນ​ອິນ​ເດຍ.

India
please wait
Embed

No media source currently available

0:00 0:01:34 0:00
XS
SM
MD
LG